Header Ads

ຕຳຫລວດ ໄທຈັບ​ຢາ​ເສບ​ຕິດ​ລັອດໃຫຍ່ ລັກລອບນຳເຂົ້າຈາກລາວ ມູນ​ຄ່າ​ເກືອບ​ 2 ພັນ​ລ້ານ​ບາດ




ເຈົ້າໜ້າທີ່ຕຳຫຼວດຮັກສາຄວາມສະຫງົບຕາມລ້ອງນໍ້າຂອງແຂວງຊຽງຣາຍ ປະເທດໄທ ຮ່ວມກັບຕຳຫຼວດສືບສວນ, ທະຫານພານ ແລະ ເຈົ້າໜ້າທີ່ຝ່າຍປົກຄອງ ສາມາດ​ກວດ​ຢຶດ​ຢາ​ເສບ​ຕິດ​ລັອດ​ໃຫຍ່​ ໄດ້​ຫຼັກຖານ​ເປັນ​ຢາ​ບ້າ​ຈຳນວນ​ 47 ກະ​ສອບ​ ຈຳນວນທັງໝົດ​​ປະ​ມານ​ 9,400,000 ເມັດ,​ ຢາໄອ​ສ໌​ ຈຳນວນ​ 788 ກ້ອນ​ ນ້ຳ​ໜັກ​ລວມ​ປະ​ມານ​ 788 ກິ​ໂລກ​ຣາມ.​


ການເຂົ້າຢຶດຢາເສບຕິດໃນຄັ້ງນີ້ ​ເຈົ້າ​ໜ້າທີ່​ໄທ ໄດ້ຮັບ​ແຈ້ງ​ຈາກ​ສາຍ​ລັບ​ວ່າ ​ຈະ​ມີ​ການ​ລັກ​ລອບ​ຢາ​ເສບ​ຕິດ​ຈຳນວນ​ຫຼາຍ​ຈາກ​ບ້ານ​ດອນ​ສະ​ຫວັນ​ ເມືອງ​ຫ້ວຍຊາຍ​ ແຂວງ​ບໍ່​ແກ້ວ​ ສປປ ​ລາວ​ ເຂົ້າ​ມາ​ຈຳ​ໜ່າຍ​ໃນ​ປະເທດ​ໄທ​ໃນ​ຊ່ວງ​ເທດ​ການ​ສົງ​ການ​ ຫຼື ບຸນປີໃໝ່ໄທທີ່​ຈະ​ເຖິງ​ນີ້​ ຈຶ່ງ​ກະ​ຈາຍ​ກຳ​ລັງ​ເຂົ້າ​ດັກຈັບ ​ແລະ ​ກວດກາ​ຕາມ​ຈຸດ​ສ່ຽງ​ຕ່າງ​ໆ​ ຕາມ​ແນວ​ຊາຍແດນ​ ມາ​ດົນ​ຫຼາຍ​ມື້​ເກືອບ​ 1 ອາທິດ.​




ກະ​ທັ້ງ​ເຈົ້າ​ໜ້າທີ່​ພົບ​ລົດ​ໃຫຍ່ຍີ່​ຫໍ້​ໃຫຍ່​ໂຢ​ຕ້າ​ ສີ​ຂາວປ້າຍກຸງເທບ​ມະຫານະຄອນ​ ຈອດ​ຢູ່​ແຄມ​ແມ່ນ້ຳ​ຂອງເຊິ່ງ​ເປັນ​ຊ່ອງ​ທາງ​ທຳມະຊາດ​ບໍລິເວນ​ບ້ານ​ໄທ​ຈະເລີນ​ ເມືອງ​ວຽງ​ແກ່ນ​ ແຂວງ​ຊຽງ​ຣາຍ​ ໂດຍ​ມີ​ຢາ​ເສບ​ຕິດ​ທີ່ເປັນຫຼັກຖານ​ທັງ​ໝົດ​ບັນ​ທຸກ​ຢູ່​ຫຼັງ​ກະ​ບະລົດ​ ແຕ່​ບໍ່​ພົບ​ເຈົ້າ​ຂອງ​ ຄາດ​ວ່າ​ອາດ​ໄຫວ​ໂຕທັນ​ຫຼົບ​ໜີ​ໄປ​ກ່ອນ​ເຈົ້າ​ໜ້າທີ່​ຈະ​ເຂົ້າ​ເຖິງ.​



ຂະນະ​ດຽວ​ກັນ ຍັງ​ພົບ​ຊາຍ​ຕ້ອງ​ສົງ​ໄສ​ຈຳນວນ​ 3 ຄົນ​ ອາ​ຍຸ 50 ປີ​, 30 ປີ​ ແລະ​ 20 ປີ​ ທີ່​ຢູ່​ໃກ້​ໆ​ຈຸດ​ເກີດ​ເຫດ​ມາ​ສອບ​ສວນ​ ຈຶ່ງ​ກ່າວ​ຫາວ່າ​ ມີ​ຢາ​ເສບ​ຕິດ​ໃຫ້​ໂທດ​ປະ​ເພດ​ 1 (ເມດ​ແອມ​ເຟ​ຕາ​ມີນ​) ຕາມກົດໝາຍໄທ ໄວ້​ໃ​ນຄອບ​ຄອງ​ເພື່ອ​ຈຳ​ໜ່າຍ​ໂດຍ​ຜິດ​ກົດໝາຍ​ຈຶ່ງ​ໄດ້​ເຮັດ​ບັນ​ທຶກ​ກວດ​ຢຶດ ​ແລະ ​ນຳ​ຫຼັກຖານ​ທັງ​ໝົດ​ສົ່ງ​ໃຫ້ເຈົ້າໜ້າທີ່ເພື່ອ​ດຳ​ເນີນ​ການ​ຕາມ​ກົດໝາຍ.​ ເບື້ອງ​ຕົ້ນ​ທາງ​ຜູ້​ຕ້ອງ​ສົງ​ໄສ​ຍັງ​ໃຫ້​ການ​ປະຕິເສດ​. ແນວໃດ​ກໍ​ຕາມ​ເຈົ້າ​ໜ້າທີ່​ຈະ​ມີ​ການ​ກວດ​ສອບ​ເອກະສານ​ຂອງ​ລົດ​ທີ່​ໃຊ້​ບັນ​ທຸກ​ຢາ​ເສບ​ຕິດ​ມາ​ປຽບທຽບ​ ​ແລະ ​ສອບ​ສວນ​ຢ່າງ​ລະອຽດ​ອີກ​ເທື່ອ​ໜຶ່ງ​. ສຳລັບ​ລາ​ຄາປະ​ເມີນ​ຫຼັກຖານ​ລັອດ​ນີ້​ ເຈົ້າໜ້າທີ່​ພົບ​ວ່າ​ມີ​ມູນ​ຄ່າ​ສູງ​ເຖິງ​ 1,728,000,000 ບາດ​ ຫຼື ປະມານ 460 ຕື້ກີບ.





© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.