Header Ads

ທ່ານ ສອນໄຊ ສີພັນດອນ ສຶບຕໍ່ ເຄື່ອນໄຫວຢ້ຽມຢາມແຂວງສາລະວັນ




ໃນວັນທີ 03 ເມສາ 2018 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງສາລະວັນເຊິ່ງມີ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ ພ້ອມດ້ວຍບັນດາຮອງເຈົ້າແຂວງ, ຄະນະພັກ-ຄະນະນຳແຂວງ, ພະແນກການ ແລະ ຫ້ອງການອ້ອມຂ້າງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.



ໃນການເຄື່ອນໄຫວຢ້ຽມຢາມຄັ້ງນີ້, ທ່ານ ບົວທອງ ຄຸນຍອດປັນຍາ ຮອງເຈົ້າແຂວງໆສາລະວັນ ໄດ້ລາຍງານໃຫ້ຊາບ ກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ຕິດພັນກັບມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ X ມະຕິ XIII ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະ 1 ປີທີ່ຜ່ານມາ ແລະ ບັນດາວຽກງານທີ່ປິ່ນອ້ອມ ເຊິ່ງເຫັນວ່າ ເສດຖະກິດ ມີການຂະຫຍາຍຕົວໃນລະດັບ 7,5%, ລວມຍອດຜະລິດຕະພັນພາຍໃນ(GDP) ບັນລຸ 3,9 ພັນກວ່າຕື້ກີບ, ຄິດເປັນລາຍໄດ້ສະເລ່ຍ 9,58 ລ້ານກີບ ຫລື(1.197 ໂດລາສະຫະລັດ)ຕໍ່ຄົນຕໍ່ປີ, ດ້ານການລົງທຶນ ມີມູນຄ່າກວ່າ1,5 ພັນຕື້ກີບ ລື່ນແຜນການ 19,12%, ສາມາດເກັບລາຍຮັບເຂົ້າງົບປະມານ ໄດ້ຕາມແຜນການ ຈຳນວນ 149 ກວ່າຕື້ກີບ ສະເພາະ 3 ເດືອນຕົ້ນປີ 2018 ສາມາດເກັບລາຍຮັບໄດ້ 28 ກວ່າຕື້ກີບ ເທົ່າກັບ 20,63%; ດ້ານວຽກງານກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມທຸກຍາກ ແມ່ນໄດ້ສຸມໃສ່ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕິດພັນກັບການສ້າງບ້ານໃຫຍ່ ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ການໂຮມເອົາບ້ານນ້ອຍມາເປັນບ້ານໃຫຍ່ ຊຶ່ງໄດ້ເຮັດໃຫ້ບ້ານທຸກຍາກຫຼຸດລົງເຫຼືອ 64 ບ້ານ ເທົ່າກັບ 11% ແລະ ຄອບຄົວທຸກຍາກຍັງເຫຼືອ 4.200 ກວ່າຄອບຄົວ ກວມ 5,9%.



ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນງານ ແລະ ຜົນສຳເລັດ ທີ່ຄະນະພັກ-ອຳນາດການປົກຄອງແຂວງ ແລະ ປະຊາຊົນຊາວແຂວງສາລະວັນ ຍາດມາໄດ້ ໃນໄລຍະຜ່ານມາ. ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໃຫ້ເອົາໃຈໃສ່ບາງບັນຫາ ຄື: ການສຸມໃສ່ຈັດຕັ້ງປະຕິບັດຄາດໝາຍສູ້ຊົນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ່ XIII ໃນໄລຍະ 2 ປີກວ່າທີ່ຍັງເຫຼືອ ໃຫ້ປະກົດຜົນເປັນຈິງ, ເອົາໃຈໃສ່ຄຸ້ມຄອງນຳໃຊ້ລະບົບອິນເຕີເນັດ ໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະ ນຳໃຊ້ເຂົ້າໃນການເກັບລາຍຮັບ, ການຄ້າ, ການບໍລິການ ແລະ ການລົງທຶນ; ເອົາໃຈໃສ່ເກັບກຳຂໍ້ມູນ ແລະ ຄຸ້ມຄອງທີ່ດິນ ເພື່ອເປັນຖານຂໍ້ມູນໃຫ້ແກ່ການພັດທະນາໃນຕໍ່ໜ້າ ທັງເປັນການແກ້ໄຂບັນຫາການຈັບຈອງທີ່ດິນ ແບບຊະຊາຍ, ມີການນຳໃຊ້ແບບຍືນຍົງ ແລະ ປະຕິບັດນະໂຍບາຍການເພີ່ມພື້ນທີ່ປົກຫຸ້ມຂອງປ່າ ໃຫ້ໄດ້ 70% ໃນປີ 2020; ສົມທົບກັບກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ແນໃສ່ການຄຸ້ມຄອງກວດກາການຈັດຕັ້ງປະຕິບັດ ຂອງບັນດາໂຄງການລົງທຶນພາຍໃນແຂວງ ຢ່າງເປັນລະບົບປົກກະຕິ, ມີແຜນການ ແລະ ມີລະບົບການລາຍງານທີ່ລະອຽດຊັດເຈນ; ເພີ່ມທະວີການຈັດຕັ້ງປະຕິບັດບັນດານິຕິກຳ ແລະ ລະບຽບກົດໝາຍ ທີ່ວາງອອກໃນແຕ່ລະໄລຍະ ຢ່າງເຄັ່ງຂັດ



ກວດກາຄືນການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ແລະ ການໃຊ້ແຮງງານທີ່ບໍ່ຖືກຕ້ອງ; ຄົ້ນຄວ້າລະອຽດ ຕໍ່ກັບວຽກງານອະໄພຍະໂທດ ໂດຍການສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ; ດ້ານວຽກງານທ່ອງທ່ຽວ ແມ່ນໃຫ້ເບິ່ງຄືນຕໍ່ກັບນັກທ່ອງທ່ຽວ ໃນບັນດາປະເທດອ້ອມຂ້າງ ທີ່ເຫັນວ່າຍັງມີຈຳນວຍຫຼາຍ ແລະ ມີເງື່ອນໄຂສະດວກ ໃນການມາທ່ອງທ່ຽວລາວ, ສຸມໃສ່ພັດທະນາການບໍລິການ ແລະ ປັບປຸງແຫຼ່ງທ່ອງທ່ຽວ ໃຫ້ມີຫຼາຍສີສັນໃໝ່, ໄດ້ມາດຕະຖານ ແລະ ມີຫຼາຍກິດຈະກຳ ທີ່ສາມາດດຶງດູດນັກທ່ອງທ່ຽວໃຫ້ນັບມື້ນັບຫຼາຍຂຶ້ນ; ນອກຈາກນັ້ນ, ໃຫ້ເອົາໃຈໃສ່ເຂົ້າໃນການປັບປຸງກົງຈັກການຈັດຕັ້ງ, ສຸມໃສ່ການຈັດຕັ້ງເປົ້າໝາຍການພັດທະນາແບບຍືນຍົງ(SDGs), ວຽກງານບົດບາດ ຍິງ-ຊາຍ, ການກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕາມແນວທາງນະໂຍບາຍຂອງ ພັກ ແລະ ລັດຖະບານ ໃຫ້ປະກົດຜົນເປັນຈິງ.


ຫຼັງຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ແລະ ຄະນະ ກໍ່ໄດ້ເດີນທາງໄປຕິດຕາມ ແລະ ຢ້ຽມຊົມຈຸດທີ່ຈະກໍ່ສ້າງໂຄງການຊົນລະກະເສດຫ້ວຍນ້ຳໃສ ທີ່ເມືອງສາລະວັນ ຫ່າງຈາກເຂດເທດສະບານແຂວງ ໄປຕາມເສັ້ນທາງເລກ 20 ປະມານ 13 ກິໂລແມັດ ເຊິ່ງເປັນໂຄງການທີ່ຮັບໃຊ້ໃຫ້ແກ່ການຜະລິດກະສິກຳ ຂອງປະຊາຊົນ ຈາກການສຶກສາຄວາມເປັນໄປໄດ້ຂອງໂຄງການ ເຫັນວ່າ ມັນໄດ້ກວມເອົາທັງໝົດ 42 ບ້ານ. ໃນນັ້ນ, ມີ 3 ບ້ານ ຕ້ອງໄດ້ຍົກຍ້າຍອອກຈາກເຂດໂຄງການ. ຊົນລະກະເສດແຫ່ງນີ້ ອ່າງນ້ຳປະເພດເຂື່ອນຫີນ ແລະ ເບຕົງ ມີບໍລິມາດນ້ຳເຖິງ 123 ລ້ານແມັດກ້ອນ ແລະ ສາມາດຮັບປະກັນການສະໜອງນໍ້າ ໃຫ້ແກ່ເນື້ອທີ່ທຳການຜະລິດໄດ້ 2 ລະດູ. ນອກຈາກນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ຍັງໄດ້ໄປຢ້ຽມຊົມແຫຼ່ງທ່ອງທ່ຽວແບບອະນຸລັກ ຖ້ຳພູຜາສຸກ ເຊິ່ງເປັນແຫຼ່ງທ່ອງທ່ຽວທີ່ຫາກໍ່ໄດ້ມີການຄົ້ນພົບ, ບຸກເບີກ ແລະ ປັບປຸງຂຶ້ນມາໃໝ່ ຫ່າງຈາກເທດສະບານແຂວງ ປະມານ 30 ກິໂລແມັດ ຊຶ່ງທາງແຂວງໄດ້ເນັ້ນໃຫ້ປົກປັກຮັກສາສິ່ງແວດລ້ອມ ໄວ້ໃຫ້ຫຼາຍທີ່ສຸດ ເພື່ອໃຫ້ກາຍເປັນແຫຼ່ງທ່ອງທ່ຽວທຳມະຊາດແບບອະນຸລັກ ແລະ ມີຄວາມຍືນຍົງ.ພາຍໃນຖ້ຳ ຍັງມີຄວາມຫຼາກຫຼາຍຂອງຫີນ ທັງເປັນຫີນຍ້ອຍ, ຫີນໜາມ ແລະ ມີນ້ຳໄຫຼລອດຖ້ຳຕະຫຼອດປີ, ມີຮູບລັກທີ່ສວຍງາມແຕກຕ່າງກັນໄປ, ມີທາງລອດໄປຫາຖ້ຳອື່ນໆທີ່ຢູ່ໃກ້ຄຽງ, ບາງຈຸດກໍ່ເປັນບ່ອນນັ່ງສາມະຖິກຳມະຖານ ຂອງພຣະພິສຸສຳມະເນນ ແລະ ຄາດວ່າ ຈະເປັນແຫຼ່ງທ່ອງທ່ຽວທີ່ສຳຄັນທີ່ມີຊື່ສຽງອີກແຫ່ງໜຶ່ງຂອງແຂວງ.



ຂ່າວ-ພາບ: ສນຍ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.