Header Ads

ອົງການໃຈບຸນສາກົນເດເຊເຣັດມອບສັງກະສີໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸຢູ່ເມືອງປາກງື່ມ



ອີງຕາມການລາຍງານຂ່າວຂອງ ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ ວ່າ: ທ້າຍອາທິດຜ່ານມາ, ອົງການໃຈບຸນສາກົນ ເດເຊເຣັດ ໄດ້ມອບສັງກະສີ ຈຳນວນ 3.800 ກວ່າແຜນ ລວມເປັນເງິນ ທັງໝົດ 12.879 ໂດລາສະຫະລັດ ໃຫ້ປະຊາຊົນ ຈຳນວນ 4 ບ້ານຄື: ບ້ານດອນສ້າງໄຜ່, ບ້ານສົມສະຫວາດ, ບ້ານໜອງແຄນ ແລະ ບ້ານ ໜອງຂຽດ ເມືອງປາກງື່ມ ນະຄອນ ຫລວງວຽງຈັນ ທີ່ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນໃນທ້າຍເດືອນກຸມພາ ແລະ ເດືອນເມສາ ຜ່ານມາ ເຊິ່ງຕາງໜ້າມອບໂດຍ ທ່ານ ເຄຣກ ເມວດຣຳ ຜູ້ອຳນວຍການປະຈຳປະເທດລາວ ຂອງອົງການໃຈບຸນສາກົນ ເດເຊເຣັດ ແລະ ກ່າວຮັບໂດຍ ທ່ານ ຂັນທີ ສີວີໄລ ຮອງເຈົ້າເມືອງປາກງື່ມ ນະຄອນຫລວງວຽງຈັນ ໂດຍມີ, ທ່ານນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັກດີການສັງຄົມ ນະຄອນຫລວງວຽງຈັນແລະພາກສ່ວນກ່ຽວເຂົ້າຮ່ວມ.

ໂອກາດນີ້ ທ່ານຮອງເຈົ້າເມືອງກໍໄດ້ສະແດງຄວາມຂອບອົກຂອບໃຈມາຍັງອົງການໃຈບຸນສາກົນ ເດເຊເຣັດ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການຊ່ວຍຟື້ນຟູ ແລະ ປັບປຸງຊິວິດການເປັນຢູ່ຂອງປະຊົນໃນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ເຊິ່ງປະຊາຊົນ 3 ບ້ານດັ່ງກ່າວ ແມ່ນຖືກລົມພາຍຸ ພັດບ້ານເຮືອນໃນວັນທີ 22 ກຸມພາ 2018 ຜ່ານ ໃນນັ້ນມີ 133 ຄອບຄົວ ໄດ້ຮັບຜົນເສຍຫາຍໜັກ 14 ຫລັງ ໃນນັ້ນມີ ເຮືອນຍຸບ, ຫລັງຄາເປີດໝົດຫລັງ ແລະ ມີໂຮຽງຮຽນ 1 ຫລັງ ທີ່ຖືກກະທົບໜັກ.ລວມມູນຄ່າເສຍຫາຍ 150ລ້ານກ່ວາກີບ.ສ່ວນຢູ່ບ້ານໜ້ອງຂຽດ ແມ່ນຖືກລົມພະຍຸ ພັດບ້ານເຮືອນ ໃນວັນທີ່ 15/04/2018 ເຮັດໃຫ້ເຮືອນຂອງປະຊາຊົນ 4 ຄອບຄົວເສຍຫາຍໜັກ ລວມມູນຄ່າເສຍຫລາຍກ່ວາ 10 ລ້ານກີບ.

ພາບ-ຂ່າວ: ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.