Header Ads

ອັບເດດຂໍ້ມູນເພີ່ມເຕີມ ເຫດສົບໄຫຼນໍ້າມາຄ້າງຢູ່ກ້ອງຂົວຂ້າມນໍ້າຂອງ ລາວ-ຢີ່ປຸ່ນ ເມືອງປາກເຊ ແຂວງ ຈຳປາສັກ



ອີງຕາມການລາຍງານຂອງໜ່ວຍກູ້ໄພ 1623 ເລື່ອງ : ເຫດສົບໄຫຼນໍ້າມາຄ້າງຢູ່ກ້ອງຂົວຂ້າມນໍ້າຂອງ ລາວ-ຢີ່ປຸ່ນ ເມືອງປາກເຊ ແຂວງ ຈຳປາສັກ ໃນວັນທີ 29 ເມສາ 2018 ຜ່ານມານີ້ ໂດຍຂໍ້ມູນເບຶ້ອງຕົ້ນຈາກໜ່ວຍກູ້ໄພລະບຸວ່າ ສົບຜູ້ເສຍຊີວິດແມ່ນເປັນ ເພດຍິງ ອາຍຸ 25ປີ ອາຊີບ ຄ້າຂາຍ (ສັນຊາດຫວຽດນາມ) ບ້ານຢູ່ປະຈຸບັນ ບ້ານ ໂພນກຸງ ເມືອງປາກເຊ ແຂວງຈຳປາສັກ ຄາດວ່າເສຍຊີວິດມາແລ້ວບໍ່ຕໍ່າກວ່າ 2 ມື້. 








ສໍາລັບສາເຫດການຕາຍແມ່ນຍັງບໍ່ທັນຮູ້ລາຍລະອຽດເທື່ອ ຕ້ອງລໍຖ້າຜົນການພິສູດຫຼັກຖານ ແລະ ສືບສວນຂອງເຈົ້າໜ້າທີ່ກ່ຽວຂ້ອງ. 










ບາດເຈັບອຸປະຕິເຫດສຸກເສີນໂທ 1623 ຫຼື 0304912875
ພາບ ແລະ ຂ່າວ: ໜ່ວຍກູ້ໄພ 1623  ແຂວງຈໍາປາສັກ 
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.