Header Ads

ຄວາມຄຶບໜ້າກ່ຽວກັບການແກ້ໄຂຄະດີຂອງ ບໍລິສັດ ພີເອັສ



ສືບເນື່ອງຈາກໄລຍະທີ່ຜ່ານມາ ຍັງມີບໍລິສັດຈຳນວນໜຶ່ງທີ່ເຄື່ອນໄຫວທຸລະກິດຂອງຕົນເອງບໍ່ຖືກຕ້ອງຕາມຂໍ້ກຳນົດ ແລະ ກົດໝາຍ ເປັນຕົ້ນແມ່ນການລະດົມທຶນຈາກປະຊາຊົນທີ່ອ້າງວ່າໃຫ້ຜົນຕອບແທນສູງ, ໄດ້ສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນໃນສັງຄົມຈົນລັດຖະບານຕ້ອງໄດ້ແຕ່ງຕັ້ງຄະນະສະເພາະກິດພິເສດ ເພື່ອແກ້ໄຂບັນຫາດັ່ງກ່າວ.



ແຕ່ຫຼ້າສຸດກໍ່ຍັງມີບາງບໍລິສັດທີ່ຍັງດຳເນີນການເຄື່ອນໄຫວທຸລະກິດທີ່ມີລັກສະນະບໍ່ຖືກຕ້ອງ. ດັ່ງນັ້ນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 511/ຫສນຍ.ກລຂ ລົງວັນທີ 9 ເມສາ 2018 ເຖິງທ່ານຜູ້ວ່າການທະນາ ຄານ ແຫ່ງ ສປປ ລາວ, ເລື່ອງທິດຊີ້ນຳກ່ຽວກັບການເຄື່ອນໄຫວລະດົມທຶນຂອງ ບໍລິສັດ Financial.org ເພື່ອໄປລົງທຶນໃນຕະຫຼາດຫຸ້ນ ໂດຍທີ່ບໍ່ໄດ້ຮັບອະນຸຍາດຖືກຕ້ອງຕາມກົດໝາຍ.



ອີງຕາມເອກະສານລາຍງານສະບັບເລກທີ 128/ທຫລ ລົງວັນທີ 21 ມີນາ 2018 ຂອງທະນາຄານ ແຫ່ງ ສປປ ລາວ ອີງຕາມທິດຊີ້ນຳຂອງທ່ານນາຍົກລັດຖະມົນຕີ ແລະ ຮອງລັດຖະມົນຕີ ຄັ້ງວັນທີ 03 ເມສາ 2018.


ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງທິດຊີ້ນຳຂອງທ່ານນາຍົກລັດຖະມົນຕີ ແລະ ຮອງນາຍົກລັດຖະມົນຕີ ມາຍັງທ່ານຊາບດັ່ງນີ້: 

1. ເຫັນດີໃຫ້ຄະນະສະເພາະກິດແກ້ໄຂຄະດີຂອງ ບໍລິສັດ ພີເອັສ ລົງກວດກາຢ່າງເລິກເຊິ່ງຕື່ມ ເພື່ອເກັບກຳຂໍ້ມູນສະພາບການເຄື່ອນໄຫວຕົວຈິງຂອງ ບໍລິສັດ Financial.org ແລະ ບໍລິສັດ ເອັຟໂອ ເທລນນິ່ງ ອໍກາໄນເຊີ ຈຳກັດຜູ້ດຽວ ເພື່ອແກ້ໄຂບັນຫາດັ່ງກ່າວຢ່າງທັນການ, ຖ້າເຫັນວ່າມີ ຄວາມຜິດແທ້ກໍ່ໃຫ້ດຳເນີນຄະດີຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງຢ່າງເຂັ້ມງວດ.




2. ໃຫ້ເອີ້ນ ທ້າວ ພຸດທະສອນ ສີສຸທຳ ຜູ້ກ່ຽວຂ້ອງກັບບໍລິສັດດັ່ງກ່າວມາຕັກເຕືອນ ແລະ ຫ້າມເດັດຂາດບໍ່ໃຫ້ບໍລິສັດດັ່ງກ່າວເຄື່ອນໄຫວກິດຈະກຳໃດໆທີ່ບໍ່ໄດ້ຮັບອະນຸຍາດ ແລະ ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ເພາະຈະມີບັນຫາບານປາຍຕາມມາ.

3. ໃຫ້ທະນາຄານແຫ່ງ ສປປ ລາວ ຮີບຮ້ອນອອກແຈ້ງເຕືອນໃຫ້ທົ່ວສັງຄົມ ໂດຍສະເພາະແມ່ນບັນດານັກລົງທຶນໃຫ້ຮັບຊາບ ແລະ ມີສະຕິບໍ່ຫຼົງເຊື່ອຕໍ່ກົນອຸບາຍຂອງບໍລິສັດຕ່າງໆທີ່ບໍ່ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດໃນຮູບແບບລັກສະນະດັ່ງກ່າວໂດຍດ່ວນ.




ທີ່ມາ: ນສພ ເສດຖະກິດ-ການຄ້າ 
© ຈໍາປາໂພສ |  www.champapost.com

_________



No comments

Powered by Blogger.