Header Ads

ສານປະຊາຊົນຂັ້ນຕົ້ນແຂວງອຸດົມໄຊ ຕັດສີນປະຫານຊີວິດຈຳເລີຍ 3 ຄົນ ຄະດີຄ້າຂາຍຢາເສບຕິດ



ຕອນວັນທີ 25 ເມສາ 2018 ນີ້ ຄະນະສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ຕັດສີນປະຫານຊີວິດ ຈຳເລີຍ 2 ຄົນ ໃນສະຖານຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງປະ ເພດຢາບ້າຈຳນວນ 30 ມັດ, ນໍ້າໜັກ 7 ກິໂລກຣາມ.



ອິງຕາມຄຳຖະແຫຼ່ງຂອງອົງການໄອຍະການປະຊາຊົນແຂວງອຸດົມໄຊ ເຫັນວ່າ ທ້າວ ໄຈຢາງ, ອາຍຸ 30 ປີ, ອາຊີບ ສ້ອມແປງ,ຢູ່ບ້ານນາວາງ, ທ້າວ ໄຊເງີນ ຫຼື ໄຊວ້າ, ອາຍຸ 28 ປີ,ຢູ່ບ້ານໜອງບົວແດງ, ທັງສອງຂື້ນກັບ ເມືອງຮຸນ, ແຂວງອຸດົມໄຊ, ອາຊີບ ພະນັກງານ, ຈໍາເລີຍທັງສອງຖືກຫາວ່າ ຄ້າຂ້າຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ ປະເພດຢາບ້າ ແລະ ຖືກເຈົ້າໜ້າທີກັກຕົວ ໃນວັນທີ 6ກໍລະກົດ 2016 ຜ່ານມາ ຢູ່ທີ່ຈຸດກວດກາຫຼັກກິໂລແມັດທີ 8 ເສັ້ນທາງເມືອງໄຊ ຫາ ເມືອງແບງ ແຂວງອຸດົມໄຊ ໄດ້ກວດກາລົດກະບະວິໂກ້ສີປອນເງີນ ທະບຽນ ກຳແພງນະຄອນ ກບ 7804 ພົບເຫັນເຄື່ອງຂອງກາງຢາເສບຕິດ ປະເພດຢາບ້າ ຈຳນວນ 30 ມັດ, ນ້ຳໜັກ 7 ກິໂລກຣາມ, ຊຸກເຊື່ອງໄວ້ໃນຝາປະຕູລົດຄັນດັ່ງກ່າວ.



ຜ່ານການຄົ້ນຄ້ວາ ບັນດາຂໍ້ມູນຫຼັກຖານ,ເອກະສານທີປະກອບຢູ່ສຳນວນຄະດີຢ່າງລະອຽດຖີຖ້ວນ ຮອບດ້ານ ແລະ ພາວະວິໄສ. ເຫັນວ່າຈຳເລີຍທັງສອງໄດ້ກະທຳຜິດໃນສະຖານຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງຕາມມາດຕາ 146 ວັກ 2 ຂອງກົດໝາຍອາຍາ ແຫ່ງ ສປປລາວ ( ສະບັບ ປັບປຸງ ) ປີ 2012. ດັ່ງນັ້ນ ຄະນະສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ຈິ່ງໄດ້ຕັດສີນປະຫານຊີວິດ ຈຳເລີຍທັງ 2 ຄົນ. ໃນຖານອາຍາຂັ້ນຕົ້ນ ໂດຍຊ່ອງໜ້າໂຈດ,ຜູ້ປົກປ້ອງ ແລະ ຈຳເລີຍທັງສອງ ວ່າມີຄວາມຜິດທາງອາຍາໃນການຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ.


ຮິບລົດກະບະ ຍີ່ຫໍ້ ໂຕໂຍຕ້າ ວິໂກ້ (TOYOTA VIGO) ໝາຍເລກທະບຽນ ກຳແພງນະຄອນ ບກ 7804 ທີ່ທ້າວ ໄຈຢາງ(ຈໍາເລີຍ 1 ) ໄດ້ໃຊ້ເປັນພາຫະນະໃນການກະທຳຜິດ, ເງີນ 5.140 ບາດ, ໂທລະສັບມືຖື ສອງເຄື່ອງ ຂອງທ້າວໄຈຢາງ (ຈໍາເລີຍ 1 ) ແລະ ຮິບໂທລະສັບມືຖື ໜຶ່ງເຄື່ອງ ຂອງທ້າວ ໄຊເງີນ ຫຼື ໄຊວ້າ (ຈໍາເລີຍ 2 ) ມາເປັນຂອງລັດ; ສົ່ງເງີນ 200.000 ກີບ, ກະເປົາເງີນ ໜຶ່ງໜ່ວຍ, ບັດປະຈໍາຕົວ ແລະ ໃບຂັບຂີ່ຍານພາຫະນະ ໃຫ້ແກ່ທ້າວ ໄຈຢາງ (ຈໍາເລີຍ 1 ) ແລະ ສົ່ງເງີນ 400.000 ກີບຄືນໃຫ້ທ້າວ ໄຊເງີນ ຫຼື ໄຊວ້າ (ຈໍາເລີຍ 2); ຮິບຢາເສບຕິດປະເພດຢາບ້າຈໍານວນ 30 ມັດ ນ້ຳໜັກ 7 ກິໂລກຣາມ ໄປທຳລາຍຖິ້ມ.



ແລະ ຕອນບ່າຍຂອງວັນດຽວກັນຄະນະສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ຍັງໄດ້ເປີດປະຊຸມສານ ໄຕ່ຕອງ ພິຈາລະນາຕັດສີນປະຫານຊີວິດ ຈຳເລີຍ ໃນສະຖານການຂົນສົ່ງຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງປະ ເພດຢາບ້າ ຈຳນວນ 16 ມັດ, ນ້ຳໜັກ 3,6 ກິໂລກຣາມ, ຈໍາເລີຍຊື່ ທ້າວ ຕົງເຢັງ ເຮີ ອາຍຸ 24 ປີ, ອາຊີບ ເຮັດໄຮ່, ຢູ່ບ້ານ ໜອງດິນ, ເມືອງຮຸນ, ແຂວງອຸດົມໄຊ, ຈໍາເລີຍ ຖືກກັກຕົວໃນວັນທີ 4 ຕຸລາ 2015, ໃນຂໍ້ຫາມີຄວາມຜິດທາງອາຍາ; ຖານການຂົນສົ່ງຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ ປະເພດຢາບ້າ, ຮິບລົດຈັກ ສີຂາວແດງ 1 ຄັນ, ໂທລະສັບມືຖື ສີດຳ ໜຶ່ງເຄື່ອງ ຂອງ ທ້າວ ຕົງເຢັງເຮີ (ຈໍາເລີຍ) ມາເປັນຂອງລັດ ແລະ ຮິບຢາເສບຕິດປະເພດຢາບ້າ ຈຳນວນ 16 ມັດ, ນໍ້າໜັກ 3,6 ກິໂລກຣາມ ມາທໍາລາຍຖິ້ມ. 

ພາບ-ຂ່າວ: ອຸ່ນເຮືອນ 

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.