Header Ads

ແຂວງຈຳປາສັກສຳເລັດກອງປະຊຸມສະຫຼຸບວຽກງານກວດກາທົ່ວແຂວງ ປະຈຳປີ 2017




ແຂວງຈຳປາສັກຈັດກອງປະຊຸມສະຫຼຸບວຽກງານກວດກາທົ່ວແຂວງ ປະຈຳປີ 2017 ແລະຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ 3 ພາຍຫຼັງໄຂຂຶ້ນ ແລະດຳເນີນມາເປັນເວລາ 2 ວັນ ຄືໃນວັນທີ 26-27 ເມສາ 2018 ຢູ່ທີ່ສະໂມສອນ ຫຼັກ 4 ໂດຍໃຫ້ກຽດເຂົ້າຮ່ວມມີຄະນະພັກ- ຄະນະກວດກາສູນກາງພັກ,ເລຂາຄະນະພັກ - ອົງການປົກຄອງແຂວງ,ປະທານຄະນະກວດກາພັກແຂວງ,ຫົວໜ້າແລະຄະນະພະແນກກວດກາລັດແຂວງ,ເມືອງ,ພະແນກການກົມກອງ ແລະຂະແໜງກວດກາອ້ອມຂ້າງແຂວງເຂົ້າຮ່ວມ.


ທ່ານ ໜູຈັນ ຈັນທະພົງ ຄະນະປະຈຳພັກແຂວງ ປະທານຄະນະກວດກາພັກແຂວງ, ຫົວໜ້າພະແນກກວດກາລັດແຂວງ ໄດ້ກ່າວປິດກອງປະຊຸມວ່າ:ກອງປະຊຸມສຫຼຸບວຽກງານກວດກາຄັ້ງນີ້ ສຳເລັດຜົນຢ່າງຈົບງາມ ຊຶ່ງຜູ້ເຂົ້າຮ່ວມໄດ້ຮັບຟັງບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານກວດກາທົ່ວແຂວງໃນໄລຍະ 1 ປີທີ່ຜ່ານມາ,ທິດທາງແຜນການ 1 ປີ 2018, ຄົ້ນຄ້ວາປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນ ແລະ ປະສົບການ ເພື່ອພ້ອມກັນເສີມຂະຫຍາຍຈຸດດີ,ປັບປຸງແກ້ໄຂສະພາບຈຸດອ່ອນ ແລະຂໍ້ຄົງຄ້າງໃຫ້ໝົດໄປ, ໄດ້ເຜີຍແຜ່ເຊື່ອມຊຶມເນື້ອໃນຜົນສຳເລັດກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ 3 ເພື່ອໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ເປັນຕົ້ນ ບົດໂອ້ລົມ ຂອງທ່ານ ດຣ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ ແລະອົງການກວດກາລັດຖະບານ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ, ໄດ້ເຜີຍແຜ່ບົດແນະນຳເພີ່ມເຕີມເລກທີ 04 ຂອງຄະນະກວດກາສູນກາງພັກ ກ່ຽວກັບການລົງວິໄນຂັ້ນກ່າວເຕືອນປ່ຽນແປງ ຫຼືລົບລ້າງຮູບການວິໄນຂອງຄະນະກວດກາພັກແຕ່ຂັ້ນເມືອງ ແລະທຽບເທົ່າຂຶ້ນໄປ,ບົດແນະນຳຂອງອົງການກວດກາລັດກ່ຽວກັບການດຳເນີນຄະດີການສໍ້ລາດບັງຫຼວງ, ແລະນິຕິກຳສຳຄັນອື່ນໆອີກ. ພິເສດໃນກອງປະຊຸມຄັ້ງນີ້ໄດ້ ຮັບຮັບກຽດເຂົ້າຮ່ວມໂອ້ລົມ ຂອງທ່ານ ດຣ ບຸນຖອງ ດີວິໄຊ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວໆຈຳປາສັກ, ການເຂົ້າຮ່ວມໂອ້ລົມ ຂອງທ່ານ ໄຊຄຳ ອຸ່ນມີໄຊ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາລັດຖະບານ ອັນໄດ້ເຮັດໃຫ້ເນື້ອໃນກອງປະຊຸມມີຄວາມສົມບູນແລະໜັກແໜ້ນ ເປັນທິດເຍືອງທາງໃຫ້ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.




ທ່ານ ໜູຈັນ ຈັນທະພົງ ປະທານຄະນະກວດກາ ພັກແຂວງ ຍັງໄດ້ຮຽກຮ້ອງໃຫ້ ຜູ້ແທນກອງປະຊຸມທີ່ເຂົ້າຮ່ວມທຸກພາກສ່ວນນຳເອົາທິດຊີ້ນຳ ແລະຜົນສຳເລັດກອງປະຊຸມວຽກງານກວດກາທົ່ວແຂວງຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍຢູ່ແຕ່ລະເມືອງ ຮາກຖານ ຂະແໜງກວດກາຂອງຕົນໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ .




ໂອກາດປິດກອງປະຊຸມສະຫຼຸບວຽກງານກວດກາທົ່ວແຂວງຄັ້ງນີ້ ຍັງໄດ້ມອບຄອມພິວເຕີຕັ້ງໂຕະ ແລະ ຈັກປິນເອກະສານ ໃຫ້ແກ່ຄະນະກວດກາພັກລັດ 10 ຕົວເມືອງ ຂອງແຂວງຈຳປາສັກ ເມືອງລະ 1 ຊຸດ ລວມມູນຄ່າທັງໝົດ 40 ກ່ວາລ້ານກີບ ອີກດ້ວຍ.


ຂ່າວ-ພາບ: ເກດສະຫນາ


© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.