Header Ads

ຕັດອິດສະຫຼະພາບ 2 ຈຳເລີຍ ຄະດີຄ້າຂາຍຢາເສບຕິດ



ທ້າວ ສອນບັນດິດ ຫຼື ປ໋ອກ ອາຍຸ 30 ປີ ຢູ່ບ້ານໄຮຄຳ ແລະ ນາງ ໂຕະ ອາຍຸ 31 ປີ ຢູ່ບ້ານນາຄວາຍກາງ ທັງສອງຂຶ້ນ ກັບເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຮ່ວມກັນຄ້າຂາຍຢາເສບຕິດ ແລ້ວຖືກເຈົ້າໜ້າທີ່ໜ່ວຍງານສະກັດ ກັ້ນ ແລະ ຕ້ານຢາເສບຕິດ ປກສ ນະຄອນຫຼວງວຽງຈັນ ຕິດຕາມຈັບຕົວຜູ້ກ່ຽວໄດ້ໃນວັນທີ 9 ມີນາ 2017 ພ້ອມ ຂອງກາງລວມກັນ 1.313 ເມັດ, ຢາໄອສ໌ 9 ຖົງນ້ອຍ ແລະ ປືນສັ້ນຊະນິດດັດແປງ 3 ກະບອກ ພ້ອມກະສຸນ 11 ລູກ; ຜ່ານການດຳເນີນຄະດີຢ່າງລະອຽດ, ເຈົ້າໜ້າທີ່ ປກສ ໄດ້ສະຫຼຸບສຳນວນຄະດີສົ່ງໃຫ້ອົງການໄອ ຍະການປະຊາ ຊົນ ສັ່ງຟ້ອງຕໍ່ສານຂັ້ນຕົ້ນນະຄອນຫຼວງວຽງຈັນ ພິຈາລະນາຕັດສິນຕາມກົດໝາຍ.


ການພິຈາລະນາສຳນວນຄະດີດັ່ງກ່າວມີຂຶ້ນ ໃນວັນທີ 25 ເມສາ 2018 ໂດຍຄະນະສານອາຍາ ສານປະຊາຊົນຂັ້ນ ຕົ້ນ ນະຄອນຫຼວງວຽງຈັນ ໄດ້ຄົ້ນຄວ້າສຳນວນຄະດີ ເລກທີ 1158/ ອຍກ. ນວ, ລົງວັນທີ 14 ພະຈິກ 2017 ແລະ ຄຳຖະແຫຼງຂອງອົງການໄອຍະການປະຊາຊົນ ເລກ ທີ 1163 / ອຍກ. ນວ, ລົງວັນທີ 13 ກຸມພາ 2017 ທີ່ສາມາດ ຢັ້ງຢືນເຖິງການເຄື່ອນໄຫວກະ ທຳຜິດຂອງພວກຈຳເລີຍໃນໄລຍະຜ່ານມາ, ໂດຍສະແດງດັ່ງນີ້: ທ້າວ ສອນບັນດິດ ໄດ້ເຄື່ອນໄຫວຊື້-ຂາຍຢາເສບຕິດມາແຕ່ຕົ້ນປີ 2017 ໂດຍຊື້ນຳ ທ້າວ ນ້ອຍ ອາຍຸປະມານ 40 ປີ ຢູ່ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຊື້ຄັ້ງລະ 2-3 ຖົງ ຖົງລະ 200 ເມັດ, ຈຸດຊື້-ຂາຍແມ່ນຢູ່ຕາມເສັ້ນທາງ ແລະ ຢູ່ຕາມຮ້ານບັນເທີງຕ່າງໆ, ພາຍຫຼັງໄດ້ຢາບ້າ ກໍໄດ້ນຳໄປຂາຍຕໍ່ໃຫ້ກັບກຸ່ມມົ້ວສຸມພາຍໃນບ້ານ ແລະ ບ້ານໃກ້ ຄຽງ. ໃນເດືອນກຸມພາ 2017 ຈຳເລີຍໄດ້ຊື້ຢາບ້ານຳ ທ້າວ ນ້ອຍ ຈຳນວນ 7 ຖົງ ເທົ່າກັບ 1.400 ເມັດ ແລະ ຊື້ຢາ ໄອສ໌ ຈຳນວນ 9 ຖົງນ້ອຍ ພາຍຫຼັງໄດ້ຢາບ້າມາແລ້ວ ກໍນຳໄປຊຸກເຊື່ອງໄວ້ໃນເຮືອນ ເພື່ອລໍຖ້າຂາຍ, ວັນທີ 9 ມີນາ 2017 ຈຳເລີຍໄດ້ເອົາຢາບ້າ ຈຳນວນ 2 ຖົງ ຂາຍໃຫ້ ນາງ ໂຕະ ແລະ ຜ່ານມາເຄີຍຂາຍຢາບ້າໃຫ້ ນາງ ໂຕະ ຈຳນວນ 9 ຄັ້ງ, ຄັ້ງລະ 100-200 ເມັດ. ມາຮອດເວລາປະມານ 15:00 ໂມງ ຂອງວັນດຽວກັນ, ເຈົ້າໜ້າທີ່ຕຳຫຼວດໜ່ວຍ ງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ນະຄອນຫຼວງວຽງຈັນ ໄດ້ກັກຕົວ ນາງ ໂຕະ ພ້ອມຂອງກາງຢາບ້າຈຳ ນວນ 313 ເມັດ ໂດຍຈຳເລີຍໃຫ້ການຊັດທອດເຖິງ ທ້າວ ສອນບັນດິດ. ຈາກນັ້ນ, ເຈົ້າໜ້າທີ່ໄດ້ເຂົ້າປິດລ້ອມເຮືອນ ຂອງ ທ້າວ ສອນ ບັນດິດ ແລະ ກວດຄົ້ນຫ້ອງນອນຂອງຈຳເລີຍພົບຢາບ້າຈຳນວນ 1.000 ເມັດ ຢາໄອສ໌ 9 ຖົງ ນ້ອຍ, ປືນສັ້ນດັດແປງຈຳນວນ 3 ກະບອກ ພ້ອມລູກກະສຸນ 11 ລູກ; ຜ່ານການຕິດຕາມ, ມາວັນທີ 28 ສິງຫາ 2017 ສາມາດ ກັກຈຳເລີຍມາດຳເນີນຄະດີ ສ່ວນທີ່ມາຂອງປືນສັ້ນດັດແປງ ຈຳນວນ 3 ກະບອກນັ້ນ ຈຳເລີຍໃຫ້ ການວ່າ: ໄດ້ຕິດຕໍ່ຊື້ນຳຄົນລັກລອບເຮັດປືນປະດິດຢູ່ເຂດຫຼັກ 38 (ປັດຈຸບັນຜູ້ກ່ຽວໄດ້ເສຍຊີວິດແລ້ວ), ເຊິ່ງຊື້ປືນ ໃນລາຄາກະບອກລະ 2.000-3.000 ບາດ.
ຜ່ານການຄົ້ນຄວ້າບັນດາຫຼັກຖານ ແລະ ເອ ກະສານຕ່າງໆທີ່ປະກອບເຂົ້າໃນສຳນວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບ ດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ: ມີຫຼັກຖານຮັດກຸມໜັກແໜ້ນພຽງພໍຢັ້ງຢືນວ່າ ການກະທຳຂອງ ທ້າວ ສອນ ບັນດິດ (ຈຳເລີຍ1) ເປັນການກະທຳຜິດທາງອາຍາໃນສະຖານຄ້າຂາຍຢາເສບຕິດປະເພດຢາບ້າ ແລະ ຢາໄອສ໌ ແລະ ການຊື້-ຂາຍອາວຸດ ເສິກໂດຍບໍ່ຖືກຕ້ອງຕາມກົດໝາຍ, ສ່ວນການກະທຳຂອງ ນາງ ໂຕະ (ຈຳເລີຍ2) ເປັນກະທຳ ຜິດໃນສະຖານຄ້າຂາຍຢາເສບຕິດທີ່ແຕະຕ້ອງຕໍ່ເສດຖະກິດຂອງຊາດ ທັງເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຂອງສັງຄົມ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າ ດ້ວຍການປັບປຸງ 146 ຂອງກົດໝາຍອາຍາ ມາດຕາ 2 ແລະ ກົດໝາຍອາຍາມາດຕາ 77 ດ້ວຍເຫດນີ້ ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນນະຄອນຫຼວງ ວຽງຈັນ; ດັ່ງນັ້ນ, ຄະນະສານ ອາຍາ ຈຶ່ງເຫັນຄວນຕັດອິດສະຫຼະພາບ ທ້າວ ສອນບັນດິດ 10 ປີ, ປັບໃໝ 15.000.000 ກີບ ແລະ ຕັດອິດສະຫຼະພາບ ນາງ ໂຕະ 9 ປີ, ປັບໃໝ 13.000.000 ກີບ.
ພາບ-ຂ່າວ: ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.