Header Ads

ລົດໃຫ່ຍຕຳກັບລົດຈັກ 2 ຄັນ ບາດເຈັນ 2 ຄັນໃນຈຸດເກີດເຫດ





ລາຍງານຈາກໜ່າວກູ້ໄພໃນວັນທີ 31/03/2018 ເວລາ 21:40  ໂດຍໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວໄດ້ຮັບແຈ້ງເຫດຈາກປະຊາຊົນວ່າມີເຫດລົດໃຫຍ່ຕໍາກັບລົດຈັກ 2 ຄັນ ໂດຍຈຸດເກີດເຫດແມ່ນຢູ່ ບ້ານທ່າເດື່ອ ເມືອງຫາດຊາຍຟອງ ແຂວງນະຄອນຫຼວງວຽງຈັນ. ເມື່ອໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວອອກກວດສອບເຫດພົບວ່າມີຄົນເຈັບ 2 ຄົນ ເຊິ່ງມີສະພາບລຸ່ມນີ້: 







ຜູ້ທີ່ 1 ເບື້ອງຕົ້ນຄົນເຈັບເປັນເພດຍິງ 30ປີ ອາຊີບປະຊາຊົນ ບ້ານຊຽງຂວັນ ເມືອງຫາດຊາຍຟອງ ແຂວງນະຄອນຫຼວງວຽງຈັນ ອາການຄົນເຈັບເບື້ອງຕົ້ນແມ່ນ ຂາຫັກເບື້ອງຊ້າຍ  ແລະ ມີບາດເປີດຢູ່ມືທັງສອງເບື້ອງ

ຜູ້ທີ່ 2 ເບື້ອງຕົ້ນຄົນເຈັບເປັນເພດຊາຍ 40ປີ ອາຊີບພະນັກງານ ບ້ານ ໜອງແປນໃຕ້ ເມືອງຫາດຊາຍຟອງ ແຂວງນະຄອນຫຼວງວຽງຈັນ ອາການຄົນເຈັບເບື້ອງຕົ້ນແມ່ນ ມີບາດເປີດໃຫຍ່ຢູ່ຂາໂຕ້ເບື້ອງຂວາ ຂາຫັກທັງສອງເບື້ອງ ມີບາດທົ່ວໃບໜ້າ ແລະ ມີສິຕິດີ








ດັ່ງນັ້ນ ໜ່ວຍກູ້ໄພມູນນິທິຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍມິດຕະພາບ150ຕຽງ


ເຈັບປ່ວຍສຸກເສີນໂທ1623ຟຣີຕະຫຼອດ24ຊົ່ວໂມ (ຈຸດໜອງໄຮ)
ພາບ ແລະຂ່າວ: ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.