Header Ads

ລັດກວດພົບການສໍ້ລາດບັງຫຼວງຫຼາຍຮ້ອຍຕື້ກີບ ແລະ ກຳລັງດຳເນີນຄະດີ ກັບຜູ້ກະທຳຜິດຈຳນວນຫຼາຍ




ຜ່ານ​ການ ສະຫລຸ​ບກາ​ນ​ເຄື່ອນ​ໄ​ຫວວຽກງານ ກວດ​ກາປີ 2017 ຂອງ​ຄະ​ນະ​ກວດກາ​ ສູນກາງ​ພັກ​ ​ກ່ຽວກັບກາ​ນ ສະກັດ​ກັ້ນ​, ຕ້ານ​ການ ​ສໍ້​ລາ​ດບັງຫລວງ ​ແລະ ສືບ​ສວນ-ສອບ​ສວນ​​ ​ເຫັນ​ວ່າ ໄດ້​ມີ​ການ​ກວດກາ​ພຶ​ດຕິກຳ ທີ່ເປັນການສໍ້ລາດບັງຫລວງ 146 ກໍລະນີ ພົບ​ເຫັນ​ຜົນ​​ເສຍ​ຫາຍ​ທັງໝົ​ດ 593,97 ຕື້ກ່ວາ​ກີບ; 5,53 ລ້ານ​ບາດ; 4,67 ລ້ານ​​ໂດ​ລາ ​ແລະ 20 ລ້ານ​ດົງ.


ຈາ​ກການ ​ລາຍ​ງານ​ດັ່ງກ່າວ, ​ເກັບ​ກູ້​ໄດ້​​ແລ້ວ 357,15 ຕື້ກີ​ບ; 956.500 ​ບາດ; 1,21 ລ້ານ​ໂດ​ລາ ​ແລະ 20 ລ້ານ​ດົງ​. ​ໃນ​ນັ້ນ​, ພົບ​ເຫັນ ພະນັກ​ງານ​ລັດ ​ແລະ ຜູ້​ປະກອບ​ການ ​ທີ່​ມີ​ພຶດຕິ​ກຳ​ສໍ້​ລາດ​ບັງ​ຫລວງ 994 ຄົນ (ພະນັກງານ​ລັດ 908 ຄົນ ​ແລະ ຜູ້​ປະ​ກອບ​ການ​ 86 ຄົນ), ​ເຊິ່ງປັດຈຸບັນ ​ກຳລັງ​ດຳ​ເນີນ​ກວດກາ 420 ຄົນ, ​ໄດ້​ປະຕິບັດ​ວິ​ໄນ​ ດ້ານ​ບໍລິ​ຫານ 414 ຄົນ, ກຳລັງ​ດຳ​ເນີນ​ຄະດີ 84 ຄົນ, ສະຫລຸບ​ຄະດີ​ ສົ່ງ​ໃຫ້​ໄອຍະ​ການ​ ປະຊາ​ຊົນ​ແລ້ວ 62 ຄົນ ​ແລະ ສານ​ຕັດສິນ​ແລ້ວ 14​ ຄົນ​. ດັ່ງ​ນັ້ນ, ​ເພື່ອ​ເປັນ​ການ​ສະກັດ​ກັ້ນ ການ​ສໍ້​ລາດ​ບັງຫລວງ ​ໄດ້ອອກ​ມະຕິ​ວ່າ​ດ້ວຍ​ວຽກງານ​ຄຸ້ມ​ຄອງ​ທີ່​ດິນ, ຄຳ​ສັ່ງ ວ່າ​ດ້ວ​ຍ ການ​ປະ​ຢັ​ດລາຍ​ຈ່າ​ຍງົບປະມານ, ດຳລັດ ​ວ່າ​ດ້ວຍ​ການ​ຄຸ້ມ​ຄອ​ງລົດ​ ປະ​ຈຳ​ຕຳ​ແໜ່ງ,​ ຂໍ້​ຫ້າມ ​ແລະ ວິ​ໄນ ​ຂອງ​ພະນັກງານ​ການ​ເງິ​ນ,​ ປັບປຸງ​ ບົດ​ແນະນຳ​ການ​ແ​ຈ້ງຊັບ​ສິນ,​ ​ໄດ້​ຫັນ​ເອົາ​ຍຸດ​ທະ​ສາດ ຕ້ານການ​ສໍ້​ລາດ​ບັງຫລວງ ​ເຂົ້າ​ໃນ​ຫລັກສູດ ການ​ຮຽນ-ການ​ສອນຊັ້ນ​ອານຸບານ, ປະຖົມ, ມັດ​ທະ​ຍົມ​ຕອນຕົ້ນ, ຕອນ​ປາຍ ​ແລະ ນິຕິ​ກຳ​ອື່ນໆ.

ຂ່າວ:​ ພູ​ທອງ ສີ​ວົງສາ (ຂປລ)
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.