Header Ads

ຄົນເມົາຍ່າງຂ້າມໜອງນໍ້າແລ້ວລົ້ມລົງ ເສຍຊີວິດຄາທີ່ເກີດເຫດ




ຕາມການລາຍງານຂອງ ໜ່ວຍກູ້ຊີບນະຄອນຫຼວງວ່າ:  ໃນວັນທີ 13/03/2018 ເວລາ 08:14ໂມງ ໄດ້ຮັບແຈ້ງເຫດຈາກປະຊາຊົນເຂົ້າເບີສຸກເສີນ1623 ວ່າມີ ຄົນຍ່າງຂ້າມຄອງນໍ້າແລ້ວເສຍຊີວິດ ໂດຍຈຸດເກີດເຫດແມ່ນ ບ້ານ ໄຊສົມບູນ (ຫຼັກ21) ເມືອງ ໄຊທານີ ນະຄອນຫຼວງວຽງຈັນ. ທີມງານໜ່ວຍກູ້ໄພ ກວດສອບຈຸດເກີດເຫດ ພົບເຫັນຄົນນອນເສຍຊີວິດ 1 ຄົນຢູ່ກາງໜອງນໍ້າ ໂດຍຜູ້ເສຍຊີວິດເປັນເພດຊາຍ ອາຍຸ 48 ປີ  ບ້ານໄຊສົມບູນ ເມືອງໄຊທານີ.




ອີງຕາມການບອກເລົ່າຂອງປະຊາຊົນແມ່ນຜູ້ກ່ຽວເມົາແລ້ວຍ່າງຂ້າມຄອງເພື່ອຈະກັບເຮຶອນແລ້ວລົ້ມລົງເສຍຊີວິດຄ່າທີ່. ຫນ່ວຍກູ້ໄພໄດ້ມ້ຽນສົບຂອງຜູ້ກ່ຽວແລ້ວນຳໄປທຳພິທີທາງສາດສະຫນາທີ່ວັດປ່າຊ້າໄຊສົມບູນ (ຜູ້ກ່ຽວບໍ່ມີຍາດພີ່ນ້ອງ)







ພາບ ແລະ ຂ່າວ: ໜ່ວຍກູ້ຊີບນະຄອນຫຼວງ 
------------------------------------------------
ທາງຫນ່ວຍກູ້ໄພກໍ່ສະແດງຄວາມເສຍໃຈນຳຄວາມຄົວຜິ້ເສຍຊີວິດດ້ວຍ
ເຈັບປ່ວຍສຸກເສີນໂທ1623ຕະຫລອດ24ຊົ່ວໂມງ
ຈຸດດົງໂດກ

No comments

Powered by Blogger.