ປະຫວັດຄວາມເປັນມາຂອງ "ແຄນລາວ"
ປະຫວັດຄວາມເປັນມາຂອງ "ແຄນລາວ"
"Khene" Lao National Musical Instrument
ແຄນ ແມ່ນເຄື່ອງດົນຕີອະມະຕະຂອງຊາວລາວ ເຊິ່ງເປັນສິ່ງທີ່ຕິດພັນຢ່າງສະໜິດແໜ້ນກັບຊີວິດຂອງຄົນລາວ. ແຄນສາມາດກ່ອມອາລົມຄົນໃຫ້ມ່ວນ ແລະ ໃຫ້ຄວາມມ່ວນຊື່ນສຸກສັນໃນຍາມມີໄຊຊະນະ ແລະ ປະສົບຜົນສຳເລັດອັນຈົບງາມ. ແຄນຍັງກ່ອມຈິດໃຈໃຫ້ຄົນຄຶດຮອດບ້ານເກົ່າເມືອງຫລັງ ແລະ ເຮັດໃຫ້ຄິດຮອດບ້ານເກົ່າທີ່ເຄີຍພັກອາໄສ, ເຮັດໃຫ້ຄຶດຮອດອະດີດຜູ້ເຖົ້າຜູ້ແກ່ເມື່ອໄດ້ຟັງສຽງແຄນລາວຕ່າງໆ ເຊັ່ນ: ລຳສັ້ນ, ລຳລ່ອງ ແລະ ອື່ນໆ.
ແຄນເປັນເຄື່ອງດົນຕີປະເພດໃຊ້ປາກເປົ່າດ້ວຍວິທີສູບລົມເຂົ້າ-ອອກຕາມຈັງຫວະ ແລະ ທຳນອງ ຫຼື ລາຍທີ່ໄດ້ກຳນົດຢ່າງຄັກແນ່.
ແຄນເຮັດດ້ວຍໄມ້ອໍ້ (ໄມ້ປາວ) ເຊິ່ງໄດ້ປະກອບດ້ວຍວັດຖຸ 4 ຢ່າງ ແມ່ນ ໄມ້ລູກແຄນ, ໄມ້ອໍ້ (ໄມ້ປາວ), ເຕົ້າແຄນ (ໄມ້ດູ່), ລີ້ນແຄນເຮັດດ້ວຍທອງ ຫຼຶ ເງິນສະເພາະຂີ້ສູດ ໃຊ້ໄວ້ຕິດຮູແຄນ.
ແຄນມີ 4 ຊະນິດຄື: 1. ແຄນຫົກ: ເປັນແຄນສໍ່ານ້ອຍເອີ້ນວ່າ ແຄນນ້ອຍ ຫຼື ແຄນສັ້ນ, ມີລູກແຄນຂ້າງລະ 3 ລູກ ມີສຽງນຳກັນ 5 ສຽງຄື: ຟາ-ຊອນ -ລາ-ໂດ-ເຣ. 2. ແຄນເຈັດ: ເປັນແຄນສ່ຳກາງມີລູກຂ້າງລະ 7 ລູກ, ແຄນສ່ຳກາງນິຍົມເປົ່າໃສ່ດົນຕີອື່ນໆ ມີສຽງນຳກັນ 7 ສຽງຄື: ໂດ-ເຣ-ມີ-ຟາ-ຊອນ-ລາ-ທີ. 3. ແຄນແປດ: ເປັນແຄນສໍ່າກາງເຊິ່ງໃຫຍ່ກວ່າແຄນເຈັດໜ້ອຍໜຶ່ງ. ໃຊ້ສຳລັບເປົ່າດ່ຽວໂດຍປະສົມປະສານກັບສຽງລຳ ແລະ ສຽງຂັບປະເພດຕ່າງໆ, ແຄນແປດເປັນແຄນທີ່ໝໍລຳນິຍົມຊົມຊື່ນໃຊ້ຫຼາຍກວ່າໝູ່. 4. ແຄນເກົ້າ: ເປັນແຄນທີ່ມີລູກຂ້າງລະເກົ້າ, ແຄນຊະນິດນີ້ແມ່ນແຄນທີ່ເພິ່ນນິຍົມຊົມຊື່ນເປົ່າໃສ່ລຳໂສມ, ລຳສີພັນດອນ, ລຳພື້ນເມືອງ, ລຳນິທານແຕ່ເກົ່າ. ໃນປະຈຸບັນປາກົດວ່າ ໃນວົງການໝໍລຳບໍ່ມັກໃຊ້ກັນແລ້ວ ແຕ່ໃນບາງເຂດກໍມີການຂົບງັນບຸນປະເພນີດ້ວຍສຽວແຄນຢູ່.
ເມື່ອເວົ້າຈາເຖິງແຄນແລ້ວຄົນລາວທົ່ວປະເທດລາວ ກໍ່ມັກເອີ່ຍເຖິງ "ລາຍ" ຂອງມັນສະເຫມີເຊັ່ນ: ລາຍແມ່ຮ້າງກ່ອມລູກ, ລາຍໝາ ອີ່ຈ່ອຍ ແລະ ລາຍອື່ນືໆອີກແລ້ວແຕ່ລະພາກຂອງ ສປປ ລາວ.
ສໍາລັບປະຫວັດຄວາມເປັນມາຂອງແຄນອີງຕາມການຄົ້ນຄວ້າຊອກຫາທາງບູຮານນະຄະດີແຕ່ກີ້ແຕ່ກ່ອນ ແລະ ທາງດ້ານວັນນະຄະດີຂອງນັກປາດ, ສາດສະດາຈານທາງພາຍໃນ ແລະ ຕ່າງປະເທດກ່ຽວກັບຄວາມເປັນມາຂອງແຄນແລ້ວ ເພິ່ນກໍ່ສັນນິຖານໄວ້ເປັນຢ່າງເຊື່ອຖືວ່າ: ແຄນເປັນອຸປະກອນດົນຕີທີ່ຄົນລາວບັນດາເຜົ່າ, ແຄນທີ່ໄດ້ຄົ້ນພົບນັ້ນມີເຄົ້າຍາວຄື: ແຄນຂອງເຜົ່າມູເຊີ, ແຄນໂທນຂອງເຜົ່າຊ່ວຍຢູ່ແຂວງອັດຕະປື. ສະນັ້ນ, ຈິ່ງເວົ້າໄດ້ວ່າດົນຕີປະເພດນີ້ມີມາແຕ່ບູຮານນະການແລ້ວ ແລະ ໄດ້ຄົງຢູ່ຄູ່ກັບຊາດລາວມາແຕ່ບັນພະບູລຸດ.
"Khene" Lao National Musical Instrument
Khene (Khaen) is part of Lao society and culture; it represents its musical, artistic and spiritual attractions. As the Lao national proverb says: "A person living under a stilted house, eat sticky rice, listen to any music related to Lam (Lum) or Morlam or play Khene is likely to be Lao or associated with the Lao people".
Khene (Khaen) is part of Lao society and culture; it represents its musical, artistic and spiritual attractions. As the Lao national proverb says: "A person living under a stilted house, eat sticky rice, listen to any music related to Lam (Lum) or Morlam or play Khene is likely to be Lao or associated with the Lao people".
Khene is made from a special kind of bamboo. It looks slightly Andrean in appearance with its sets of bamboo and reed pipes of various lengths, which are strapped together, and then blow into by the player. It can be played solo as in traditional Lao music or in combination with other musical instruments to accompany modern songs.
The Khene can also be performed in a full "Khene Orchestra". But in the rural area, it is very popular; however, it is commonly used to accompany folk singers or drama actors.
Post a Comment