Header Ads

ປກສ ແຂວງຫຼວງນໍ້າທາກັກຜູ້ຖືກຫາພ້ອມຂອງກາງຢາເສບຕິດປະເພດຢາບ້າ 50 ມັດ ເທົ່າກັນ 100,000 ເມັດ




ຕາມການໃຫ້ຂໍ້ມູນຂອງເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ໃນວັນທີ 11 ມີນາ 2018 ນີ້, ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ: ຈະມີກຸ່ມຄົນບໍ່ດີຈຳນວນໜື່ງເຄື່ອນໄຫວລັກລອບຄ້າ - ຂາຍ ຢາເສບຕິດຢູ່ເຂດບ້ານ ສົມປານໄຕ້ ຫາ ບ້ານ ຊຽງກົກ ເມືອງ ລອງ ແຂວງຫຼວງນໍ້າທາ ມາຮອດວັນທີ 12 ມີນາ 2018 ຈື່ງໄດ້ຈັດວ່າງກຳລັງຢູ່ຕາມຈຸດດັ່ງກ່າວເພື່ອຕິດຕາມເປົ້າໝາຍ. ມາຮອດເວລາ 13:30 ນາທີ ຂອງວັນດຽວກັນນັ້ນຈື່ງພົບເຫັນເປົ້າໝາຍມີການເຄື່ອນໄຫວຢູ່ຕາມເສັ້ນທາງເຂດບ້ານ ສົມປານໄຕ້ ຫາ ບ້ານ ຊຽງກົກ ຈາກນັ້ນເຈົ້າໜ້າທີ່ຈື່ງໄດ້ຂໍອານຸຍາດກວດກາ ແລະ ໄດ້ພົບເຫັນຂອງກາງຢາເສບຕິດປະເພດຢາບ້າຈຳນວນ 50 ມັດ ທີ່ຊຸກເຊື່ອງໃສ່ກະເປົ່າທີ່ຢູ່ທ້າຍລົດຈັກ ຈື່ງໄດ້ກັກຕົວຜູ້ຖືກຫາຊື່ທ້າວ ຢາໂຕ ອາຍຸ 31 ປີ ຢູ່ບ້ານ ປຸງຊາຍ ເມືອງ ລອງ ແຂວງຫຼວງນໍ້າທາພ້ອມຂອງກາງຢາເສບຕິດປະເພດຢາບ້າຈຳນວນ 50 ມັດ ເທົ່າກັນ 100,000 ເມັດ ແລະ ລົດຈັກ 1 ຄັນ, ພ້ອມໂທລະສັບມື່ຖື 1 ໜ່ວຍ.


ຜ່ານການສືບສວນ - ສອບສວນໃນເບື້ອງຕົ້ນຂອງເຈົ້າໜ້າທີ່ ຜູ້ກ່ຽວໄດ້ຮັບສາລະພາບວ່າຢາບ້າຈຳນວນດັ່ງກ່າວແມ່ນຂອງຕົນແທ້ເຊິ່ງໄດ້ຮັບເອົານຳເຖົ້າແກ່ຈາກປະເທດມຽນມາໃນລາຄາ7,000,000 ກີບຕໍ່ 1 ມັດແລ້ວຈະນຳມາຂາຍໃນລາຄາ 1 ມັດຕໍ່ 8,000,000 ກີບ.
ປະຈຸບັນທາງເຈົ້າໜ້າທີ່ໄດ້ກັກຕົວທ້າວ ຢາໂຕ ໄວ້ທີ່ຄ້າຍຄຸມຂັງ - ດັດສ້າງ ປກສ ແຂວງ ພ້ອມວັດຖຸເຄື່ອງຂອງກາງຄະດີປະເພດຢາບ້າຈຳນວນ 50 ມັດ ເທົ່າກັບ 100,000 ເມັດ, ລົດຈັກ 1 ຄັນ, ພ້ອມໂທລະສັບມື່ຖື 1 ໜ່ວຍ ໄວ້ເພື່ອເປັນຫຼັກຖານ ແລະ ຂະຫຍາຍຜົນຫາກຸ່ມແກ້ງມາດຳເນີນຄະດີຕາມລະບຽບກົດໝາຍ.


 ພາບ ແລະ ຂ່າວ: ປກສ ແຂວງຫຼວງນໍ້າທາ 

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.