Header Ads

ເຫດລົດປີ້ນທັບເດັກນ້ອຍເສຍຊີວິດ 2 ຄົນ ໜ້າໂຮງຮຽນ ມສ ນາຊາຍທອງ



ນະຄອນຫຼງງວຽງຈັນ: ໃນຕອນບ່າຍວັນທີ 2/3/2018 ເກີດເຫດໂສກອານາດຕະກໍາ ລົດໃຫຍ່ປີ້ນທັບລົດນັກຮຽນ ທີ່ເສັ້ນທາງ 13 ເໜືອ ເມືອງນາຊາຍທອງ ນະຄອນຫຼວງວຍວຽງຈັນ ເຊິ່ງເຫດດັ່ງກ່າວເຮັດໃຫ້ນ້ອງນັກຮຽນ 2  ຄົນເສຍຊີວິດຄາທີ່ເກີດເຫດ.






ຂໍ້ມູນເບື້ອງຕົ້ນຈາກໜ່ວຍກູ້ໄພພັດທະນາ ຜາສຸກ ລາຍງານວ່າ :  ເດັກນັກຮຽນເດິນທາງໄປໂຮງຮຽນ ແລະ ກໍາລັງຈະລ້ຽວລົດຈັກເຂົ້າໂຮງຮຽນ ທີ່ເຂດບ້ານນາຊາຍທອງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແລ້ວມີລົດໃຫຍ່ ທະບຽນ ກໍາແພງນະຄອນ ບກ 1797 ແລ່ນມາດ້ວຍຄວາມໄວເບກບໍ່ຢູ່ ຈິ່ງເສຍຫຼັດແລ້ວປີ້ນທັບເອົາລົດຈັກນ້ອງນັກຮຽນທັງສອງ ເຮັດໃຫ້ນ້ອງນັກຮຽນທັງ 2 ຄົນເສຍຊີວິດຄາທີ (ເປັນຍິງທັງສອງ) ເຊິ່ງປະຈຸບັນ ທາງກູ້ໄພກໍາລັງເກັບກູ້ສົບຜູ້ເສຍຊີວິດ ທີ່ຕິດຄາລົດໃຫຍ່ຄັນເກີດເຫດອອກ ເພື່ອໃຫ້ຍາດພີ່ນ້ອງນໍາໄປປະກອບພິທີຕາມສາສະໜາຕໍ່ໄປ.


© ຈໍາປາໂພສ |  www.champapost.com

_________



No comments

Powered by Blogger.