Header Ads

ມອບ- ຮັບ ໂຄງການກໍ່ສ້າງສຸກສາລາໃຫ້ບ້ານ ດອນຊາ ເມືອງ ທ່າແຕງ ແຂວງ ເຊກອງ




ພິທີມອບ-ຮັບ ໂຄງການກໍ່ສ້າງສຸກສາລາໃຫ້ບ້ານ ດອນຊາ ເມືອງ ທ່າແຕງ ແຂວງ ເຊກອງ ໄດ້ຈັດຂື້ນຕອນບ່າຍວັນທີ 27 ກຸມພາ ຜ່ານມານີ້ ຢູ່ທີ່ບ້ານດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມກ່າວມອບຂອງທ່ານ ນາງ ລີນາ ບິດເຕີ ເອກອັກຄະລັດຖະຖູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ແລະ ກ່າວຮັບແມ່ນທ່ານ ສີດາ ສຸວັນນະສາຍ ຄະນະປະຈໍາພັກແຂວງ -ຮອງເຈົ້າແຂວງ ເຊກອງ, ມີທ່ານ ສົມເພັດ ເອິດລັດດາ ຄະນະປະຈໍາພັກເມືອງ-ຮອງເຈົ້າເມືອງ ທ່າແຕງ, ບັນດາທ່ານທີ່ປຶກສາທູດທະຫານສະຫະລັດອາເມລິການປະຈໍາ ສປປ ລາວ, ຫົວໜ້າ-ຮອງກົມເອີລົບອາເມລິກາ ກະຊວງການຕ່າງປະເທດ, ພະແນກການກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ-ເມືອງ, ພະນັກງານແພດໝໍ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານດັ່ງກ່າວເຂົ້າຮ່ວມ.





ທ່ານ ສັນຕິພາບ ກິຖາວອນ ປະທານບໍລິສັດ ບິວດິງຄອນເຊັບສ ຈໍາກັດ ( TESCO-LG ) ຜູ້ຮັບເໝົາກໍ່ສ້າງກ່າວລາຍງານວ່າ: ພາຍຫຼັງໄດ້ຮັບສັນຍາກໍ່ສ້າງສຸສາລາ ບ້ານດອນຊາ ເມືອງທ່າແຕງ ກໍ່ໄດ້ເລີ່ມລົງມືຈັດຕັ້ງປະຕິບັດ ເລີ່ມແຕ່ຂັ້ໜຕອນການອອກແບບ; ການເກັບກູ້ລະເບີດໃນສະຖານທີ່ກໍ່ສ້າງ ເຊິ່ງແມ່ນໜ່ວຍງານກ່ຽວຂ້ອງຂັ້ນແຂວງເຊກອງ ເປັນຜູ້ຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ສະຖານທີ່ກໍ່ສ້າງມີຄວາມປອດໄພ, ຈາກນັ້ນ ໄດ້ລົງສໍາລວດພື້ນທີ່ດິນ, ສ້າງແຜນທີ່ດິນ ແລະ ການເຈາະສໍາລວດທາງທໍລະນີ ເພື່ອເອົາຂໍ້ມູນດິນໄປອອກແບບໂຄງສ້າງອາຄານສຸກສາລາແຫ່ງນີ້ ໄດ້ເລີ່ມລົງມືກໍ່ສ້າງແຕ່ຕົ້ນເດືອນ ມີນາ 2017 ເປັນຕົ້ນມາ ແລະ ໄດ້ສໍາເລັດ 100% ໃນທ້າຍເດືອນ ມັງກອນ 2018 ນີ້, ການກໍ່ສ້າງ ແມ່ນຖືກຕ້ອງຕາມການອອກແບບ-ຄິດໄລ່ ແລະ ມາດຕະຖານເຕັກນິກທຸກຢ່າງ ລວມມູນຄ່າກໍ່ສ້າງທັງໝົດ 442.035,53 ໂດລາສະຫະລັດ, ຫຼືເທົ່າກັບ 3 ຕື້ 668 ລ້ານກວ່າກີບ ສ່ວນແຫຼ່ງທຶນແມ່ນໄດ້ຈາກງົບປະມານຂອງປະຊາຊົນຊາວອາເມລິກາ ແລະ ແມ່ນໜຶ່ງໃນໂຄງການຊ່ວຍເຫຼືອດ້ານມະນຸດສະທໍາຂອງລັດຖະບານສະຫະລັດອາເມລິກາປະຈໍາສົກປີ 2016-2017 ເຊິ່ງພາຍໄຕ້ການຄຸ້ມຄອງບໍລິຫານໂຄງການໂດຍ ກອງທັບສະຫະລັດອາເມລິການປະຈໍຳອາເມລິກາ, ເຊິ່ງເປັນອາຄານຊັ້ນດຽວ, ມີຂະໜາດ 12 x 20 m, ມີ 5 ຫ້ອງເຮັດວຽກ, ປະກອບດ້ວຍອຸປະກອນການແພດເຊັ່ນ: ຕຽງນອນຄົນເຈັບ, ຕຽງປິ່ນປົວ, ຕຽງປະສູດ, ຕູ້ເຢັນເກັບເລືອດ ແລະ ອຸປະກອນອື່ນໆ, ນອກນີ້ ຍັງມີຫໍພັກຂອງພະນັກງານແພດໝໍໜຶ່ງຫຼັງ ແລະ ສຸກສາລາທີ່ພັກຜ່ອນຂອງຄົນເຈັບ ພ້ອມຫ້ອງນໍ້າຢູ່ພາຍໃນແຕ່ລະຫ້ອງຢ່າງມີຄວາມສະດວກສະບາຍໃຫ້ແກ່ຜູ້ມາຊົມໃຊ້ບໍລິການຢູ່ສຸກສາລາແຫ່ງນີ້. ພິທີການມອບ-ຮັບໄດ້ຕັດແທບຜ້າ ແລະ ຮ່ວມກັນເຊັນບົດບັນທຶກຊ່ວຍຈໍາການພົວພັນຮ່ວມມືໂດຍທ່ານນາງ ລີນາ ບິດເຕີ ເອກອັກຄະລັດຖະຖູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ແລະ ທ່ານ ສີດາ ສຸວັນນະສາຍ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ເຊກອງ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີ່ພິຍານ.




ຕອນທ້າຍພິທີທ່ານ ສີດາ ສຸວັນນະສາຍ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ເຊກອງ ໄດ້ສະແດງຍ້ອງຍໍຊົມເຊີຍ ມາຍັງເອກອັກຄະລັດຖະຖູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ພ້ອມພາກສ່ວນກ່ຽວຂ້ອງທີ່ໄດ້ນໍາເອົາທືນດັ່ງກ່າວມາສ້າງສາພັດທະນາສຸກສາລາແຫ່ງນີ້, ພ້ອມນັ້ນ ກໍ່ໄດ້ກ່າວມອບຕໍ່ໃຫ້ຂະແໜ່ງການກ່ຽວຂ້ອງຂັ້ນເມືອງ ພ້ອມໂອ້ລົມ ແລະ ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ຈົ່ງເອົາໃຈໃສ່ປົກປັກຮັກສາ ແລະ ນໍາໃຊ້ໃຫ້ເກີດປະໂຫຍດຢ່າງສູງ. ທັງນີ້ ເພື່ອເຮັດໃຫ້ພະນັກງານແພດໝໍໄດ້ນໍາໄປຈັດຕັ້ງປະຕິບັດໜ້າທີ່ຂອງຕົນຕາມການມອບໝາຍຂອງຂັ້ນເທິງ, ສຸກສາແຫ່ງນີ້ ແມ່ນແນໃສຮັບໃຊ້ບໍລິການປະຊາຊົນ 2 ບ້ານເປົ້າໝາຍຄື: ບ້ານ ທົ່ງຫວາຍ ແລະ ບ້ານ ດອນຊາ ເຊິ່ງມີປະຊາກອນທັງໝົດ 3.065 ຄົນ,ຍິງ 1.575 ຄົນ


ຂ່າວ: ພອນ ບຸນອຸທິດ(ຂ່າວແຂວງເຊກອງ)
© ຈໍາປາໂພສ |  www.champapost.com
_________



No comments

Powered by Blogger.