Header Ads

ບຸນກຸດສົງການປີໃໝ່ລາວ ຢູ່ເມືອງປາກເຊປີນີ້ຈະຈັດຂຶ້ນຢ່າງຫຍິ່ງໃຫຍ່ ຕິດພັນກັບການສະເຫຼີມສະຫຼອງ ປີທ່ອງທ່ຽວລາວ 2018




ບຸນກຸດສົງການປີໃຫໝ່ລາວ ຢູ່ເມືອງປາກເຊແຂວງຈຳປາສັກປີ ພສ 2561 ຄສ 2018 ນີ້,ຈະຂຶ້ນຢ່າງຫຍິ່ງໃຫຍ່ ແລະມີຫຼາຍກິດຈະກຳໃຫ້ທ່ອງທ່ຽວ ເນຶ່ອງຈາກເປັນໜຶ່ງໃນກິດຈະກຳສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ຂອງມືອງປາກເຊ ເຊັ່ນ: ງານປະກວດນາງສາວຈຳປາສັກ , ພິທີແຫ່ນາງສັງຂານມື້ສັງຂານລ່ວງ,ການຫົດນໍ້າໃນຖະໜົນຊຸ່ມເຢັນ,ການສະແດງຄອນເສີດ ( ມິວ ຊິກ ໂຊນ ) ແລະ ກິດຈະກຳແຂ່ງຂັນກິລາແລະອື່ນໆອີກ.



ທ່ານ ສຸລິວັນ ສະຫວັດທະສິນ ຄະນະປະຈຳພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆປາກເຊ ຮອງປະທານ ຜູ້ປະຈຳການຈັດງານບຸນກຸດສົງການປີໃໝ່ລາວ ທີ່ເມືອງປາກເຊ ແຂວງຈຳປາສັກໃຫ້ສຳພາດວ່າ: ບຸນສົງການປີໃໝ່ລາວ ແມ່ນບຸນມະຫາຊາດທີ່ນອນໃນ ຮີດ 12 ຂອງລາວ ຊຶ່ງສືບທອດປະຕິບັດກັນມາແຕ່ບູຮານນະການ ຈົນກາຍເປັນປະເພນີອັນດີງາມໃນແຕ່ລະປີ .ແຕ່ສຳລັບປີ 2018ນີ້ ເນຶ່ອງຈາກເປັນປີທ່ອງທ່ຽວລາວ ດັ່ງນັ້ນ; ງານບຸນປີໃໝ່ລາວຈິ່ງຖືກຍົກລະດັບຈັດໃຫ້ມີສີສັນຫຍິ່ງໃຫຍ່ກ່ວາປີຜ່ານມາ ເພື່ອເປັນກິດຈະກຳດຶງດູດນັກທ່ອທ່ຽວໃຫ້ເຂົ້າມາທ່ຽວຊົມຢ່າງຫຼວງຫຼາຍ ເປັນຕົ້ນ ງານປະກວດນາງສາວຈຳປາສັກ ເພື່ອເປັນນາງສັງຂານປະຈຳປີຈະຈັດຂຶ້ນ ໃນວັນທີ 6 ເມສາ ທີ່ຕະຫຼາດສະບາຍດີ ແຟຣນຊິບມໍ,ພິທີແຫ່ນາງສັງຂານ ໂລໂກ້ສຳຄັນຫຼັກຂອງງານຈະຈັດຂຶ້ນໃນວັນທີ 14 ເມສາ ມື້ສັງຂານລ່ວງ ຫຼືມື້ພະລົງ ໃນພິທີຈະແຫ່ຈາກບ້ານໂພນໄຊ ໄປຕາມທາງເລກທີ 13 ຜ່ານໜ້າສຳນັກງານປົກຄອງເມືອງເຂົ້າໄປຍັງວັດຫຼວງປາກເຊ ເຊີ່ງຈະມີ ທັງໝົດ 17 ຂະບວນເຂົ້າຮ່ວມແຫ່ ແລະ ຈະຕົກແຕ່ງແຕ່ລະຂະບວນຢ່າງມີສີສັນ ປະສານສຽງມະໂຫລີດົນຕີ ອັນເປັນເອກະລັກຂອງຊາວພາກໃຕ້ ເຊັ່ນ:




ຂະບວນພະສົງ -ພະລັດຕະນະໄຕ,ພາຂວັນໃຫຍ່ -ຕົ້ນກາລະພຶກໃຫຍ່,ຂະບວນແຫ່ນາງສັງຂານທັງ 7 ; ປີນີ້ນາງສັງຂານຖືຫົວພະຍາກາວິລະພົມປະທັບເທິງຫຼັງນົກຍູງເຊິ່ງໄດ້ກະກຽມຕົກແຕ່ງໃຫ້ສວຍງາມໜ້າປະທັບໃຈແກ່ມວນຊົນ, ນອກຈາກນີ້ກໍມີສີສັນກິດຈະກຳໃໝ່ 3 ຢ່າງຕ່າງຈາກປີຜ່ານມາທີ່ຈະນຳເຂົ້າຮ່ວມຂະບວນຄື: ຂະບວນແຄນ-ກອງຫາງ,ຂະບວນສະແດງການຫຼິ້ນໝາກໂຍນຂີ່ມ້າ ແລະ ຂະບວນລົດສາມລໍ້.ທັງນີ້ກໍເພື່ອຟື້ນຟູອະນຸລັກວັດທະນະທຳອັນດີງາມ ແລະສ່ອງແສງໃຫ້ເຫັນສິ່ງໂດດເດັ່ນຕິດພັນກັບການຂະຫຍາຍຕົວທາດ້ານເສດຖະກິດ - ສັງຄມຂອງເມືອງຈາກອະດີດຈົນເຖິງປະຈຸບັນ.ສ່ວນວ່າການຈັດຕັ້ງຫົດນໍ້າໃນຖະໜົນຊຸ່ມເຢັນຈະຈັດຕັ້ງຢູ່ 2 ຈຸດຄື: ຈຸດທີ1 ແຕ່ສາມແຍກວິທະຍາໄລຄູສົງ ໄປຫາວົງວຽນສະລາຄຳ,ຈຸດທີ 2 ແຕ່ສີ່ແຍກໜ້າຮ້ານສີລິສົມບູນແຄນນອນ ໄປຫາສີ່ແຍກບ້ານຮ່ອງຂະຍອມ.ສຳລັບກິດຈະກຳສະແດງຄອນເສີດມິວຊິກໂຊນ ຈະຈັດທີ່ສະໜາມກິລາ ຫຼັກ 2 ຊຶ່ງຈະມີນັກຮ້ອງ ນັກສະແດງທີ່ມີຊື່ສຽງມາສ້າງບັນຍາກາດແຕ່ວັນທີ 14-16 ເມສາ ຢ່າງຄືກຄື້ນມ່ວນຊື່ນ .

ປະຈຸບັນການຫ້າງຫາກະກຽມເງື່ອນໄຂຕ່າງໆ ໃນການຈັດງານແມ່ນມີຄວາມພ້ອມແລ້ວ ເປັນຕົ້ນທ່ານເຈົ້າແຂວງຈຳປາສັກໄດ້ອອກຂໍ້ຕົກລົງສະບັບເລກທີ216 ຈຂ.ຈສ ລົງວັນທີ5 ມີນາ 2018. ວ່າດ້ວຍແຕ່ງຕັ້ງຄະນະຮັບຜິດຊອບຈັດງານສະເຫຼີມສະຫຼອງບຸນປີໃໝ່ລາວ ທີ່ເມືອງປາກເຊ ແຂວງຈຳປາສັກ,ໄດ້ແຕ່ງຕັ້ງ ແລະກຳນົດໜ້າວຽກອະນຸກຳມະການຝ່າຍຕ່າງໆ ພ້ອມທັງໄດ້ເປີດກອງປະຊຸມຄົ້ນຄ້ວາປຶກສາຫາລືເພື່ອຮັບປະກັນໃຫ້ ການຈັດງານບຸນ ປີໃໝ່ລາວ ປີນີ້,ຖືກຕ້ອງຕາມຮີດຄອງປະເພນີ ວັດທະນະທໍາອັນດີງາມຂອງຊາດ ແລະຮັບປະກັນຄວາມສະຫງົບສຸກເປັນລະບຽບຮຽບຮ້ອຍ.


ທ່ານ ສຸລິວັນ ສະຫວັດທະສິນ ເຈົ້າເມືອງໆປາກເຊ ຍັງໄດ້ກ່າວ ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມຮ່ວມກັນຫຼີ້ນບຸນປີໃໝ່ລາວຢ່າງເບີກບານມ່ວນຊື່ນຖືກຕ້ອງຕາມຮີດຄອງປະເພນີ,ມີສະຕິໃນການເດີນທາງທ່ອງທ່ຽວ ເພື່ອຄວາມເປັນລະບຽບປອດໄພ; ຈາກນີ້ກໍຍັງໄດ້ກ່າວເຊີນຊວນນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າມາທ່ຽວຊົມ ແລະທ່ອງທ່ຽວໃນງານບຸນກຸດສົງການປີໃໝ່ລາວ ກໍຄືເມືອງປາກເຊ ແຂວງຈຳປາສັກ ດ້ວຍຄວາມຍິນດີຕ້ອນຮັບອີກດ້ວຍ.


ພາບ ແລະ ຂ່າວ: ວິທະຍຸກະຈາຍສຽງແຂວງຈໍາປາສັກ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.