Header Ads

ກອງປະຊຸມທົບທວນນການຈັດຕັ້ງປະຕິບັດໂຄງການຮ່ວມມື ລະຫວ່າງລັດຖະບານລາວ ກັບອົງການກອງທຶນການເງິນເພື່ອການພັດທະນາກະສິກຳ (IFAD) ປະຈຳປີ 2017




ກອງປະຊຸມທົບທວນນການຈັດຕັ້ງປະຕິບັດໂຄງການຮ່ວມມື ລະຫວ່າງລັດຖະບານລາວ ກັບອົງການກອງທຶນການເງິນເພື່ອການພັດທະນາກະສິກຳ (IFAD) ປະຈຳປີ 2017 ໄດ້ຈັດຂຶ້ນ ໃນວັນທີ 28 ກຸມພາ 2018 ທີ່ເມືອງວັງວຽງແຂວງວຽງຈັນ ໂດຍການເປັນປະທານ ຂອງທ່ານ ສະຫວັນ ຫານພົມ ຮອງຫົວໜ້າກົມແຜນການ ແລະການເງິນ, ທ່ານ ໄທມັດເຮດ ຫົວໜ້າຫ້ອງການອີຟັດປະຈຳລາວ, ຫວຽດນາມ, ກຳປູເຈ່ຍ ແລະມຽນມ້າ ພ້ອມດ້ວຍວິຊາການທັງສອງຝ່າຍເຂົ້າຮ່ວມ. 



ໂອກາດນີ້ ທ່ານ ສະຫວັນ ຫານພົມ ໄດ້ຂຶ້ນມີຄວາມເຫັນຕໍ່ກອງປະຊຸມວ່າ: ກອງທຶນສາກົນເພື່ອການພັດທະນາກະສິກໍາ (IFAD) ໄດ້ໃຫ້ການ ສະໝັບສະໜູນການພັດທະນາຂະແໜງ ກະສິກໍາ ຢູ່ ລາວ ເປັນເວລາດົນ ຕັ້ງແຕ່ ປີ 1978 ເປັນຕົ້ນມາ ເຊິ່ງໄດ້ປະກອບສ່ວນຢ່າງຕ່າງໜ້າເຂົ້າໃນການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດສັງຄົມຂອງ ລາວ ໂດຍສະເພາະ ວຽກງານຄ້ຳປະກັນສະບຽງອາຫານ ແລະ ໂພສະນາການ ທີ່ລັດຖະບານມອບໝາຍໃຫ້ ຂະແໜງກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ. ການສະໝັບສະໜູນນີ້ ມີທັງໃນຮູບແບບ ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມອັດຕາດອກເບ້ຍຕໍ່າ. ມາຮອດປັດຈຸບັນ ກອງທຶນສາກົນເພື່ອພັດທະນາກະສິກຳ ( IFAD ) ຍັງໄດ້ ສືບຕໍ່ສະໜັບສະໜູນ ຂະແໜງກະສິກຳຂອງລາວ ໃນຫຼາຍແຜນງານ ແລະ ໂຄງການ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນໄດ້ວ່າມີຫຼາຍກິດຈະກຳ ແລະ ແຜນງານໄດ້ບັນລຸຕາມເປົ້າໝາຍ ແລະ ຈາກຜົນສຳເລັດ ໃນການຈັດຕັ້ງປະຕິບັດໃນຜ່ານມາ ກໍປາສະຈາກບໍ່ໄດ້ ຈຸດອ່ອນຂໍ້ຄົງຄ້າງຄວາມຫຍຸ້ງຍາກ ໂດຍສະເພາະ ຜູ້ປະສານງານ ແລະ ຜູ້ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດໂຄງການ ແຜນງານ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງ ຈັດຕັ້ງຄຸ້ມຄອງໃຫ້ດີຂຶ້ນ.


ເພື່ອຮັບປະກັນການຈັດຕັ້ງ ປະຕິບັດແຜນງານເຫຼົ່ານັ້ນ ໃຫ້ດຳເນີນໄປຢ່າງມີປະສິດທິພາບ ແລະ ຮັບປະກັນໄດ້ປະສິດທິຜົນຂອງການນຳໃຊ້ທຶນ, ກອງປະຊຸມທົບທວນການຈັດຕັ້ງປະຕິບັດແຜນງານຄັ້ງນີ້ ແມ່ນເປັນໂອກາດທີ່ດີ ໃຫ້ທຸກພາກສ່ວນທີ່ມີສ່ວນຮ່ວມ ໃນການປຶກສາຫາລື ແລະ ຖອດຖອນບົດຮຽນ ສິ່ງທີ່ປະສົບຜົນສຳເລັດ ແລະ ແກ້ໄຂຂໍ້ຄົງຄ້າງ ທີ່ໄດ້ພົບພໍ້ໃນການຈັດຕັ້ງປະຕິບັດຜ່ານມາ. ຜົນໄດ້ຮັບຈາກກອງປະຊຸມຄັ້ງນີ້ ຈະໄດ້ນຳໄປຜັນຂະຫຍາຍເຂົ້າໃນການປັບປຸງການຈັດຕັ້ງປະຕິບັດໃນຕໍ່ໜ້າ.




ຂໍ້ມູນ:  ວສລ 
© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.