Header Ads

ເຫດລົດຈັກຕຳກັບລົດໃຫຍ່ບາດເຈັບ 2 ຄົນຈຸດເກີດເຫດ ຢູ່ແຖວຄອກມ້າ ບ້ານໂພນສີນວນ




ວັນທີ 28/02/2018 ເວລາ19:16 ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດຮັບແຈ້ງເຫດຈາກປະຊາຊົນວ່າມີເຫດລົດຈັກຕຳກັບລົດໃຫຍ່ ຢູ່ແຖວຄອກມ້າ ບ້ານໂພນສີນວນ. ເມື່ອໜ່ວຍກູ້ໄພມູນນິທິໄປຮອດຈຸດເກີດເຫດພົບວ່າມີຄົນເຈັບ 2 ຄົນ ຄົນທີ 1 ເປັນເພດຍິງ ອາຍຸ 16ປີ ອາຊີບນັກຮຽນ ບ້ານດົງປ່າລານ ເມືອງສີສັດຕະນາກ ແຂວງນະຄອນຫຼວງວຽງຈັນ ເຊິ່ງອາການເບື້ອງຕົ້ນແມ່ນກົກຂາຂ້າງຂວາຫັກ, ເຈັບສະໂພກ,ມີບາດຖະຫຼອກຢູ່ກົກຂາຂ້າງຊ້າຍ ແລະ ຍັງມີສະຕິດີ. ສ່ວນຄົນທີ 2 ເປັນເພດຊາຍ ອາຍຸ17ປີ ອາຊີບນັກຮຽນ ບ້ານທົ່ງຂັນຄຳ ເມືອງຕັນທະບູລີ ແຂວງນະຄອນຫຼວງວຽງຈັນ ໂດຍອາການເບື້ອງຕົ້ນແມ່ນເຈັບຂາຂ້າງຂວາ ມີສະຕິດີ. 





ດັ່ງນັ້ນໜ່ວຍກູ້ໄພມູນນິທິຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໆໍມິດຕະພາບ150ຕຽງ (ຈຸດທາດຫຼວງ)


ເຈັບປ່ວຍສຸກເສີນໂທ 1623 ຟີຣຕະຫຼອດ 24ຊົ່ວໂມງ
ພາບ ແລະ ຂ່າວ:  ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.