Header Ads

ແຂວງຈໍາປາສັກເຜີຍແຜ່ກົດໝາຍ ແລະ ນິິຕິກໍາວ່າດ້ວຍການສົ່ງເສີມ-ຄຸ້ມຄອງການລົງທຶນ



ອີງຕາມການລາຍງານຂ່າວຂອງໜັງສືພິມຈໍາປາໃໝ່ໃນວັນທີ 13 ກຸມພາ 2018 ວ່າ :  ພະແນກແຜນການ ແລະ ການລົງທຶນແຂວງຈໍາປາສັກ ຮ່ວມກັບກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ (ຄລທຂ), ພ້ອມທັງເຜີຍແຜ່ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ນິຕິກໍາວ່າດ້ວຍການສົ່ງເສີມ-ຄຸ້ມຄອງການລົງທຶນ.





ກອງປະຊຸມຈັດຂຶ້ນທີ່ພະແນກແຜນການ ແລະ ການລົງທຶນແຂວງ ໂດຍການເຂົ້າຮ່ວມຂອງທ່ານ ປອ. ບຸນຖອງ ດີວິໄຊ ເຈົ້າແຂວງຈໍາປາສັກ, ທ່ານ ປອ. ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ. ມີຮອງເຈົ້າແຂວງ, ຫົວໜ້າກົມ-ຮອງກົມກະຊວງແຜນການ ແລະ ການລົງທຶນ, ພະແນກການອ້ອມຂ້າງແຂວງ, ເຈົ້າເມືອງ, ຮອງເຈົ້າເມືອງ ແລະ ບັນດາຫ້ອງການກ່ຽວຂ້ອງຂອງແຕ່ລະເມືອງເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້ ໄດ້ຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ (ສະບັບປັບປຸງ ປີ 2016) . ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ, ການເຄື່ອນໄຫວຂອງຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດຢູ່ ສປປ ລາວ. ຂໍ້ຕົກລົງເຈົ້າແຂວງຈໍາປາສັກ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ.





ພ້ອມດຽວກັນທີ່ປະຊຸມຍັງໄດ້ ມີການປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນ ເພື່ອເຮັດໃຫ້ການຈັດຕັ້ງວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນຢູ່ແຂວງຈໍາປາສັກ ມີຜົນສໍາເລັດຕາມລະດັບຄາດໝາຍ.




ຂ່າວ-ພາບ: ຈັນທະວີສັກ (ໜັງສືພິມຈໍາປາໃໝ່ )


© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.