Header Ads

ວິໂກ້ເສຍຫຼັກຕຳປະສານງານກັບລົດຈັກ ເສຍຊີວິດຄາທີ 1 ຄົນ ແລະ ລົດປີ້ນມຸ່ນເສຍຫາຍໃນທີ່ເກີດເຫດ




ແຂວງວຽງຈັນ: ໃນວັນທີ 19 ກຸມພາ 2018 ເວລາປະມານ 17:00 ໂມງ ມີລາຍງານຈາກປະຊາຊົນວ່າ: ເກີດເຫດເສົ້າສະຫຼົດໃຈ ລົດໃຫຍ່ແລ່ນມາດ້ວຍຄວາມໄວສູງ ແລ້ວເສຍຫຼັກໄປຕຳເອົາລົດຈັກ ເຮັດໃຫ້ຜູ້ຂັບຂີ່ເສຍຊີວິດຄາທີ່ 1 ຄົນ  ໂດຍຈຸດເກີດເຫດແມ່ນບ້ານຂັນໝາກ ເມືອງວັງວຽງ ແຂວງວຽງຈັນ.






ຂໍ້ມູນເບຶ້ອງຕົ້ນລະບຸວ່າຜູ້ເສຍຊີວິດແມ່ນເພດຍິງ ແລະ ຄູ່ກໍລະນີລົດໃຫຍ່ແມ່ນໂດຍສານມາ 3 ຄົນນໍາ ໄດ້ຮັບບາດເຈັບ ໂດຍສາເຫດຄາດຂັບຂີ່ໄວເກີນໄປຈົນເຮັດໃຫ້ລົດປີ້ນເສຍຫຼັກ ແລະ ຕໍາເອົາລົດຈັກ ຈົນກາຍເປັນເຫດເສົ້າໃຈ. ຢ່າງໃດກໍຕາມ, ເຈົ້າໜ້າທີ່ກ່ຽວຂ້ອງກໍາລັງດໍາເນີນການສອບສວນ  ແລະ ລວບລວມຂໍ້ມູນຫາສາເຫດການເກີດອຸບັດຕິເຫດດັ່ງກ່າວ.​ 








ພາບ- ຂ່າວ: อานุลัก แก้วยาวง
© ຈໍາປາໂພສ |  www.champapost.com

_________


No comments

Powered by Blogger.