Header Ads

ທ່ານຮອງປະທານສະພາແຫ່ງຊາດຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ




ແຂວງໄຊຍະບູລີ : ໃນລະຫວ່າງວັນທີ 11-13 ກຸມພາ 2018 ນີ້ ທ່ານ ປອ ບຸນປອນ ບຸດຕະນະວົງ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ໄຊຍະບູລີ, ໃຫ້ການຕ້ອນຮັບໂດຍ ທ່ານ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ໄຊຍະບູລີ, ມີບັນດາສະມາຊິກສະພາປະຊາຊົນແຂວງ, ມີຫົວໜ້າ-ຮອງຫົວໜ້າ ພະແນກການ ອ້ອມຂ້າງແຂວງໃຫ້ການຕ້ອນຮັບຢ່າງອົບອຸ່ນ.


ກ່ອນອື່ນທີມງານຂອງ ທ່ານ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ແມ່ນໄດ້ຮັບຟັງການລາຍງານ-ການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດເລກທີ 018/ສພຊ ກ່ຽວກັນແຜນການຕິດຕາມກວດກາ ການອອກນິຕິກໍາລຸ່ມກົດໝາຍ ແລະ ຜົນກະທົບຈາກການນໍາໃຊ້ສານເຄມີເກີນຄ່າມາດຕະຖານຕໍ່ສິ່ງແວດລ້ວມ-ສັງຄົມ, ຮັບຟັງການລາຍງານ-ການຄຸ້ມຄອງ ແລະ ແກ້ໄຂບັນຫາມົນລະຜິດ, ການສົ່ງກິ່ນເໝັ້ນຈາກການດໍາເນີນກິດຈະການ, ສະຖານທີ່ເກັບມ້ຽນຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຕ່າງໆ, ຮັບຟັງການລາຍງານ-ການຄຸ້ມຄອງ, ຕິດຕາມກວດກາ ການນໍາໃຊ້ສານເຄມີໃນຂົງເຂດໂຮງງານອຸດສາຫະກໍາ ແລະ ຮັບຟັງການງານລາຍງານການນໍາໃຊ້ສານເຄມີເຂົ້າໃນການປູກຝັງຂອງບັນດາບໍລິສັດຈາກ ສປ ຈີນ ທີ່ລົງທຶນປູກຝັງຢູ່ ແຂວງ ໄຊຍະບູລີ, ເປັນຕົ້ນແມ່ນການປູກກ້ວຍຫອມ, ປະຈຸບັນແຂວງ ໄຊຍະບູລີ ແມ່ນແມ່ນອານຸຍາດໃຫ້ບໍລິສັດຂອງນັກລົງທຶນມາສາທິດທົດລອງປູກກ້ວຍຈໍານວນ 5 ບໍລິສັດ, ຢູ່ 2 ເມືອງຄື: ເມືອງ ໄຊຍະບູລີ ແລະ ເມືອງ ພຽງ, ຜ່ານການຈັດຕັ້ງປະຕິບັດການປູກກ້ວຍດັ່ງກ່າວ ແລະ ການຕິດຕາມກວດກາການນໍາໃຊ້ສານເຄມີ ແລະ ຢາປາບສັດຕູພືດ ເຫັນວ່າສາມາດຄຸ້ມຄອງໄດ້ ແລະ ກໍານົດເອົາ 3 ບໍລິສັດເພື່ອທົດລອງເປັນຕົວແບບໃນການຜະລິດຕາມມາດຕະຖານກະສິກໍາທີ່ດີ, ຕໍ່ກັບການຈັດຕັ້ງປະຕິບັດ ການຄຸ້ມຄອງ, ຕິດຕາມ ການນໍາໃຊ້ສານເຄມີເຂົ້າໃນການຜະລິດກະສິກໍາຂອງປະຊາຊົນ, ເວົ້າລວມ, ເວົ້າສະເພາະແມ່ນ 5 ບໍລິສັດ ຈາກ ສປຈີນ, ແຂວງແມ່ນໄດ້ເປັນເຈົ້າການໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບລະບຽການຄຸ້ມຄອງ ແລະ ນໍາໃຊ້ຢາປາບສັດຕູພືດ ແລະ ຢາຂ້າຫຍ້າ, ພ້ອມດຽວກັນຍັງໄດ້ເກັບຕົວຢ່າງຜົນຜະລິດກ້ວຍ, ດິນສວນກ້ວຍ ແລະ ນໍ້າ ໄປວິໄຈຫາສານຕົກຄ້າງ, ຜ່ານການວິໄຈເຫັນວ່າບໍ່ພົບສານຕົກຄ້າງ. 




ໂອກາດດັ່ງກ່າວ ທ່ານ ປອ ບຸນປອນ ບຸດຕະນະວົງ ກໍ່ໄດ້ຮຽກຮ້ອງໃຫ້ແຂວງ ໄຊຍະບູລີ,ເວົ້າລວມ, ເວົ້າສະເພາະແມ່ນພະແນກການທີ່ກ່ຽວຂ້ອງຈົ່ງເພີ່ມຄວາມເອົາໃຈໃສ່ໃນການກວດກາ-ຄຸ້ມຄອງບັນດາບໍລິສັດທີ່ດໍາເນີນທຸລະກິດຢູ່ພາຍໃນແຂວງເປັນຕົ້ນແມ່ນ: ສວນປູກກ້ວຍຫອມ ແລະ ບັນດາໂຮງງານຕ່າງຽທີ່ສ້າງຄວາມອັນຕະລາຍຕໍ່ສິ່ງແວດລ້ວມ ແລະ ສິ່ງທີ່ມີຊີວິດ, ກວດກາ ແລະ ຄຸ້ມຄອງການນໍາໃຊ້ສານເຄມີໃຫ້ຢູ່ໃນເຂດເຂດທີ່ກໍານົດໃຫ້ ແລະ ນໍາໃຊ້ໃຫ້ຖືກຕາມເຕັກນິກວິທີການ ໂດຍເນັ້ນຄຸນນະພາບ ແລະ ຄວາມປອດໄພເປັນຫຼັກ, ຫັນເອົາພະນັກງານວິຊາການລົງຊຸກຍູ້ ແລະ ຕິດຕາມຢ່າງໃກ້ສິດຢູ່ສວນ ເພື່ືອບໍ່ໃຫ້ບໍລິສັດດັ່ງກ່າວໃຊ້ສານເຄມີຕາມລໍາພັງໃຈ, ພ້ອມດຽວກັນ ທີມງານດັ່ງກ່າວກໍ່ໄດ້ຢ້ຽມຢາມ ໂຮງງານແປ້ງມັນຕົ້ນ ເມືອງປາກລາຍ, ສວນປູກກ້ວຍຫອມ ເມືອງ ພຽງ ແລະ ເມືອງ ໄຊຍະບູລີ, ຢ້ຽມຢາມສວນປູກໝາກຖົ່ວເຫຼືອງ, ໂຮງງານຊີມັງຊານເລີ ແລະ ໂຮງງານໄຟຟ້າພະລັງງານຄວາມຮ້ອນຫົງສາຕື່ມອີກ.

ພາບ ແລະ ຂ່າວ: ຂ່າວແຂວງໄຊຍະບູລີ (ມີເດຍລາວ)
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.