ເກີດອຸບັດຕິເຫດລົດຈັກນັກຮຽນຕຳກັບລົດຈິບເສຍຊີວິດຄາທີ່ 2 ຄົນ
ແຂວງບໍລິຄຳໄຊ : ຕອນແລງວັນທີ 13 ກຸ່ມພາ 2018 ຜ່ານມານີ້ ເກີດອຸບັດຕິເຫດເສົ້າສະຫຼົດໃຈ ໂດຍມີລົດຈັກນັກຮຽນຕຳກັບລົດຈິບທະຫານ ຢູ່ບໍລິເວນພູຜາເມືອງ ແຂວງບໍລິຄຳໄຊ ເຊິ່ງເຫດການທີ່ເກີດຂຶ້ນເຮັດໃຫ້ນັກຮຽນທີ່ກຳລັງເປັນໄວລຸ້ນເສຍຊີວິດຄາທີ່ເກີດເຫດເຖິງ 2 ຄົນ ໂດຍນັກຮຽນທັງສອງແມ່ນໄດ້ຊ້ອນກັນມາ. ຂໍ້ມູນເບື້ອງຕົ້ນ ຍາດພີ່ນ້ອງຜູ້ເສຍຊີວິດໄດ້ໃຫ້ຂໍ້ມູນວ່າ ທັງ 2 ແມ່ນໄປຫຼິ້ນນຳໝູ່ພາຍຫຼັງເລີກຮຽນ ແລະ ກຳລັງພາກັນກັບບ້ານຕາມປົກກະຕິ ແຕ່ລະຫວ່າງທາງກໍມາປະສົບອຸບັດຕິເຫດເຮັດໃຫ້ເສຍຊີວິດທັງ 2 ຄົນ.
ທີ່ມາ: Orlanee Vilavanh /ນາທີຊີວິດ
© ຈໍາປາໂພສ | www.champapost.com
_________
Post a Comment