Header Ads

ສານນະຄອນຫລວງວຽງຈັນລົງໂທດແກ໋ງລັກລົດໃຫຍ່ອັນຕະລາຍ




ວັນທີ 23 ມັງກອນນີ້, ສານປະຊາຊົນນະຄອນຫລວງວຽງຈັນ ໄດ້ລົງໂທດຕັດອິດສະ ຫລະພາບ ທ້າວ ພອນສະຫວັນ ຕັ້ງຈະເລີນອາຍຸ 28 ປີ ຢູ່ບ້ານ ຮ່ອງໄກ່ແກ້ວ ເມືອງຈັນທະບູລີ ຈຳຄຸກ 9 ປີ 6 ເດືອນໃນຂໍ້ ຫາລັກຊັບພົນລະເມືອງ ແລະ ມີຢາເສບຕິດໄວ້ຄອບຄອງ, ຕັດອິດສະພາບພາບ ທ້າວ ວິລະພອນ ອາຍຸ 31 ປີ ຢູ່ບ້ານ ນາຄຳ ເມືອງສີໂຄດຕະບອງ ແລະ ທ້າວ ສີຖາວອນ ອາຍຸ 25 ປີ ຢູ່ ບ້ານ ເພັດເຫນືອ ເມືອງສີ ສັດຕະນາກນະຄອນຫລວງວຽງຈັນ ຈຳຄຸກຜູ້ລະ 3 ປີ 6 ເດືອນໃນຂໍ້ຫາລັກຊັບພົນລະ ເມືອງ ເຊິ່ງຜູ້ຕ້ອງຫາທັງ 3 ຖືກເຈົ້າ ໜ້າທີ່ຈັບຕົວມາດຳ ເນີນຄະດີໄດ້ໃນເດືອນພຶດສະພາ 2017ຜ່ານມາ.


ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພວກ ກ່ຽວໄດ້ເຄື່ອນໄຫວລັກລົດ ໃຫຍ່ຂອງປະຊາຊົນມາແລ້ວ ຫລາຍກ່ວາ 10 ຄັນ, ຄື: ໃນ ວັນທີ 16 ພະຈິກ 2015 ພວກກ່ຽວໄດ້ໄປລັກລົດກະບະວີ ໂກ້ຂອງປະຊາຊົນຢູ່ ບ້ານນາສ້ຽວ, ຈາກນັ້ນນຳ ໄປຂາຍໃຫ້ກັບປະຊາຊົນ ຢູ່ ບ້ານດົງ ນາໂຊກ ໃນລາຄາ 1 ແສນບາດ, ລ່າສຸດໃນວັນທີ 2 ພຶດສະພາ 2017 ພວກ ກ່ຽວໄດ້ ໄປລັກລົດຂອງປະ ຊາຊົນຢູ່ ບ້ານ ດົງນາໂຊກ, ກ່ອນຈະນຳໄປຂາຍໃຫ້ໝູ່ ແລະ ຖືກເຈົ້າໜ້າທີ່ຈັບຕົວ ມາດຳເນີນຄະດີ, ພາຍຫລັງ ກວດຄົ້ນຕົວ ທ້າວ ພອນ ສະຫວັນ ຍັງພົບຢາບ້າກວ່າ 500 ເມັດ ເຊິ່ງເຈົ້າໜ້າທີ່ ໄດ້ຢຶດມາເປັນຫລັກຖານດຳ ເນີນຄະດີ.


© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.