Header Ads

ເຈົ້າໜ້າທີ່ ປກສ ເມືອງຫົງສາ ແຂວງໄຊຍະບູລີ ກັກຕົວຜູ້ຕ້ອງຫາລັກຊັບພົນລະເມືອງ ແລະ ພ້ອມຍຶດຂອງກາງປະເພດລົດຈັກຈຳນວນ 11 ຄັນ ລວມມູນຄ່າ 47 ລ້ານກ່ວາກີບ





ແຂວງໄຊຍະບູລີ :  ໃນຕອນເຊົ້າຂອງວັນທີ 25 ມັງກອນ 2018 ນີ້ ຢູ່ທີ່ກອງບັນຊາການ ປກສ ເມືອງ ທາງໜ່ວຍງານສືບສວນ-ສອບສວນຄະດີອາຍາ ຂອງກອງບັນຊາການ ປກສ ເມືອງຫົງສາ ໄດ້ໃຫ້ຮູ້ວ່າ: ການກັກຕົວຜູ້ຕ້ອງຫາລັກຊັບພົນລະເມືອງ ແລະ ພ້ອມຍຶດຂອງກາງປະເພດລົດຈັກບໍ່ມີທະບຽນ ຈຳນວນ 11 ຄັນ, ໄດ້ຈໍານວນ 1 ຄົນຄື: ທ້າວ ນັດ ບົວສາລີ ອາຍຸ 22 ປີ, ອາຊີບກຳມະກອນ, ເຊື້ອຊາດລາວ, ສັນຊາດລາວ ເຜົ່າກຶມມຸ, ປະຈຸບັນຢູ່ບ້ານນາປຸ່ງເມືອງຫົງສາ ແຂວງໄຊຍະບູລີ, ຖືກກັກຕົວໃນວັນທີ 8 ມັງກອນ 2018, ໃນຂໍ້ຫາລັກຊັບພົນລະເມືອງ.


ຕາມການສືບສວນ-ສອບສວນຂອງເຈົ້າໜ້າທີ່ໄດ້ໃຫ້ຮູ້ວ່າ: ໃນໄລຍະເດືອນ ພະຈິກ 2017 ທ້າວນັດ ບົວສາລີ ໄດ້ເລີ້ມເຄື່ອນໄຫວລັກຊັບພົນລະເມືອງ ( ລົດຈັກຈີນ ) ຢູ່ຕາມເທດສະບານເມືອງຫົງສາເປັນຕົ້ນມາ, ພາຍຫຼັງຜູ່ກ່ຽວລັກລົດຈັກໄດ້ມາແລ້ວແຕ່ລະຄັ້ງແມ່ນໄດ້ເອົາໄປເລາະຂາຍໃຫ້ປະຊາຊົນຕາມບ້ານຕ່າງໆຢູ່ພາຍໃນເມືອງຫົງສາ ພໍໄດ້ເງີນມາແລ້ວແມ່ນນໍາໄປຊື້ຢາມາເສບ ແລະ ນໍາໄປຈ່າຍຊື້ກີນຟຸມເຟືອຍຈົດໝົດ. ຕົກມາຮອດມາຮອດວັນທີ 8 ມັງກອນ 2018 ທາງເຈົ້າໜ້າທີ່ ປກສ ເມືອງຫົງສາ ສຶບຮູ້ຈິ່ງໄດ້ນໍາກັກຕົວ ທ້າວ ນັດ ບົວສາລີ ຢູ່ເຮືອນຂອງຜູ່ກຽ່ວພ້ອມກັບຂອງກາງປະເພດລົດຈັກເວບຈີນ ຍໍ່ຫໍ້ຊາມຊິງ ສີແດງ - ດໍາ ບໍມີເລກທະບຽນ ມາດໍາເນີນການສອບສວນ, ຜ່ານການສອບສວນຜູ່ກຽ່ວຮັບສາລະພາບວ່າ: ຍັງມີພວກຮ່ວມຂະບວນການລັກຊັບ (ລົດຈັກ) ໃນຄັ້ງນີ້ມີທັງໝົດ 05 ຄົນ, ລັກລົດຈັກໃນຈໍານວນ 11 ຄັນ, ສ່ວນຜູ້ເຂົ້າຮ່ວມຂະບວນການຈຳນວນ 04 ຄົນ ປະຈຸບັນແມ່ນໄດ້ຕົວຫຼົບໜີບໍ່ຮູ້ທີ່ຢູ່ທີ່ແນ່ນອນ.


ລົດຈັກທີ່ພວກກຽ່ວລັກມາແຕ່ລະຄັ້ງແມ່ນໄດ້ນໍາໄປຂາຍຢູ່ບ້ານຕ່າງໆພາຍໃນເມືອງຫົງສາຄື: ຂາຍຢູ່ບ້ານຫ້ວຍຈ້ວງ 03 ຄັນ, ບ້ານນໍ້າຂາມ 03 ຄັນ, ບ້ານກີ່ວມ່ວງ 02 ຄັນ,ບ້ານໂພນສະອາດ 01 ຄັນ ແລະ ຂາຍຢູ່ບ້ານແທ່ນຄໍາຈຳນວນ 01 ຄັນ,ປະຈຸບັນທາງເຈົ້າໜ້າທີ່ ປກສ ເມືອງຫົງສາ ສາມາດເກັບກູ້ລົດຈັກຈໍານວນດັ່ງກ່າວຄືນໄດ້ແລ້ວ ພວມດໍາເນີນການມອບສົ່ງຄືນໃຫ້ເຈົ້າຂອງເດີມ ລວມມູນຄ່າຄວາມເສຍເສຍຫາຍໃນຄັ້ງນີ້ປະມານ 47.850.000 ກິບ, ເຊິ່ງການກະທໍາຜິດຂອງຜູ້ກ່ຽວໃນຄັ້ງນີ້ແມ່ນຜິດຕໍ່ກົດໝາຍອາຍາມາດຕາ 119 ການລັກ, ການຍາດຊິງຊັບພົນລະເມືອງ.

ຂ່າວ: ບຸນປອນ ສຸກສົມບັດ  - ໂທ 020 55870709
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.