Header Ads

ຖວທ ຈັດກິດຈະກຳຍ່າງມິນິມາລາທອນເພື່ອສະເຫຼີມສະຫຼອງປີທ່ອງທ່ຽວລາວ



ຂ່າວແຂວງຈໍາປາສັກ : ໃນຕອນເຊົ້າວັນທີ 26 ມັງກອນ 2018 ພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ( ຖວທ )ແຂວງຈຳປາສັກ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ( ມິນິມາລາທອນ ) ຂຶ້ນທີ່ສະໜາມກິລາກາງຂອງແຂວງ ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ໂດຍການສະໜັັບສະໜູນຈາກ ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ຮ່ວມກັບກຸ່ມບໍລິສັດດາວເຮືອງ ເຊິ່ງໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆຈຳປາສັກ, ທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກ ຖວທ ແຂວງຈຳປາສັກ,ພ້ອມດ້ວຍບັນດາທ່ານຫົວໜ້າພະແນກ,ຮອງພະແນກ,ຫົວໜ້າຂະແໜງ,ຮອງຂະແໜງ,ພະນັກງານວິຊາການຈາກພະແນກການ,ກົມກອງຕ່າງໆພາຍໃນແຂວງເຂົ້າຮ່ວມຢ່າງພ້ອມພຽງ.



ໃນພິທີ ທ່ານ ບົວທອງ ສຸວັນນະສານ ໃຫ້ກຽດຂຶ້ນກ່າວເປີດງານທ່ານກ່າວວ່າ: ຈຸດປະສົງໃນການຈັດກິດຈະກຳຍ່າງມິນິມາລາທອນຄັ້ງນີ້ແມ່ນເພື່ອເປັນການຕ້ອນຮັບ ແລະ ສະເຫຼີມສະຫຼອງງານປີທ່ອງທ່ຽວລາວ ພາຍຫຼັງໄດ້ມີພິທີຖະແຫຼງຂ່າວເປີດປີທ່ອງທ່ຽວລາວ 2018 ທີ່ແຂວງຈໍາປາສັກໃນກາງເດືອນພະຈິກ 2017 ຜ່ານມາ. ພ້ອມນີ້ຍັງເປັນການເສີມສ້າງຄວາມແຂງແຮງດ້ານສຸຂະພາບ,ຈິດໃຈ ແລະ ຮ່າງກາຍ ໃຫ້ມີຄວາມປອດໃສ, ສ້າງຄວາມສາມັກຄີ ແລະ ມີສ່ວນຮ່ວມລະຫວ່າງພາກລັດກັບທຸລະກິດ-ເອກະຊົນ, ເປັນການເປີດກວ້າງການໂຄສະນາຜ່ານສື່ຕ່າງໆ ສ້າງຄວາມເຂັ້ມແຂງໃນຂົງເຂດບໍລິການ ແລະ ກະຕຸກຊຸກຍູ້ໃຫ້ທຸກພາກສ່ວນໃນສັງຄົມໄດ້ພ້ອມກັນເປັນເຈົ້າການ, ເປັນເຈົ້າພາບໃນງານປີທ່ອງທ່ຽວລາວ ຕິດພັນກັບງານບຸນນະມັດສະການຜາສາດຫີນວັດພູຈຳປາສັກ ເຊິ່ງເປັນມໍລະດົກໂລກແຫ່ງທີ 2 ຂອງ ສປປ ລາວ.




ຈາກນັ້ນຄະນະປະທານ ພ້ອມດ້ວຍແຂກທີ່ເຂົ້າຮ່ວມໄດ້ພ້ອມກັນຕັດແຖບຜ້າ ແລະ ປ່ອຍປຸມເປົ້າ ເພື່ອເປີດງານຢ່າງເປັນທາງການ. ຕໍ່ດ້ວຍການອອກຍ່າງແຕ່ສະໜາມກິລາກາງຫຼັກ 2 ໄປຫາທາງວົງວຽນຮູບຈຳລອງຜາສາດຫີນວັດພູຈຳປາສັກແລ້ວກ້ຽວກັບມາຈຸດເດີມ ຮ່ວມເຕັ້ນເອໂຣບິກ, ເຕັ້ນຈັງຫວະບັດສະຫຼົບຢູ່ທີ່ສະຖານທີ່ເປີດງານຕື່ມອີກ. 


ຂ່າວ-ພາບ: ຄຳຫຼ້າ - ໜັງສືພິມຈໍາປາໃໝ່ 
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.