Header Ads

ຮອງນາຍົກ ຮ່ວມວາງສີລາລືກ ກໍ່ສ້າງຫ້ອງການດ່ານສາກົນສາມຫລ່ຽມຄຳ



ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ກຽດເຂົ້າຮ່ວມການວາງສີລາລືກ ໂຄງການກໍ່ສ້າງທ່າເຮືອດ່ານສາກົນ ເຂດເສດຖະກິດພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນວັນທີ 27 ມັງກອນ 2018 ຂອງກຸ່ມບໍລິສັດ ດອກງິ້ວຄຳ ເພື່ອຕອບສະໜອງການເດີນເຮືອ ແລະ ການຂົນສົ່ງສິນຄ້າ ເຊິ່ງໃນເບື້ອງຕົ້ນ ໄດ້ອອກແບບກວມເອົາການຂົນສົ່ງຜູ້ໂດຍສານ, ເຮືອບັກຂົນສົ່ງສິນຄ້າ-ພາຫະນະ ແບບຄົບວົງຈອນ.

​ທ່ານ ເຢ້ຍ ຈ້ຽນຄຸນ ປະທານບໍລິຫານ ກຸ່ມບໍລິສັດດອກງິ້ວຄຳ ກ່າວວ່າ: ໃນເບື້ອງຕົ້ນທ່າເຮືອແຫ່ງນີ້ ຈະສາມາດຮອງຮັບການເຂົ້າ-ອອກ ຂອງຄົນໂດຍສານ ໄດ້ປະມານ 200.000 ເທື່ອຄົນ/ປີ ແລະ ຮອງຮັບການຂົນສົ່ງສິນຄ້າໄດ້ 100.000 ໂຕນ/ປີ. ສຳລັບແຜນການຂະຫຍາຍໃນອະນາຄົດ ແມ່ນສາມາດບໍລິການເຂົ້າ-ອອກ ຜູ້ໂດຍສານໄດ້ປະມານ 800.000 ເທື່ອຄົນ/ປີ ແລະ ຮອງຮັບການຂົນສົ່ງສິນຄ້າ ໄດ້ປະມານ 400.000 ໂຕນ/ປີ. ທ່າເຮືອສາກົນແຫ່ງນີ້ ມີເນື້ອທີ່ 11 ເຮັກຕາ, ປະກອບມີເດີ່ນ, ສາງເກັບສິນຄ້າ, ເສັ້ນທາງລົງທ່າເຮືອ, ຫ້ອງການແບບລວມສູນ, ຈຸດກວດກາພາສີ, ຫ້ອງການດ່ານ, ບ່ອນລໍຖ້າເຮືອ, ເດີ່ນຈອດຍົນເຮລີຄັອບເຕີ, ລະບົບລະບາຍນ້ຳເສຍ, ລະບົບໄຟເຍືອງ, ການຕົບແຕ່ງສີຂຽວ ແລະ ອື່ນໆ, ລວມມູນຄ່າ 18 ລ້ານກວ່າໂດລາສະຫະລັດ.

​ສຳລັບໄລຍະທີໜຶ່ງ ໄດ້ສຳເລັດການກໍ່ສ້າງບ່ອນຈອດທຽບທ່າເຮືອໂດຍສານ 1-3, ຫ້ອງການດ່ານ ຕຳຫລວດກວດຄົນເຂົ້າເມືອງ, ລານຈອດລົດ, ບ່ອນລໍຖ້າ, ຄູກັນເຈື່ອນ, ເສັ້ນທາງ, ລະບົບລະບາຍນ້ຳເສຍ ແລະ ພື້ນຖານອື່ນ. ສ່ວນໄລຍະທີສອງແມ່ນການກໍ່ສ້າງບ່ອນທຽບທ່າເຮືອບັກ, ເຮືອສິນຄ້າເບີ 1, ລວມທັງອົງປະກອບອື່ນ ແລະ ໄລຍະສາມ ແມ່ນການກໍ່ສ້າງບ່ອນທຽບເຮືອຂົນສົ່ງໂດຍສານ ເບີ 4-6 ແລະ ຈຸດທຽບເຮືອສິນຄ້າເບີ 2 ແລະ ເດີ່ນຈອດເຮລີຄັອບເຕີ. ທັງນີ້ແນໃສ່ບໍລິການຮັບໃຊ້ນັກທ່ອງທ່ຽວ, ນັກທຸລະກິດການຄ້າ, ຜູ້ປະກອບການທີ່ພັກອາໄສ ຢູ່ເຂດສາມຫລ່ຽມຄຳ.


​ທ່ານ ຄຳກິ່ງ ເອື່ອຍມະນີຮັກ ຮອງເຈົ້າແຂວງບໍ່ແກ້ວ ຊີ້ໃຫ້ເຫັນວ່າ: ການກໍ່ສ້າງທ່າເຮືອສາກົນແຫ່ງນີ້ ແມ່ນມີຄວາມສຳຄັນຍິ່ງ ເຊິ່ງຈະກາຍເປັນບ່ອນເຮັດວຽກຂອງເຈົ້າໜ້າທີ່ ທັງພາກລັດ ແລະ ເອກະຊົນ ໃນການອຳນວຍຄວາມສະດວກ ໃຫ້ແກ່ການນຳເຂົ້າ ແລະ ຂົນສົ່ງສິນຄ້າ ກໍຄືການນຳເຂົ້າ-ສົ່ງອອກສິນຄ້າໃຫ້ຖືກຕ້ອງ. ທັງເປັນເງື່ອນໄຂສະດວກແກ່ການບໍລິການ ແລະ ດຶງດູດນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາແຂວງບໍ່ແກ້ວ ກໍຄືສາມຫລ່ຽມຄຳໃຫ້ຫລາຍຂຶ້ນ ແລະ ກາຍເປັນໃຈກາງການຂົນສົ່ງທາງນ້ຳຢູ່ພາກເໜືອຂອງລາວໃນອະນາຄົດ.


ທີ່ມາ : ນສພ ລາວພັດທະນາ 
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.