Header Ads

ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ຈະເລີ່ມຈຳໜ່າຍໄຟຟ້າຕົ້ນປີ 2019




ພາຍຫຼັງ​ໄດ້​ລົງມື​ກໍ່ສ້າງ​ໂຄງການ​ເຂື່ອນ​ໄຟຟ້າ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ເມືອງ​ປາກ​ຊ່ອງ ແຂວງ​ຈຳປາ​ສັກ ແລະ ເມືອງສາມັກຄີ​ໄຊ ແຂວງ​ອັດ​ຕະ​ປື ນັບແຕ່​ທ້າຍ​ປີ 2013 ເປັນຕົ້ນ​ມາ ປັດຈຸບັນ​ໂຄງການ​ດັ່ງກ່າວ ​ໄດ້​ດຳເນີນ​ໄປ​ຢ່າງ​ມີ​ປະ​ສິດທິ​ຜົນ ໂດຍຄວາມ​ຄືບ​ໜ້າ​ຂອງ​ໂຄງການ​ສາມາດ​ປະຕິບັດ​ໄດ້​ລື່ນ​ແຜນການ​ທີ່ວາງ​ໄວ້ ແລະ ຄາດ​ວ່າ​ຈະ​ສຳເລັດ ແລະ ສາມາດ​ຈຳໜ່າຍ​ພະລັງ​ງານ​ໄຟຟ້າ ໃນ​ຕົ້ນ​ປີ 2019.

ທ່ານ ສະຫັດ​ທອນ ພຸດ​ທອງ ຜູ້ອຳນວຍການບໍລິສັດ ຣາຊ-ລາວ ບໍລິການ ​ຈຳກັດ ໄດ້​ກ່າວ​ໃນວັນ​ທີ 20 ທັນວາ 2017 ວ່າ: ໂຄງການ​ເຂື່ອນ​ໄຟຟ້າ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ເປັນ​ໂຄງການ​ຮ່ວມທຶນລະຫວ່າງບໍລິສັດ SK E&C (ສ ເກົາຫຼີ) ຖື​ຮຸ້ນ 26% ບໍລິສັດ KOWEPO (ສ ເກົາຫຼີ) ຖື​ຮຸ້ນ 25% ບໍລິສັດ RATCH (ປະເທດ​ໄທ) ຖື​ຮຸ້ນ 25% ແລະ ລັດ​ວິ​ສາ​ຫະ​ກິດ​ຖື​ຮຸ້ນ​ລາວ (LHSE) ຖື​ຮຸ້ນ 24% ກຳລັງຕິດ​ຕັ້ງ 410 ເມ​ກາ​ວັດ ຜະລິດພະລັງງານ​ໄຟຟ້າ​ໄດ້ 1.804,2 ກິກ​ກາ​ວັດ​ໂມງ​ຕໍ່​ປີ ເຊິ່ງ​ຈະ​ຂາຍໃຫ້ການ​ໄຟຟ້າ​ຝ່າຍ​ຜະລິດ​ແຫ່ງປະເທດ​ໄທ (EGAT) 90% ແລະ ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ (EDL) 10% ໂຄງການ​ນີ້​ມີ​ອາຍຸ​ສຳ​ປະທານ 27 ປີ ມູນ​ຄ່າ​ໂຄງການ 1.020 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 8.160 ຕື້​ກີບ ເຊິ່ງ​ເປັນ​ໂຄງການ​ທີ່​ມີ​ລັກສະນະການ​ກໍ່ສ້າງ​ແບບ​ການ​ຈັດ​ສັນ​ນ້ຳທີ່​ມີ​ປະ​ສິດທິ​ຜົນ ໂດຍ​ໃຊ້​ຮູບ​ແບບການ​ຜັນ​ນ້ຳ​ຈາກ​ບ່ອນ​ສູງ​ລົງ​ສູ່ບ່ອນ​ຕ່ຳ ເຊັ່ນ: ການ​ພັດທະນາຝາຍ​ຫ້ວຍ​ໝາກຈັນ ໂດຍ​ການຂຸດ​ທໍ່​ຜັນ​ນ້ຳ​ໄຫຼ​ລົງ​ສູ່​ອ່າງ​ເກັບນ້ຳ​ເຂື່ອນ​ເຊ​ປຽນ ຂຸດ​ທໍ່​ຜັນ​ນ້ຳ​ໄຫຼລົງ​ສູ່​ເຂື່ອນ​ເຊ​ນ້ຳ​ນ້ອຍ ແລ້ວເຈາະ​ອຸມົງ​ຜັນ​ນ້ຳ​ກ່ອນ​ຜັນ​ນ້ຳ​ລົງສູ່​ເຮືອນ​ຈັກ​ຢູ່​ແຂວງ​ອັດ​ຕະ​ປື.

ປັດຈຸບັນ ໄດ້​ສຳເລັດ​ການ​ກໍ່ສ້າງ​ຝາຍ​ຫ້ວຍ​ໝາກຈັນ ກວ້າງ 2,5 ແມັດ ສູງ 4,6 ແມັດ ຍາວ 30 ແມັດ ພື້ນ​ທີ່​ເກັບ​ນ້ຳ 81 ຕາ​ກິໂລ​ແມັດ ສຳເລັດ​ການ​ກໍ່ສ້າງເຂື່ອນ​ເຊ​ປຽນ ສູງ 84 ແມັດ ຍາວ 1.037 ແມັດ ພື້ນ​ທີ່​ອ່າງ 217 ຕາ​ກິໂລແມັດ ສາມາດ​ເກັບນ້ຳ​ໄດ້ 28 ລ້ານ​ແມັດ​ກ້ອນ ສຳເລັດ​ການ​ກໍ່ສ້າງ​ເຂື່ອນ​ເຊ​ນ້ຳນ້ອຍ ສູງ 73,7 ແມັດ ຍາວ 1.600 ແມັດ ພື້ນ​ທີ່​ອ່າງ 522 ຕາ​ກິໂລແມັດ ສາມາດ​ເກັບ​ນ້ຳໄດ້ 1.043 ລ້ານ​ແມັດ​ກ້ອນ ໃນ​ນີ້ ການ​ກໍ່ສ້າງ​ວຽກ​ທົ່ວ​ໄປ​ຄືບ​ໜ້າ 90% ວຽກ​ໂຍທາ​ຖາວອນ 95% ວຽກ​ໂຄງ​ສ້າງ​ເຫຼັກ​ໄຮ​ໂດຣ​ລິກ 70% ວຽກ​ຕິດ​ຕັ້ງ​ເຄື່ອງ​ຈັກ​ໄຟຟ້າ 54% ແລະ ວຽກ​ສາຍ​ສົ່ງ 61% ສັງ​ລວມ​ແລ້ວ​ໂຄງການ​ມີຄວາມ​ຄືບ​ໜ້າ 84% ລື່ນ​ແຜນການ​ເລັກ​ນ້ອຍ ແລະ ຄາດ​ວ່າຈະ​ສາມາດ​ຈຳໜ່າຍ​ໄຟຟ້າ​ໄດ້​ໃນເດືອນ​ກຸມພາ 2019.

ທີ່ມາ: ມະຫາຊົນ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.