Header Ads

ຈຳປາສັກ - ອັດຕະປືແລກປ່ຽນຖອດຖອນບົດຮຽນວຽກງານ ຖວທ




ຕອນເຊົ້າທີ 3 ພະຈິກ 2017 ນີ້ຢູ່ທີ່ຫ້ອງປະຊຸມສະຖານິວິທະຍຸກະຈາຍສຽງແຂວງຈຳປາສັກ ທ່ານ ບຸນເຕີຍ ຈັນທະລາສິນ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຈຳປາສັກ ພ້ອມດ້ວຍຄະນະ,ຫົວໜ້າ ແລະຮອງຂະແໜງການ,ກອງວິຊາການ ໄດ້ໃຫ້ກຽດຕ້ອນຮັບ ແລະແລກປ່ຽນບົດຮຽນວຽກງານ ຖວທ ກັບຄະນະນຳພະແນກ ຖວທ ແຂວງ ອັດຕະປື ເຊິ່ງນຳໂດຍ ທ່ານ ນາງ ບຸນນາມ ບຸນນະແສງ ຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງອັກຕະປຶ ພ້ອມຄະນະ.





ໂອກາດນີ້, ທັງສອງຝ່າຍໄດ້ລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງເຄື່ອນໄຫວວຽກງານ ຖວທ ໃນໄລຍະຜ່ານມາໃຫ້ກັນແລະກັນຊາບ ໂດຍໄດ້ຍົກໃຫ້ເຫັນຜົນງານຂໍ້ສະດວກ,ຂໍ້ຫຍຸ້ງຍາກ ແລະ ທິດທາງຈັດຕັ້ງປະຕິບັດໃນຕໍ່ໜ້າ. ໃນນັ້ນສະເພາະວຽກງານສື່ມວນຊົນ ວິທະຍຸກະຈາຍສຽງ,ໂທລະພາບ,ໜັງສືພິມ ກໍ່ຍົກຂຶ້ນມາແລກປ່ຽນ ເພື່ອແນ່ໃສ່ເຮັດໃຫ້ສື່ທັງສອງແຂວງມີການພັດທະນາ ສືບຕໍ່ເຮັດພາລະບົດບາດໜ້າທີ່ເປັນກະບອກສຽງອັນແຫຼມຄົມຂອງພັກ ໃນການສະໜອງຂໍ້ມູນຂ່າວສານໃຫ້ແກ່ສັງຄົມ ນຳເອົາແນວທາງນະໂຍບາຍຂອງພັກ,ກົດໝາຍຂອງລັດ,ແຜນພັດທະນາເສດຖະກິດ - ສັງຄົມລົງສູ່ພື້ນຖານປະຊາຊົນໃຫ້ຮັບຮູ້ເຂົ້າໃຈຢ່າງກ້ວາງຂວາງເລິກເຊິ່ງ,ສຶກສາອົບຮົມ ແລະ ປຸກລະດົມຊຸກຍູ້ຈິດໃຈປະຊາຊົນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດກໍ່ຄືສອງທ່ອງຖິ່ນແຂວງຈຳປາສັກແລະແຂວງອັດຕະປຶໃຫ້ກ້າວໜ້າຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.






ໃນໂອກາດທີ່ມາຢ້ຽມຢາມ ແລກປ່ຽນບົດຮຽນຂອງຄະນະນຳພະແນກ ຖວທ ແຂວງອັດຕະປືຄັ້ງນີ້, ທ່ານບົວທອງ ສຸວັນນະສານຫົວໜ້າພະແນກ ຖວທ ແຂວງຈຳປາສັກ ພ້ອມຄະນະຍັງໄດ້ນຳພາແຂກທ່ຽວຊົມເບິ່ງການຕິດຕັ້ງ ແລະ ກໍ່ສ້າງສະຖານີວິທະຍຸກະຈາຍສຽງແຫ່ງໃໝ່ ຊຶ່ງແມ່ນໃບໜ້າໃໝ່ຂອງວົງການສື່ມວນຊົນແຂວງຈຳປາສັກ,ຈັດກິດຈະກຳແຂ່ງຂັນກິລາມິດຕະພາບດ້ວຍບັນຍາກາດມ່ວນຊື່ນ ແລະ ມອບຂອງຂັວນເປັນທີ່ລະນືກເຊິ່ງກັນ ແລະກັນອີກດ້ວຍອິກດວ້ຍ.




ແຫຼ່ງຂ່າວ/ຂໍ້ມູນ:  ວິທະຍຸກະຈາຍສຽງແຂວງຈໍາປາສັກ
© ຈໍາປາໂພສ |  www.champapost.com
_________
 


No comments

Powered by Blogger.