Header Ads

ກະຊວງພະລັງງານເປີດເຜີຍ! ບໍ່ຄຳເຊໂປນ ແລະ ພູເບ້ຍ ຈະປິດການຂຸດຄົ້ນໃນປີ 2020






ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກ່າວໃນກອງປະຊຸມສະພາເທື່ອນີ້ ວ່າ: ນັບແຕ່ປີ 1990 ເປັນຕົ້ນມາ, ລັດຖະບານໄດ້ເປີດກວ້າງການລົງທຶນໂດຍອະນຸມັດໃຫ້ຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດມາລົງທຶນເຂົ້າໃສ່ການພັດທະນາແຮ່ທາດ, ເຊິ່ງມາຮອດປັດຈຸບັນມີທັງໝົດ 229 ບໍລິສັດ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ.




ໃນນີ້, ດຳເນີນການຊອກຄົ້ນ-ສຳຫຼວດ ມີ 96 ບໍລິສັດ, ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ 52 ບໍລິສັດ, ຂຸດຄົ້ນ ແລະ ຜະລິດ ມີ 81 ບໍລິສັດ. ປະເພດແຮ່ທາດທີ່ເຂົ້າສູ່ການຂຸດຄົ້ນ, ຜະລິດ ແລະ ຈຳໜ່າຍ ທັງໝົດ 18 ແຮ່ທາດເຊັ່ນ: ແຮ່ຄຳ, ເງິນ, ທອງ, ກົ່ວ, ຊືນ, ສັງກະສີ, ອັງຕີມອນ, ຖ່ານຫີນ, ບາຣິດ, ຫີນກາວ, ຫີນປູນ, ບົກຊິດ, ເກືອໂປຕາສ, ເກືອກິນ, ດິນໜຽວ, ໂບຣມ. ສ່ວນຂັ້ນທ້ອງຖິ່ນອະນຸຍາດໃຫ້ຂຸດຄົ້ນ ແລະ ຜະລິດແຮ່ທາດຂະໜາດນ້ອຍ ມີຈຳນວນ 443 ບໍລິສັດ, ດຳເນີນການຂຸດຄົ້ນ 21 ປະເພດແຮ່ທາດ.



ຕະຫຼອດໄລຍະ 10 ປີຜ່ານມາ (2005-2015) ບັນດາບໍລິສັດສາມາດປະຕິບັດພັນທະທາງດ້ານການເງິນໄດ້ປະມານ 1.89 ຕື້ ໂດລາສະຫະລັດ, ໃນນີ້ພົ້ນເດັ່ນແມ່ນປິ2011 ໄດ້ 292 ລ້ານໂດລາ ແລະ ປີ 2012 ໄດ້ 293.6 ລ້ານໂດລາ. ໃນປີ 2015-2016 ສາມາດປະຕິບັດໄດ້ຈຳນວນ 136ລ້ານກວ່າໂດລາສະຫະລັດ.



ຫຼັງຈາກນັ້ນ, ລາຍຮັບຈາກຂະແໜງບໍ່ແຮ່ຈະຫຼຸດລົງເປັນລຳດັບ, ໃນປີ 2016-2017 ຄາດຄະເນລາຍຮັບຈະຫຼຸດລົງຍ້ອນວ່າ 2 ໂຄງການໃຫຍ່ (ໂຄງການຄຳ-ເຊໂປນ ແລະ ໂຄງການຄຳ-ທອງພູເບ້ຍ) ເຂົ້າສູ່ໄລຍະທ້າຍຂອງການຂຸດຄົ້ນ ແລະ ເຂົ້າສູ່ການປິດບໍ່ແຮ່ ໃນລະ ຫວ່າງ ປີ 2020-2021 ແລະ ລາຄາແຮ່ທາດກໍ່ຫຼຸດລົງ.

ຂ່າວ: ນສພ ເສດຖະກິດ-ການຄ້າ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.