Header Ads

ຮັບໂທດຕະຫຼອດຊີວິດ ຖານຄ້າຂາຍຢາເສບຕິດ






ສານອາຍາສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ພິຈາລະນາສຳນວນຄະດີຄ້າຂາຍຢາເສບຕິດ ປະເພດຢາບ້າ ຈຳນວນ 2 ເລື່ອງ ມີຈຳເລີຍ 3 ຄົນ, ໃນວັນທີ 3 ພະຈິກ 2017 ໂດຍຕັດອິດສະຫຼະພາບຕະຫຼອດຊີວິດ. ເລື່ອງທີ 1 ປັບໃໝ 500.000.000 ກີບ ແລະ ຕັດອິດສະຫຼະພາບ ສ່ວນເລື່ອງທີ 2 ຈຳຄຸກ 5 ປີ ປັບໃໝ 10.000.000 ກີບ.

ສານຂັ້ນຕົ້ນ ແຂວງອຸດົມໄຊ ຕັດອິດສະຫຼະພາບຈຳຄຸກຕະຫຼອດຊີວິດ ໃນສະຖານຄ້າຂາຍຢາເສບຕິດ ມີ ທ້າວ ຄຳເກັນ ອາຍຸ 35 ປີ ຢູ່ບ້ານໂພນແກ້ວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແລະ ນາງ ມະນີວັນ ອາຍຸ 45 ປີ ຢູ່ບ້ານພິບູນທອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທັງສອງຖືກກັກຕົວໃນວັນທີ 26 ກໍລະກົດ 2016 ພ້ອມຂອງກາງຢາບ້າ ຈຳນວນ 11 ມັດ ແລະ 195 ເມັດ ແລະ ທັງປັບໃໝ 500.000.000 ກີບ. ສ່ວນເລື່ອງທີ 2 ຄະນະສານໄດ້ຕັດອິດສະຫຼະພາບ 5 ປີ ປັບໃໝ 10.000.000 ນັ້ນ ຊື່ ທ້າວ ສິງໄຊ ຫຼື ຕຸ້ຍ ອາຍຸ 37 ປີ ຢູ່ບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ ຖືກກັກຕົວໃນວັນທີ 3 ພະຈິກ 2016 ຢຶດຂອງກາງຢາບ້າໄດ້ ຈຳນວນ 195 ເມັດ.

ສານໄດ້ຕັດສິນລົງໂທດພວກຈຳເລີຍທັງສາມ ຕາມການສັງລວມຂໍ້ມູນເອກະສານ ແລະ ຫຼັກຖານທີ່ເຈົ້າໜ້າທີ່ ຢຶດໄດ້ໃນເວລາກັກຕົວນັ້ນ ເຫັນວ່າ: ພວກຈຳເລີຍໄດ້ເຄື່ອນໄຫວຄ້າຂາຍຢາເສບຕິດແທ້ ແລະ ອີງຕາມກົດໝາຍວ່າດ້ວຍຢາເສບຕິດ ແລະ ກົດໝາຍອາຍາ ສານຈຶ່ງເຫັນຄວນຕັດສິນພວກຈຳເລີຍຕາມກົດໝາຍທີ່ລະບຸໄວ້.

ພາບ ແລະ ຂ່າວ: ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_________
 

No comments

Powered by Blogger.