Header Ads

ນັກລົງທຶນຈີນຈົກເງິນຫລາຍລ້ານໂດລາສ້າງສູນການຄ້າແຫ່ງຄວາມຝັນຢູ່ແຂວງບໍ່ແກ້ວ



ນັກລົງທຶນຈີນຕັດສິນໃຈຈົກເງິນໂດລາກ້ອນໃຫຍ່ລົງທຶນສ້າງສູນການຄ້າ ແລະ ການທ່ອງທ່ຽວຢູໃກ້ກັບຂົວມິດຂົວຂ້າມຂອງມິດຕະພາບ 4 ໃນເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ພິທີວາງສີລາເລີກຂອງໂຄງການກໍ່ສ້າງສູນການຄ້າ ແລະ ການທ່ອງທ່ຽວເມືອງຫ້ວຍຊາຍໄດ້ຈັດຂຶ້ນໃນວັນທີ 6 ພະຈິກ 2017 ນີ້ໂດຍມີບັນດາອໍານາດການປົກຄອງແຂວງບໍ່ແກ້ວ ແລະ ຜູ້ລົງທຶນຝ່າຍຈີນເຂົ້າຮ່ວມ.

ໂຄງການດັ່ງກ່າວຄາດການວ່າສ້າງຂຶ້ນເພື່ອຮອງການຂະຫຍາຍຕົວເສດຖະກິດຮອຍຂີ້ເຂບເຊື່ອມໂຍງພາກພື້ນ ແລະ ສາກົນໂດຍມີເສັ້ນທາງອາ 3 ເຊື່ອມຕໍ່ຈາກ ສປປ ລາວທະລຸເຂົ້າບັນດາປະເທດສະມາຊິກອາຊຽນທີ່ມີປະຊາກອນ 600 ລ້ານຄົນ ແລະ ແຂວງທີ່ມີຊາຍແດນລາວ-ຈີນກັບວິໄສທັດໂຄງການເສັ້ນທາງລົດໄຟລາວ-ຈີນເຊື່ອມກັບເສັ້ນທາງສາຍໄໝຜ່ານຈີນອອກສູ່ເອີຣົບ.  ສປ ຈີນຍັງເປັນປະເທດອັນດັບທີ 1 ທີ່ເຂົ້າມາລົງທຶນໃນ ສປປ ລາວ.


ຂໍ້ມູນ:  ຈົດໜາຍຂ່າວ
© ຈໍາປາໂພສ |  www.champapost.com
_________
 


No comments

Powered by Blogger.