Header Ads

ເກືອບເອົາຊີວິດບໍ່ລອດຍ້ອນເມົາແລ້ວຂັບ ຈົນເກີດອຸບັດຕິເຫດແຂນຫັກ!!!



ນະຄອນຫຼວງວຽງຈັນ : ທີມງານ ໄດ້ຮັບແຈ້ງເຫດ ມີອຸບັດຕິເຫດຢູ່ບ້ານ ໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເປັນອຸບັດຕິເຫດລົດໃຫຍ່ຕຳກັບລົດໃຫຍ່ ມີຜູ້ບາດເຈັບ 1 ຄົນຍັງຄິດຄາຢູ່ພາຍໃນລົດຫຼັງຈາກທີມງານໄປເຖິງທີ່ເກີດເຫດ ກໍ່ພົບອາສາສະໝັກກູ້ໄພ ມູນນິທິ 1623 ແລະ ພົນລະເມືອງດີກຳລັງໃຫ້ການຊ່ວຍເຫຼືອຜູ້ປະສົບເຫດທີ່ຍັງຕິດຄາຢູ່ລົດຮູນໄດ ແລະ ລໍຖ້າລົດອຸປະກອນ.





ເນື່ອງຈາກສະພາບການສັດນຈອນໃນຊ່ວງນີ້ຕິດຂັດ ເຮັດໃຫ້ລົດຂົນອຸປະກອນບໍ່ສາມາດມາເຖິງທີ່ເກີດເຫດໄດ້ ທາງອາສາສະໝັກ ແລະ ພົນລະເມືອງດີກໍ່ໄດ້ຊ່ວຍກັນດຶງສ່ວນລົດທີ່ໜີບຜູ້ປະສົບເຫດຈົນສາມາດນຳຕົວອອກມາໄດ້ ແລະ ນຳສົ່ງໂຮງໝໍທັນທີ ອາການຜູ້ປະສົບເຫດແມ່ນໄດ້ຮັບບາດເຈັບສາຫັດທີ່ແຂນຊ້າຍ (ແຂນຫັກ) ອາການສະລຶມສະລື ສ່ວນລົດຄູກໍລະນີແມ່ນບໍ່ມີຜູ້ໄດ້ຮັບບາດເຈັບ



ຈາກການບອກເລົ່າຈາກຜູ້ເຫັນເຫດການໄດ້ບອກວ່າ ລົດຮຸນໄດຄັນດັ່ງກ່າວຂັບມາດ້ວຍຄວາມໄວສົມຄວນມຸ່ງໜ້າໄປທາງໄຟແດງໂພນປ່າເປົ້າ ເມື່ອມາເຖິງຈຸດເກີດເຫດ ຊຶ່ງໃນຂະນະນັ້ນແມ່ນລົດກຳລັງຕິດໄຟແດງ ເຮັດໃຫ້ລົດຮຸນໄດທີ່ຂັບມາດ້ວຍຄວາມໄວຫັກຫຼົບບໍ່ທັນຈຶ່ງໄດ້ຕຳເອົາທ້າຍລົດເກັງທີ່ຈອດລໍຖ້າໄຟແດງຈົນຍ້າຍໄປເຖິງ 7 ແມັດ

ພາຍຫຼັງທີມງານໄດ້ຮັບຮູ້ມາວ່າຜູ້ກ່ຽວແມ່ນມີອາການມຶນເມົາເຮັດໃຫ້ຂາດສະຕິໃນການຂັບຂີ່ຈົນພາໃຫ້ເກີດອຸບັດຕິເຫດ ຊຶ່ງຍັງດີເຫດການທີ່ເກີດຂຶ້ນນີ້ບໍ່ເຮັດໃຫ້ເກີດການສູນເສຍເກີດຂຶ້ນ

ພາບ ແລະ ຂ່າວ: ນາທີ ຊີວິດ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.