Header Ads

ທໍ່ນໍ້າປະປາຂະໜາດໃຫຍ່ແຕກ ແລະ ພຸ່ງອອກມາຢ່າງແຮງປານສືນາມິ ກະທົບປະຊາຊົນເປັນວົງກວ້າງ ເຫດເພາະເຈາະເສົາເຂັມ (ມີຄລິບ)



ຕາມການລາຍງານຈາກນໍ້າປະປານະຄອນຫຼວງ ມື້ວານນີ້ ວັນທີ 19 ພະຈິກ 2017 ໄດ້ເກີດເຫດທໍ່ນໍ້າປະປາແຕກ ແລະ ພຸ່ງອອກມາຢ່າງແຮງ ທີ່ບ້ານອາກາດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນເຫດໃຫ້ປະຊາຊົນບໍ່ສາມາດຊົມໃຊ້ນໍ້າປະປາໄດ້ເປັນບໍລິເວນກວ້າງເປັນເວລາຫຼາຍຊົ່ວໂມງ.






ຕາມແຫຼ່ງຂ່າວລະບຸວ່າ ເຫດການດັ່ງກ່າວເກີດຈາກ ການກໍ່ສ້າງໄດ້ໃຊ້ລົດຂຸດເຈາະເພື່ອຝັງເສົາເຂັມການກໍ່ສ້າງອາຄານຂອງປະຊາຊົນ ແລ້ວບັງເອີນໄປຂຸດຖືກທໍ່ນໍ້າປະປາຂະໜາດໃຫຍ່ ເຮັດໃຫ້ນໍ້າປະປາພຸ່ງອອກມາຢ່າງແຮງ. ແຕ່ພາຍຫຼັງໄດ້ຮັບແຈ້ງ ເຈົ້າໜ້າທີ່ລັດວິສາຫະກິດນໍ້າປະປານະຄອນຫຼວງ ກໍໄດ້ພ້ອມກັນໄປແກ້ໄຂໃຊ້ເວລາຫຼາຍຊົ່ວໂມງ ແລະ ສາມາດແກ້ໄຂສຳເລັດໃນເວລາ 3 ໂມງເຊົ້າຂອງມື້ນີ້ ວັນທີ 20 ພະຈິກ 2017.



ນໍ້າປະປາບໍ່ມາມີຫຼາຍສາເຫດ ທັງແບບຕັ້ງໃຈແລະບໍ່ຕັ້ງໃຈ. ແບບຕັ້ງໃຈຄື ມີການກໍ່ສ້າງ, ວາງທໍ່ ຫຼືສ້ອມແປງທໍ່ນໍ້າປະປາ ແບບທີ່ປະຕິບັດຕາມແຜນ ແບບນີ້ທາງວິສາຫະກິດຯຈະແຈ້ງການກ່ອນລ່ວງໜ້າທຸກເທື່ອ. ແບບບໍ່ຕັ້ງໃຈຈະເປັນຄືອຸບັດເຫດ ເຊັ່ນ ນໍ້າຮົ່ວແຮງ, ທໍ່ນໍ້າແຕກ, ເຄື່ອງຈັກປໍ້ານໍ້າເພ… ແບບນີ້ເກີດຂຶ້ນແບບບໍ່ໄດ້ຕັ້ງໃຈ ບໍ່ສາມາດແຈ້ງການທັນ.


ການສ້ອມແປງນໍ້າຮົ່ວເປັນການສ້ອມແປງທີ່ຫຍຸ້ງຍາກແລະໃຊ້ເວລາດົນ ເພາະທໍ່ນໍ້າຝັງຢູ່ພື້ນດີນ ບາງເທື່ອກໍຢູ່ກ້ອງເສັ້ນທາງລົດ ຕ້ອງນຳໃຊ້ເຄື່ອງມືກວດກາຫາຈຸດນໍ້າຮົ່ວໃຫ້ແນ່ໃຈກ່ອນ ແລ້ວຈຶ່ງຕັດສິນໃຈຂຸດເຈາະລົງໄປ ຖ້າບໍ່ພົບກໍຕ້ອງຂຸດເຈາະບ່ອນໃໝ່ຕື່ມຈົນພົບ ແລ້ວຈຶ່ງໄດ້ທຳການແກ້ໄຂ. ດັ່ງນັ້ນ, ການແກ້ໄຂບັນຫາບາງເທື່ອຈຶ່ງຊັກຊ້າແລະໃຊ້ເວລາຫຼາຍຊົ່ວໂມງຈຶ່ງສຳເລັດ.ນອກຈາກນັ້ນແລ້ວ ບາງລະດູການຄົນໃຊ້ນໍ້າຫຼາຍ ຈຶ່ງເຮັດໃຫ້ນໍ້າບໍ່ສາມາດໄຫຼຂຶ້ນໃນຈຸດທີ່ສູງໄດ້ ກໍເປັນເຫດໃຫ້ໃນເຂດທີ່ສູງບໍ່ມີນໍ້າປະປາ.




ວິທີການທີ່ດີນັ້ນ ແຕ່ລະເຮືອນຄວນຈະມີຖັງນໍ້າຫຼືຄຸຂະໜາດໃຫຍ່ໂຕ່ງນໍ້າເອົາໄວ້ ເພື່ອມື້ມີເຫດການນໍ້າປະປາບໍ່ມາກໍຈະບໍ່ໄດ້ເດືອດຮ້ອນຫຼາຍ.

ທີ່ມາ: ລາວໂພດຕ໌
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.