Header Ads

ກອງປະຊຸມຫາລືການຈັດຕັ້ງປະຕິບັດໂຄງການສົ່ງເສີມການຈ້າງງານໃນຊົນນະບົດ ໃນ ສປປ ລາວ




ກອງປະຊຸມເພື່ອປຶກສາຫາລື ກ່ຽວກັບໂຄງການສ້າງຍຸດທະສາດ ແຫ່ງຊາດສົ່ງເສີມການຈ້າງງານ ຊົນນະບົດ ໃນ ສປປ ລາວ ເພື່ອສ້າງໂອກາດການມີວຽກເຮັດທີ່ມີຄຸນຄ່າ ແລະ ມີຜະລິດຕະພາບໃນເຂດຊົນນະບົດ, ວັນທີ່ 14 ພະຈິກນີ້, ທີ່ໂຮງແຮມລາວພາຊາ ນະຄອນຫລວງວຽງຈັນ. ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ບຸນຄົງ ຫຼ້າສຸກັນ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງ , ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ນ. ແຊນດຣາ ຕາງໜ້າການຫ້ອງ ອົງການແຮງງານສາກົນ ປະຈຳພາກພື້ນທີ່ປະເທດໄທ, ໂດຍມີຜູ້ເຂົ້າຮ່ວມຈາກຂະແໜງການກ່ຽວຂ້ອງຕ່າງໆທັງພາຍໃນ ແລະ ຕ່າງປະເທດ.


ກອງປະຊຸມໃນຄັ້ງນີ້ແມ່ນມີ ຄວາມສຳຄັນຂອງຍຸດທະສາດແຫ່ງຊາດສົ່ງເສີມການຈ້າງງານ ຊົນນະບົດ ໃນ ສປປ ລາວ ເພື່ອສ້າງໂອກາດການມີວຽກເຮັດທີ່ມີຄຸນຄ່າ ແລະ ມີຜະລິດຕະພາບໃນເຂດຊົນນະບົດ, ວິທີການພັດທະນະສີມືແຮງງານໃນຊົນນະບົດເພື່ອສົ່ງເສີມການສ້າງລາຍໄດ້, ລາຍຮັບຜົນສຳເຮັດລວມຈາກໂຄງການທົດລອງສົ່ງເສີມການສ້າງລາຍໄດ້ ແລະ ການສ້າງວຽກເຮັດງານທຳໃນຊົນນະບົດ ແຂວງ ເຊກອງ ໄລຍະຜ່ານມາແມ່ນການພັດທະນາຊຸມຊົນດ້ານກະສິກຳ, ການພັດທະນາສີມືແຮງງານ, ການສົ່ງເສີມບົດບາດຍິງ-ຊາຍ ໃນການສ້າງກຸ່ມຜູ້ປະກອບການໃນແຂວງ ເຊກອງ, ປະສົບການຕົວຈິງຈາກການສົ່ງເສີມການສ້າງລາຍໄດ້ ຈາກການພັດທະນາຊັບສິນຊຸມຊົນ.

ໂຄງການດັ່ງກ່າວແມ່ນເລີມຈັດຕັ້ງປະຕິບັດໂຄງການທົດລອງໄລຍະຜ່ານມາ ແຕ່ປີ 2011 ໂດຍທົດລອງຈັດຕັ້ງຢູ່ແຂວງເຊກອງ ຈົນຮອດ ປີ ອົງການເພື່ອການພັດທະນາ ແລະ ຮ່ວມມື ສະວິດເຊີແລນ ແລະ ອົງການແຮງງານສາກົນ, ປຶກສາຫາລືເພື່ອສຶບຕໍ່ຈັດຕັ້ງປະຕິບັດໂຄງການ ແລະ ຈະຂະຫຍາຍໄປຈັດຕັ້ງປະຕິບັດເພີ່ມຢູ່ ແຂວງສະຫວັນນະເຂດ ໂດຍຈະເລີມຈັດຕັ້ງປະຕິບັດແຕ່ ປີ 2017 ແລະຈະສີ້ນສຸດ ໃນປີ 2020.
 

ຂ່າວ: ເພັດສະໄໝ (ກະຊວງແຮງງານ ແລະ ສະຫວັດດີການສັງຄົມ) 
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.