Header Ads

ປູກໄມ້ໄຜ່ກິມຊຸງເປັນສິນຄ້າ ສ້າງລາຍຮັບໄດ້ດີກ່ວາການປູກເຂົ້າ




ພືດທີ່ປູກເພື່ອຂາຍເປັນສິນຄ້າ ສ້າງລາຍຮັບແກ່ຄອບຄົວນັ້ນ ມີຫຼາຍຊະນິດ ແຕ່ວ່າການປູກພືດຕ່າງໆແມ່ນອີງໃສ່ເງື່ອນໄຂ, ຄວາມຮູ້ຄວາມສາມາດ ແລະ ຄວາມມັກຂອງແຕ່ລະຄອບຄົວ, ດັ່ງຄອບຄົວຂອງ ພໍ່ ກິ ບຸນເສີມ ອາຍຸ 68 ປີ ແລະ ແມ່ ແດງ ບຸນເສີມອາຍຸ 60 ປີ ປະຊາຊົນບ້ານໂນນຫີນ ເມືອງໂພນທອງ ແຂວງຈໍາປາສັກ ໄດ້ຫັນມາປູກໄມ້ໄຜ່ກິມຊຸງ ຫຼື ໄມ້ໄຜ່ລືມແລ້ງ ເພາະເປັນພືດທີ່ປູກງ່າຍ, ບໍ່ຄ່ອຍມີພະຍາດ, ບໍ່ມີສັດຕູພືດທໍາລາຍ ແລະ ໃຫ້ຜົນຕອບແທນໄດ້ໃນໄລຍະເວລາສັ້ນ ສ້າງລາຍຮັບແກ່ຄອບຄົວໄດ້ດີກ່ວາການປູກເຂົ້າ.


 
ພໍ່ ກິ ບຸນເສີມໃຫ້ສໍາພາດໃນຕົ້ນເດືອນພະຈິກ 2017 ນີ້ວ່າ: ແຕ່ກ່ອນຄອບຄົວຂອງຂ້າພະເຈົ້າເຮັດນາປູກເຂົ້າ, ມາຮອດປີ 2007 ກໍ່ເຊົາເຮັດນາ ປ່ຽນໄປທົດລອງປູກຢາງພາລາ ແຕ່ບໍ່ເປັນໄປເປັນມາ ເລີຍຂາຍສວນຢາງ ແລ້ວຫັນມາປູກໄມ້ໄຜ່ກິມຊຸງ ຫຼື ໄມ້ໄຜ່ລືມແລ້ງ ເປັນອາຊີບຕົ້ນຕໍຂອງຄອບຄົວເຊິ່ງເລີ່ມປູກໃນປີ 2013 ໃນເນື້ອທີ່ 1 ເຮັກຕາ ປະມານ 400 ເຫງົ້າ ເຊິ່ງມີທັງໜໍ່ໄມ້ພັນຫວານ ສາມາດກິນດິບໄດ້ ຫຼື ຈະເຜົາ, ປີ້ງ ແລະ ລວກ ແລ້ວກິນໄດ້ເລີຍແລະ ພັນທໍາມະດາ ແບບໜໍ່ໄມ້ທໍາມະຊາດທົ່ວໄປ, ລົງທຶນປະມານ 25 ລ້ານກີບ ໃນການໄຖດິນ ແລະ ຊື້ແນວພັນມາຈາກປະເທດເພື່ອນບ້ານ, ຜ່ານການປະຕິບັດ 2 ປີ ເຫັນວ່າມີຄວາມສະດວກສະບາຍ, ປູກງ່າຍ, ບໍ່ຄ່ອຍເກີດພະຍາດ, ບໍ່ມີສັດຕູພືດທໍາລາຍ, ບໍ່ຈໍາເປັນຕ້ອງໃສ່ຝຸ່ນເຄມີ, ໃຊ້ເວລາ 6-7 ເດືອນ ໄມ້ໄຜ່ກໍ່ສາມາດອອກໜໍ່ ແລະ ຂາຍໄດ້ ສາມາດສ້າງລາຍຮັບແກ່ຄອບຄົວໄດ້ເປັນຢ່າງດີ, ມາຮອດປີ 2015ຈິ່ງໄດ້ປູກຕື່ມອີກຈໍານວນ 140 ເຫງົ້າ ໂດຍປັບປຸງດິນນາ ພູນດິນຍົກລະດັບເປັນດິນສວນ. ແຮງງານຕົ້ນຕໍ ກໍ່ມີແຕ່ 2 ເຖົ້າ, ຖ້າມື້ໃດລູກຫຼານຫວ່າງວຽກ ເຂົາກໍ່ມາດູແລເບິ່ງແຍງຊ່ວຍ.
 
ສໍາລັບເຕັກນິກໃນການປູກ, ການບົວລະຮັກສາ, ການໃສ່ຝຸ່ນໜໍໍ່ໄມ້ ນັ້ນ ພໍ່ ກິ ບຸນເສີມ ກ່າວວ່າ: ບໍ່ໄດ້ຮໍ່າບໍ່ໄດ້ຮຽນ ພຽງແຕ່ມີມູນເຊື້ອຄວາມດຸໝັ່ນ ແລະ ມີຄວາມມັກຮັກໃນການປູກຝັງ ເລີຍຊອກຮູ້ຮໍ່າຮຽນນໍາຜູ້ທີ່ເຄີຍປູກມາກ່ອນ, ຊອກຮຽນຮູ້ຈາກເອກະສານ, ຕໍາລາ, ຮຽນຮູ້ຈາກວິທະຍຸ, ໂທລະພາບ, ໜັງສືພິມ ແລະ ສື່ອອນລາຍປະເພດຕ່າງໆ ເພາະການປູກ ແລະ ການບົວລະບັດຮັກສາໄມ້ໄຜ່ ບໍ່ມີຄວາມຫຍຸ້ງຍາກ, ປັດຈຸບັນ ຂ້າພະເຈົ້າສາມາດກ້າເບ້ຍໜໍ່ໄມ້ໄວ້ປູກເອງ ແລະ ຂາຍໃຫ້ພໍ່ແມ່ປະຊາຊົນຜູ້ທີ່ມີຄວາມສົນໃຈຢາກປູກໜໍ່ໄມ້ ເຊິ່ງມີທັງພາຍໃນເມືອງ, ຕ່າງເມືອງ ແລະ ຕ່າງແຂວງ ລາຄາ 15 ພັນກີບ/ເບ້ຍ, ທັງຂາຍຍ່ອຍ ແລະ ຂາຍສົ່ງ. ການປູກໜໍ່່ໄມ້ໄຜ່ກິມຊຸງ ສິ່ງສໍາຄັນແມ່ນການເອົາໃຈໃສ່ການຫົດນໍ້າ ໂດຍສະເພາະໃນລະດູແລ້ງ ເພື່ອໃຫ້ໄມ້ໄຜ່ເກີດໜໍ່ຂຶ້ນມາໃນແຕ່ລະໄລຍະ.ໃນລະດູຝົນໜໍ່ໄມ້ຍິ່ງໃຫຍ່ໄວ 3-4 ວັນກໍ່ສາມາດເກັບຂາຍໄດ້. 
 
ພໍ່ ກິ ບຸນເສີມ ກ່າວຕໍ່ວ່າ: ໃນລະດູຝົນ ລາຄາໜໍ່ໄມ້ບໍ່ໄດ້ດີຄືລະດູແລ້ງ ເພາະມີໜໍ່ໄມ້ທໍາມະຊາດເກີດຫຼາຍ, ລະດູຝົນ ລາຄາໜໍ່ໄມ້ 5 ພັນກີບ/ກິໂລກຼາມ, ລະດູແລ້ງ ລາຄາ 20 ພັນກີບ/ກິໂລກຼາມ, ຍ້ອນແນວນນັ້ນ ລະດູຝົນ ຈິ່ງບໍ່ໄດ້ເອົາໃຈໃສ່ບົວລະບັດຮັກສາປານໃດ ສ່ວນໃຫຍ່ປ່ອຍໃຫ້ໜໍ່ໄມ້ເກີດແບບທໍາມະຊາດ ຖ້າໜໍ່ໄມ້ເກີດຫຼາຍ ກໍ່ເຮັດໜໍ່ໄມ້ສົ້ມຂາຍ ເຊິ່ງສ່ວນໃຫຍ່ ລູກຄ້າຈະສັ່ງຈ່ອງ ແລ້ວມາຊື້ເອົາຢູ່ກັບສວນເລີຍ. ແຕ່ຈະມາເອົາໃຈໃສ່ຕອນກ້າວເຂົ້າສູ່ລະດູແລ້ງ ໂດຍເລີ່ມຈາກເດືອນພະຈິກເປັນຕົ້ນໄປ ເຊິ່ງກໍ່ບໍ່ມີຄວາມຫຍຸ້ງຍາກຄືເວົ້າມາໃນຕອນຕົ້ນນັ້ນ ພຽງແຕ່ໃສ່ຝຸ່ນຄອກ ຂີ້ງົວ, ຂີ້ຄວາຍ ແລະ ຂີ້ແກບ ແລ້ວເອົາເຟືອງມາຖົມເຫງົ້າໜໍ່ໄມ້ ຈາກນັ້ນກໍ່ເອົາໃຈໃສ່ຫົດນໍ້າ ພຽງ 1 ເດືອນ ໄມ້ໄຜ່ກໍ່ສາມາດໃຫ້ໜໍ່ໄດ້.ນອກນີ້ ກໍ່ເອົາໃຈໃສ່ສາງກໍໄຜ່ ບໍ່ໃຫ້ມີໃບຕຶບໜາ ເພື່ອເຮັດໃຫ້ຕົ້ນໄຜ່ໄດ້ຮັບແສງແດດຢ່າງພຽງພໍ ແລະ ແຕ່ລະເຫງົ້າ ຫ້າມບໍ່ໃຫ້ມີຕົ້ນໄຜ່ຫຼາຍກ່ວາ 3 ຕົ້ນ, ຖ້າຕົ້ນໄຜ່ກໍໃດມີອາຍຸຫຼາຍ ກໍ່ປະໜໍ່ໄມ້ໄວ້ໃຫ້ມັນກາຍເປັນຕົ້ນ ແລ້ວຈິ່ງຕັດຕົ້ນໄຜ່ເກົ່າຖິ້ມ.
 
ພໍ່ ກິ ບຸນເສີມ ກ່າວຕອນທ້າຍອີກວ່າ: ການປູກໄມ້ໄຜ່ກິມຊຸງ ຫຼື ໄມ້ໄຜ່ລືມແລ້ງ ນອກຈາກໃຊ້ໜໍ່ໄມ້ເປັນອາຫານແລ້ວ ຍັງສາມາດຂາຍເປັນສິນຄ້າ ສ້າງລາຍຮັບແກ່ຄອບຄົວດີກ່ວາການປູກເຂົ້າ, ຍ້ອນແນວນັ້ນ ຖ້າວ່າທ່ານໃດມີຄວາມສົນໃຈ ຢາກໄດ້ເບ້ຍໜໍ່ໄມ້, ຢາກໄດ້ໜໍ່ໄມ້ສົດໆຈາກສວນທຸກວັນ ໄປບໍລິໂພກ ຫຼື ຢາກມາຮຽນຮູ້ດ້ານເຕັກນິກໃນການປູກໄມ້ໄຜ່, ການບົວລະບັດຮັກສາ ກໍ່ສາມາດຕິດຕໍ່ພົວພັນສອບຖາມໄດ້ ທີ່ໂທລະສັບໝາຍເລກ 020 5845 8167. ສໍາລັບທິດທາງໃນຕໍ່ໜ້າ ຖ້າວ່າມີຕະຫຼາດຮອງຮັບກ້ວາງຂວາງ ຄອບຄົວຂອງຂ້າພະເຈົ້າກໍ່ຈະຂະຫຍາຍຕື່ມຕາມທ່າແຮງ ແລະ ຄວາມອາດສາມາດ ເພື່ອຕອບສະໜອງໜໍ່ໄມ້ໃຫ້ພຽງພໍກັບການບໍລິໂພກພາຍໃນ.  

ຂ່າວ-ພາບ: ທູນທອງໃຈ ໜັງສືພິມຈໍາປາໃໝ່ 
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.