Header Ads

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບສະຫາຍເລຂາພັກນະຄອນຫຼວງຮ່າໂນ່ຍ




ໃນຕອນບ່າຍຂອງວັນທີ 24 ພະຈິກ 2017 ທີ່ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ທອງລຸນ ສີສຸລິດ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂອງສະຫາຍ ຫ່ວງ ຈຸງ ຮ່າຍ, ກຳມະການກົມການເມືອງສູນກາງພັກ, ເລຂາພັກນະຄອນຫຼວງຮ່າໂນ່ຍ, ສສ ຫວຽດນາມ ພ້ອມດ້ວຍຄະນະ.


ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໂດຍສະເພາະ ນະຄອນຫຼວງວຽງຈັນ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຮາໂນ່ຍ ໃຫ້ນັບມື້ແໜ້ນແຟ້ນ, ຈະເລີນງອກງາມ, ແຕກດອກອອກຜົນ ແລະ ໝັ້ນຄົງທະນົງແກ່ນຕະຫຼອດໄປ. ພ້ອມດຽວກັນນັ້ນ ກໍ່ຫວັງຢ່າງຍິ່ງວ່າ ການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຄະນະນຳນະຄອນຫຼວງວຽງຈັນ ຂອງສະຫາຍ ຫ່ວງ ຈຸງ ຮ່າຍ ໃນຄັ້ງນີ້ ຈະມີໝາກຜົນອັນໃໝ່ ແລະ ກາຍເປັນພື້ນຖານອັນສຳຄັນ ໃຫ້ແກ່ສອງນະຄອນຫຼວງ ສືບຕໍ່ຮ່ວມມືກັນ ກ້າວສູ່ລວງເລິກ ແລະ ກວ້າງຂວາງອອກເປັນກ້າວໆ. ນອກຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອ ຂອງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ ສປປ ລາວ ໃນໄລຍະທີ່ຜ່ານມາ.
​​​​​​​​​​ ​ໃນໂອກາດດຽວກັນ, ສະຫາຍ ຫ່ວງ ຈຸງ ຮ່າຍ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງສະຫາຍທອງລຸນ ສີສຸລິດ ພ້ອມທັງ ນຳສະເໜີໃຫ້ຊາບ ກ່ຽວກັບແຜນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຄະນະນຳນະຄອນຫຼວງວຽງຈັນ ໃນຄັ້ງນີ້້ ລວມທັງ ຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສສ ຫວຽດນາມ ໂດຍສະເພາະ ນະຄອນຫຼວງຮ່າໂນ່ຍ ໃນປີ 2017. ນອກນັ້ນ, ຍັງໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ ຂອງການນຳຂັ້ນສູງ ຂອງພັກ-ລັດຖະບານ ແຫ່ງ ສສ ຫວຽດນາມ ມາຍັງ ສະຫາຍ ທອງລຸນ ສີສຸລິດ ຕື່ມອີກ.​

ແຫລ່ງ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.