Header Ads

10 ຄຸນປະໂຫຍດຂອງຜັກກະຖິນ ແລະ ຕົ້ນຜັກກະຖິນທີ່ໃຫຍ່ທີ່ສຸດໃນໂລກທີ່ ສປປ ລາວ



ເມື່ອເວົ້າເຖິງຜັກກະຖິນ  (ຫຼື ຊື່ຝຣັ່ງວ່າ Leucaena leucocephala de Wit) ຫຼາຍຄົນຄຸ້ນເຄີຍກັນດີເພາະເປັນຜັກພື້ນບ້ານທີ່ຢູ່ຄູ່ຄົນລາວມາດົນນານ ແຖມຍັງເປັນສະໜຸ່ນໄພຮັກສາພະຍາດນໍາອີກ ໂດຍຕໍາລາຢາພື້ນເມືອງລາວຍັງນໍາໃຊ້ປະໂຫຍດຈາດຜັກກະຖິນໃນຂະບວນການຢາຮັກສາພະຍາດ.  ມື້ນີ້ ຈໍາປາໂພສ (www.champapost.com) ພາທຸກທ່ານມາຮູ້ຈັກ 10  ຄຸນປະໂຫຍດຂອງຜັກກະຖິນທີ່ຫຼາຍຄົນອາຄິດບໍ່ເຖິງ:



(1) ຍອດ ແລະ ໝາກອ່ອນກະຖິນ ກິນເປັນຜັກສົດ, ຊ່ວຍລົດລະດັບນໍ້າຕານໃນເລືອດ, ບຳລຸງຕັບ, ຢາຂັບຖ່າຍພະຍາດ, ລົດລະດັບຄວາມດັນເລືອດສູງ, ຂັບປະຈຳເດືອນໃຫ້ປົກກະຕິ, ຂັບລົມ, ສະໝານແຜ ແລະ ອື່ນໆ;


(2) ຈາກຜົນການວິໃຈທາງດ້ານເຄມີ, ຍອດອ່ອນຜັກກະຖິນ 100 g ແມ່ນປະກອບດ້ວຍ:

1. ໃຫ້ພະລັງງານຕໍ່ຮ່າງກາຍ 80,7 Kcal,
2. ສານເສັ້ນໄຍ 8,3 g,
3. ທາດແຄນຊຽມ (Ca) 137 mg,
4. ທາດຟົດສະຟໍຣັດ (P) 11 mg,
5. ທາດເຫຼັກ (Fe) 9,2 mg,
6. ວີຕາມິນບີໜື່ງ (B1) 0,33 mg,
7. ວີຕາມິນບີສອງ (B2) 0,09 mg,
8. ວີຕາມິນຊີ (C) 8 mg,
9. ວີຕາມິນເອ (A) 7,88 mg,
10. ທາດໄນອາຊີນ 1,7 mg.


ໃນເດືອນກາງປີ 2017 ຜ່ານມານີ້ ອົງການ  Guinness World Record ໄດ້ຂື້ນທະບຽນຕົ້ນຜັກກະຖິນທີ່ໃຫຍ່ທີ່ສຸດໃນໂລກແມ່ນ ຕົ້ນກະຖິນຢູ່ຫ້ອງການສຳນັກງານອົງການສະຫະປະຊາຊາດປະຈຳ ສປປ ລາວ.



 _________
ທີ່ມາ: Sourioudong Dundara
© ຈໍາປາໂພສ |  www.champapost.com
 


No comments

Powered by Blogger.