Header Ads

ເຜີຍຮູບຖ່າຍຈາກດາວທຽມສະແດງຫຼັກຖານວ່າເກົາຫຼີເໜືອກໍາລັງພັດທະນາ ເຮືອດໍານໍ້າຍິງຂີປະນາວຸດ




ສໍານັກຂ່າວຕ່າງປະເທດລາຍງານວ່າ:  ຮູບຖ່າຍຈາກດາວທຽມເປີດເຜີຍເປັນຫຼັກຖານວ່າ ເກົາຫຼີເໜືອກໍາລັງພັດທະນາ ເຮືອດໍານໍ້າຍິງຂີປະນາວຸດ ເຊິ່ງຫຼັກຖານນີ້ຖືກນໍາມາເປີດເຜີຍໂດຍ 38 NORTH  ສະຖາບັນທີ່ເພື່ອສັງເກດການເກົາຫຼີເໜືອຂອງ ສ. ອາເມລີກາ  ໂດຍພາບດັ່ງກ່າວຖືກເປີດເຜີຍໃນວັນທີ 16 ພະຈິກ ຜ່ານມາ ເຊິ່ງຖືກເປັນຫຼັກຖານສໍາຄັນໃນການຊີ້ໃຫ້ເຫັນວ່າກົາຫຼີເໜືອກໍາລັງເລັ່ງພັດທະນາເຮືອດໍານໍ້າຍິງຂີປະນາວຸທີ່ສາມາດຍິງຂີປະນາວຸດໄດ້ລໍາທໍາອິດຂອງປະເທດ.

ສໍາລັບພາບດັ່ງກ່າວແມ່ນຖືກຖ່າຍໃນວັນທີ  5  ພະຈິກ ຜ່ານມາຢູ່ທາງຕອນເໜືອຂອງອູ່ຕໍ່ເຮືອຊີນໂປ ຂອງເກົາຫຼີເໜືອ ໂດຍເປັນການເຄື່ອນຍ້າຍວັດຖຸຂະໜາດໃຫຍ່ ເຊິ່ງທາງສະຖາບັນ 38 NORTH ຄາດການວ່າຊີ້ນສ່ວນເຫຼົ່ານັ້ນແມ່ນໂຕຂອງເຮືອດໍານໍ້າ.


ຂໍ້ມູນ:  AP
© ຈໍາປາໂພສ |  www.champapost.com

No comments

Powered by Blogger.