Header Ads

ກວດຄົ້ນເຮືອຂ້າມນໍ້າຂອງ ພົບຢາບ້າ 48.000 ເມັດ



ວັນທີ 9 ພະຈິກ 2017 ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫຼວງນໍ້າທາ ໄດ້ສົມທົບກັບ ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ເຂົ້າກວດຄົ້ນເຮືອເປົ້າໝາຍທີ່ຂ້າມນໍ້າຂອງມາຈາກປະເທດເພື່ອນບ້ານ ໃນຂະນະທີ່ເຂົ້າທຽບທ່າ ລະຫວ່າງ ບ້ານຫ້ວຍກຸ່ມ ຫາ ບ້ານຈ່າຍີ ພົບເຫັນຢາບ້າ ຈຳນວນ 48.000 ເມັດ ພ້ອມຈັບຕົວເຈົ້າຂອງເຮືອ ເຊິ່ງເປັນຄົນປະເທດເພື່ອນບ້ານ 2 ຄົນ ໄປສອບສວນ ເພື່ອດໍາເນີນຄະດີຕາມກົດໝາຍ.




ເຈົ້າໜ້າທີ່ ປກສ ແຂວງຫຼວງນໍ້າທາ ເປີດເຜີຍໃຫ້ຮູ້ວ່າ: ໃນວັນທີ 8 ພະຈິກ 2017 ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ ມີໄວລຸ້ນ 2 ຄົນຈາກປະເທດມຽນມາ ກໍາລັງລັກລອບເອົາຢາເສບຕິດຂ້າມນໍ້າຂອງໄປສົ່ງໃຫ້ຜູ້ສັ່ງຊື້ຢູ່ຝັງລາວ ໂດຍໃຊ້ເຮືອກາບ ເປັນພາຫະນະຂົ່ນສົ່ງ ເຊິ່ງນັດຊື້ຂາຍກັນຢູ່ເຂດບ້ານຫ້ວຍກຸ່ມ ເມືອງລອງ ແຂວງຫຼວງນໍ້າທາ. ຈາກນັ້ນ, ຈຶ່ງໄດ້ນໍາກຳລັງສົມທົບເຈົ້າໜ້າທີ່ຕໍາຫຼວດປະຈຳດ່ານ ຂົວມິດຕະພາບລາວ-ມຽນມາ ເພື່ອຕິດຕາມເປົ້າໝາຍດັ່ງກ່າວ ມາຮອດເວລາ 17:00 ຂອງວັນທີ 9 ພະຈິກ 2017 ຈຶ່ງພົບເຫັນເປົ້າໝາຍມີການເຄື່ອນໄຫວຢູ່ແຄມນໍ້າຂອງ ລະຫວ່າງກາງບ້ານຫ້ວຍກຸ່ມ ຫາບ້ານຈ່າຍີ ຈາກນັ້ນເຈົ້າໜ້າທີ່ ຈຶ່ງໄດ້ເຂົ້າກວດຄົ້ນ ພົບເຫັນຂອງກາງຢາບ້າ 24 ມັດ ເທົ່າກັບ 48.000 ເມັດ ຊຸກເຊື່ອງຢູ່ໃນເຮືອ ຈຶ່ງໄດ້ກັກຕົວຜູ້ຕ້ອງຫາຊື່ ທ້າວ ອາທູ ອາຍຸ 18 ປີ ແລະ ທ້າວ ອາແຊະ ອາຍຸ 18 ປີ ທັງສອງຄົນຢູ່ບ້ານຈ່າພະ ເມືອງຊຽງລາບ ແຂວງທ່າຂີເຫຼັກ ປະເທດມຽນມາ ແລະ ເຮືອກາບ 1 ລຳ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ພວກກ່ຽວຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວ ແມ່ນຂອງພວກຕົນແທ້ ເຊິ່ງໄດ້ຮັບມາຈາກຜູ້ຮ່ວມຂະບວນການນໍາກັນຈາກປະເທດມຽນມາ ເພື່ອຈະເອົາໄປຂາຍໃຫ້ຜູ້ສັ່ງຊື້ ຢູ່ເຂດຊຽງກົກ ເມືອງລອງ ແຕ່ບໍ່ທັນໄດ້ຂາຍ ກໍຖືກເຈົ້າໜ້າທີ່ກັກຕົວກ່ອນພ້ອມຢາບ້າຈໍານວນດັ່ງກ່າວ.

ຂ່າວ: ນສພ ຄວາມສະຫງົບ

No comments

Powered by Blogger.