Header Ads

ຈາກໃບຕອງທຳມະດາກາຍເປັນພາຂັວນທີ່ສວຍງາມເພີ່ມມູນຄ່າສ້າງລາຍຮັບແກ່ຄອບຄົວ.



ດ້ວຍພູມປັນຍາຂອງບັນພະບູລຸດໄດ້ສືບທອດກັນມາແຕ່ບູຮານໃນການນຳໃຊ້ໃບຕອງຕົ້ນກ້ວຍ ຈາກທຳມະຊາດມາຜະລິດຄິດແຕ່ງພັບ,ກໍ້ ແລະ ຫຍິບໃຫ້ກາຍເປັນພາຂັວນທີ່ສວຍງາມ ເພີ່ມມູນຄ່າສ້າງລາຍຮັບໃຫ້ກັບຜູ້ເຮັດ ແລະ ຍັງເປັນສີລິມຸງຄຸນໃຫ້ກັບຜູ້ຊື້ ທີ່ຖືເປັນເອກະລັກວັດທະນະທຳຂອງຊາດລາວ.



ແມ່ ສີສະເຫວີຍ ພິມມະເສນ ພະນັກງານບຳນານຂອງແຂວງຈຳປາສັກແມ່ນຜູ້ໜຶ່ງທີ່ມີສີໄມ້ລາຍ ມື,ມີຄວາມສຳນານໃນການຫຍິບພາຂັວນເກືອບວ່າທຸກຮູບແບບ ແລະ ໄດ້ຮັບການໄວ້ເນື້ອເຊື່ອໃຈຈາກສັງຄົມ ຕະຫຼອດຮອດອຳນາດການປົກຄອງແຂວງຈຳປາສັກ ເຮັດພາຂັວນແຕ່ງງານ ແລະ ພາຂັວນບາສີສູ່ຂັວນຮັບແຂກບ້ານແຂກເມືອງທີ່ມາຢ້ຽມຢາມ ເຖິງຂັ້ນຕ້ອງຈອງຄິວເປັນເດືອນໆ. ແມ່ ສີສະເຫວີຍ ເລົ່າສູ່ຜູ້ຂຽນຟັງວ່າ:ຕົນເອງໄດ້ຮຽນເຮັດພາຂັວນນຳຜູ້ເຖົ້າຜູ້ແກ່ມາແຕ່ອາຍຸ 10 ກວ່າປີ ແລະ ມາຮຽນຢ່າງຈິງຈັງ ຈົນສາມາດອອກງານໄດ້ໃນໄລຍະອາຍຸ 36 ປີ ຊຶ່ງພາຂັວນທີ່ເຮັດສ່ວນໃຫຍ່ແມ່ນພາຂັວນແຕ່ງງານ,ນອກນັ້ນກໍ່ຈະເປັນພາຂັວນບາສີສູ່ຂັວນເນື່ອງໃນງານບຸນຕ່າງໆຂອງລາວເຮົາ ແລະ ອື່ນໆ . ສຳລັບວັດຖຸດິບທີ່ນຳມາເຮັດພາຂັວນນັ້ນແມ່ນໃບຕອງກ້ວຍທະນີ ຕັດມາເປັນແຜ່ນນຳມາເຊັດທຳຄວາມສະອາດ ແລ້ວມາພັບ,ມາກໍ້ ຕາມຮູບ,ຕາມແບບທັງແບບບູຮານ ແລະ ແບບໃໝ່ ແລ້ວ ກໍ່ມາຫຍິບປະກອບເຂົ້າກັນໃຫ້ເປັນພາຂັວນ ທີ່ເຮົາເຄີຍເຫັນກັນຫຼັງຈາກນັ້ນກໍ່ປະດັບປະດາດ້ວຍດອກໄມ້ໂດຍສະເພາະແມ່ນດອກດາວເຮືອງ, ດອກຮັກ ເຊິ່ງເປັນດອກໄມ້ທີ່ມີຄວາມໝາຍ ແລະ ເປັນສີລິມຸງຄຸນ; ນອກນັ້ນກໍ່ມີຝ້າຍຜູກແຂນ,ທູບ,ທຽນ ແລະ ອື່ນໆປະກອບເຂົ້າກັນ. ຊຶ່ງພາຂັວນທີ່ຕົນເອງເຮັດຈະມີຫຼາຍຮູບແບບ ແລະ ລາຄາກໍ່ຈະແຕກຕ່າງກັນເປັນຕົ້ນ: ພາຂັວນ 3 ຊັ້ນ, ພາຂັວນ 5 ຊັ້ນ,ພາຂັວນ 7 ຊັ້ນຈະນິຍົມນຳໃຊ້ເຂົາໃນພິທີແຕ່ງງານ ຫຼື ບາສີສູ່ຂັວນ ແລະ ພາຂັວນ 9 ຊັ້ນເຊິ່ງຈະເໝາະສົມກັບພິທີີບາສີສູ່ຂັວນຕ້ອນຮັບຄະນະນຳຂັ້ນສູງທັງພາຍໃນ ແລະ ຕ່າງປະເທດ. ສ່ວນລາຄາພາຂັວນກໍ່ມີນັບແຕ່ 5 ແສນກີບຂຶ້ນໄປຫາລາຄາ 3 ລ້ານກີບແລ້ວແຕ່ຂະໜາດ ແລະ ຄວາມຍາກງ່າຍຂອງພາຂັວນ.



ແມ່ ສີສະເຫວີຍ ພິມມະເສນ ໃຫ້ຮູ້ຕື່ມວ່າ: ລູກຄ້າສ່ວນໃຫຍ່ທີ່ຈະສັ່ງເຮັດພາຂັວນແມ່ນຕ້ອງໄດ້ຈອງໄວ້ກ່ອນບາງທີກໍ່ອາດຈອງເປັນເດືອນໂດຍສະເພາະແມ່ນໃນໄລຍະເດືອນຄູ່ເຊັ່ນ: ເດືອນ 2, ເດືອນ 4, ເດືອນ 6, ເດືອນ 8 ເຊິ່ງເປັນເດືອນສີລິມຸງຄຸນ ບາງທີມີເຖິງ 10 ກວ່າງານມາຈອງພ້ອມກັນ ແຕ່ຕົນເອງຈະຮັບສູງສຸດແມ່ນ 2 ງານເທົ່ານັ້ນ ທັງນີ້ກໍ່ເພື່ອຄວາມລະອຽດ ແລະ ຄວາມສວຍງາມຂອງພາຂັວນ.


ສະເລ່ຍແລ້ວປີໜຶ່ງຈະສາມາດເຮັດພາຂັວນໄດ້ປະມານ 30-40 ພາ ເຊິ່ງສາມາດສ້າງລາຍຮັບເພີ່ມໃຫ້ກັບຄອບຄົວໄດ້ບໍ່ຕໍ່າກວ່າ 20 ລ້ານກີບຕໍ່ປີ. ນອກຈາກຈະສ້າງລາຍຮັບແລ້ວ ຍັງເປັນການອະນຸລັກຮັກສາວັດທະນະທຳຮີດຄອງປະເພນີລາວໃນການຫຍິບພາຂັວນ ທີ່ຊາດລາວ,ຄົນລາວບັນດາເຜົ່າເຮົານັບຖືເປັນເອກະລັກວັດທະນະທຳຂອງລາວເຮົາ. ນອກຈາກການຫຍິບພາຂັວນແລ້ວ ຕົນເອງຍັງສາມາດຫຍິບໝາກເບັງບູຊາພະ ຈາກຜົນງານດ່ັງກ່າວອຳນາດການປົກຄອງແຂວງ ກໍ່ຄືສະຫະພັນແມ່ຍິງແຂວງຈຳປາສັກ ແລະ ສະຖາບັນການສຶກສາຍັງໄດ້ເຊີນຕົນເອງໄປເປັນຄູສອນກ່ຽວກັບວິທີກາກນເຮັດພາຂັວນ ແລະ ໝາກເບັງ. ສະນັ້ນຖ້າລູກຫຼານ ຫຼື ທ່ານໃດຫາກສົນໃຈຕ້ອງການຮຽນຮູ້ວິທີໃນການເຮັດພາຂັວນ ຫຼື ໝາກເບັງ ກໍ່ສາມາດເຂົ້າມາຮຽນນຳຕົນເອງໄດ້ຢູ່ເຮືອນ ບ້ານທ່າຫຼວງ ເມືອງປາກເຊ ຫຼື ຕິດຕໍ່ຜ່ານທາງໜັງສືພິມຈຳປາໃໝ່ແຂວງຈຳປາສັກກໍ່ໄດ້.

ບົດໂດຍ: ຄໍາຫຼ້າ  (ນສພ ຈໍາປາໃໝ່)
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.