Header Ads

ເຫດລົດໃຫ່ຍເສຍຫລັກຕໍາເຮືອນປະຊາຊົນ ມຸ່ນອຸ້ຍປຸ້ຍປານພາຍຸເຮີລິເຄນພັດຜ່ານ !!!



ນະຄອນຫຼວງວຽງຈັນ : ໃນວັນທີ 17/11/2017 ເວລາ ປະມານ 02:10 ນາທີ ໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ 1624 ວ່າມີລົດໃຫ່ຍຕໍາເຮືອນປະຊາຊົນຢູ່ເຂດບ້ານ ຄູວຽງ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ. ດັ່ງນັ້ນ, ໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງຈຶ່ງອອກກວດສອບເຫດ ພົບຜູ້ບາດເຈັບ1ຄົນ. ສໍາລັບອາການເບື້ອງຕົ້ນແມ່ນບາດແຜຖະຫຼອກຕາມຕົນ. ດັ່ງນັ້ນ, ໜ່ວຍກູ້ໄພນະຄອນຫວງຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນເຊິ່ງຜູ້ບາດເຈັບບໍ່ປະສົ່ງໄປໂຮງໝໍ





ພົບເຫດສຸກເສີນແຈ້ງ 1624 ເບີດຽວໃນນະຄອນຫຼວງວຽງຈັນ. ທ່ານສາມາດບໍລິຈາກເຂົ້າບັນຊີ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; THE ASSOCIATION OF VOLUNTARY RESCUE VIENTIANE ເລກບັນຊີ: LAK010120000993902001 ເບີໂທຕິດຕໍ່ 020 2244 1624



ພາບ ແລະ ຂ່າວ: ໜ່ວຍກູ້ຊີບ-ກູ້ໄພ ນະຄອນຫຼວງ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.