Header Ads

ທ່ານເຈົ້າແຂວງຫຼວງພະບາງເຄື່ອນໄຫວຊີ້ນໍາວຽກງານຮອບດ້ານຢູ່ເມືອງປາກແຊງ







ວັນທີ່ 9 ພະຈິກ 2017 ທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ,ເລຂາພັກແຂວງ,ເຈົ້າແຂວງຫຼວງພະບາງ ໄດ້ລົງເຄື່ອນໄຫວຊີ້ນໍາວຽກງານຮອບດ້ານ ຢູ່ເມືອງປາກແຊງ,ໂດຍການຕ້ອນຮັບຂອງທ່ານ ຈັນສຸກ ພັນໂດລັກ ເຈົ້າເມືອງປາກແຊງ,ມີຄະນະປະຈໍາພັກແຂວງ,ຄະນະປະຈໍາພັກເມືອງ,ກໍາມະການພັກແຂວງ,ກໍາມະການພັກເມືອງປາກແຊງ ພ້ອມດ້ວຍຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.





ທ່ານ ຈັນສຸກ ພັນໂດລັກ ເລຂາພັກເມືອງ,ເຈົ້າເມືອງປາກແຊງ ກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດຂອງເມືອງ ເຊິ່ງມີບາງຕອນທ່ານ ກ່າວວ່າ: ເມືອງປາກແຊງໄດ້ສ້າງບ້ານ ແລະ ຄອບຄົວປ້ອງກັນຊາດເຂັ້ມແຂງໄດ້ 6 ບ້ານ,ປະກາດຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີໄດ້ 9 ບ້ານ,ມີ 521 ຄອບຄົວ,ປະຊາຊົນຖືເອົາອາຊີບເຮັດໄຮ່ເຂດເນີນສູງປູກເຂົ້າເປັນຕົ້ນຕໍ່ ໂດຍຕິດພັນກັບທໍາມະຊາດ.ພື້ນຖານເສດຖະກິດມີທ່າຂະຫຍາຍຕົວ ສະເລ່ຍ 8,3%,ທຽບໃສ່ຫົວຄົນໄດ້ 11.000.000 ກວ່າກີບຕໍ່ຄົນຕໍ່ປີ,ເທົ່າກັບ 1.300 ກວ່າໂດລາ,ຍອດຜະລິດຕະພັນບັນລຸໄດ້ 262.510.000.000ກີບ(262,51ຕື້ກີບ),ໃນນັ້ນດ້ານກະສິກໍາ147.750.000.000ກີບ(147,75ຕື້ກີບ)ກວມ 65,28%,ເພີ່ມຂື້ນ 5%,ອຸສາຫະກໍາ



48.350.000.000ກີບ(48,35ຕື້ກີບ)ກວມ 18,42%,ເພີ່ມຂື້ນ 9% ແລະ ການບໍລິການ 66.410.000.000ກີບ(66,41ຕື້ກີບ)ກວມ 25,3%,ເພີ່ມຂື້ນ 11,5%.ຈາກນັ້ນທ່ານ ຮອງເຈົ້າເມືອງໄດ້ຂື້ນລາຍງານບັນຫາທີ່ເກີດຂື້ນຢູ່ພາຍໃນເມືອງ ໃຫ້ທ່ານ ເຈົ້າແຂວງຮັບຊາບຕື່ມ ເປັນຕົ້ນແມ່ນບັນຫາສາສະໜາ,ຢາເສບຕິດ,ການຂັດແຍ່ງທາງດ້ານທີ່ທໍາກິນ,ບັນຫາສະນໍາ,ການລັກລອບຕັດໄມ້ ແລະ ອື່ນໆ.ພ້ອມນັ້ນທ່ານ ສົມດີ ດວງປະສິດ ຫົວໜ້າພະແນກພາຍໃນ ກໍໄດ້ປະກອບຄວາມຄິດເຫັນຕໍ່ບົດລາຍງານຂອງເມືອງປາກແຊງ ແລະ ທ່ານ ມອນໄຊ ລາວມົວຊົງ ຄະນະຈັດຕັ້ງແຂວງ ກໍໄດ້ປະກອບຄວາມຄິດເຫັນ ທ່ານໄດ້ຍົກໃຫ້ເຫັນສະພາບການແກ້ໄຂບັນຫາສາສະໜາຂອງໂລກ ແລະ ຢູ່ພາຍໃນແຂວງ ເຊິ່ງທ່ານໄດ້ກ່າວໃນ 2 ປະເດັນ ເພື່ອແກ້ໄຂ ເຊັ່ນ: ຕ້ອງໄດ້ສ້າງກົນໄກຢູ່ພາຍໃນກຸ່ມສາສະໜາ ເປັນຕົ້ນແມ່ນເຈົ້າກົກເຈົ້າເລົ່າ ໂດຍການຍົກບົດບາດຂອງເຈົ້າກົກເຈົ້າເລົ່າ ແລະ ມີຄວາມສາມັກຄີກັນພາຍໃນບ້ານ,ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງໃຫ້ຄວາມສໍາຄັນແກ່ປະເພນີທີ່ເປັນມູນເຊື້ອຂອງເຜົ່າໃຫ້ສອດຄ່ອງກັບລະບຽບກົດໝາຍບ້ານເມືອງ ແລະ ອື່ນໆ. ໂອກາດນີ້ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ກໍໄດ້ໃຫ້ທິດຊີ້ນໍາ ເຊິ່ງກ່ອນອື່ນທ່ານ ໄດ້ຕີລາຄາຕໍ່ການປະຕິບັດວຽກງານຂອງເມືອງປາກແຊງ ພ້ອມທັງຊົມເຊີຍຜົນງານການປະຕິບັດວຽກງານສາມສ້າງ,ເຮັດໃຫ້ບ້ານໃນຂົງເຂດຕ່າງໆຂອງເມືອງໄດ້ຮັບການພັດທະນາ ໂດຍໄດ້ສຸມໃສ່ຊຸກຍູ້ໃຫ້ປະຊາຊົນໄດ້ເຮັດການຜະລິດເປັນຕົ້ນແມ່ນການລ້ຽງສັດ,ການປູກຫຍ້າເພື່ອລ້ຽງສັດໃຫຍ່ ເປັນສິນຄ້າສົ່ງອອກພາຍໃນແຂວງ ແລະ ຕ່າງປະເທດ,ນອກນນັ້ນຍັງຮັກສາໄດ້ມູນເຊື້ອຂອງປະຊາຊົນ ແລະ ແກ້ໄຂຄວາມທຸກຍາກໃຫ້ປະຊາຊົນ.ທ່ານຍັງໄດ້ເນັ້ນໃຫ້ການນໍາແຕ່ລະຂັ້ນຂອງເມືອງປາກແຊງ ຈົ່ງເອົາໃຈໃສ່ການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ທະຫານ, ຕ່ຳຫຼວດ ແລະ ປະຊາຊົນບັນດາເຜົ່າ ໃຫ້ສອດຄ່ອງຕໍ່ລະບຽບກົດໝາຍບ້ານເມືອງ,ເປັນເຈົ້າການຕ້ານ ແລະ ສະກັດກັ້ນທຸກປະກົດການຍໍ້ທໍ້ ທີ່ເກີດຂື້ນຢູ່ພາຍໃນເມືອງ, ເປັນຕົ້ນແມ່ນບັນຫາຄ້າຂາຍຢາເສບຕິດ, ການລັກລອກຄຸດຄົ້ນໄມ້, ບັນຫາສາສະໜາ ແລະ ອຶ່ນໆ ທີ່ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ຫວັງມ້າງຄວາມສາມັກຄີຂອງປະຊາຊົນບັນດາເຜົ່າພາຍໃນເມືອງ. ພ້ອມນີ້ເມືອງຕ້ອງສືບຕໍ່ສ້າງທຸກເງືອນໄຂໃຫ້ປະຊາຊົນມີການຜະລິດເປັນສິນຄ້າ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດືຂື້ນເທື່ອລະກ້າວ ແນໃສ່ເຮັດໃຫ້ເມືອງປາກແຊງສາມາດປະກາດເປັນເມືອງພົ້ນທຸກໃນອານາຄົດອັນໃກ້ນີ້.



ຂ່າວຍັງໃຫ້ຮູ້ຕື່ມວ່າ: ໃນມື້ຕໍ່ມາ ທ່ານ ເຈົ້າແຂວງ ພ້ອມດ້ວຍທ່ານ ເຈົ້າເມືອງ ແລະ ການນໍາຂອງແຂວງຂອງເມືອງໄດ້ໄປຢ້ຽມຢາມບັນດາບ້ານ,ໂຮງຮຽນມັດທະຍົມສົມບູນທີ່ກໍາລັງສ້າງ ແລະ ປັບປຸງໃໝ່ ພາຍໃນເມືອງ ແລະ ເວລາຕໍ່ມາ ໄດ້ໄປຂີ່ເຮືອຂ້າມແມ່ນໍ້າເຊືອງ ເພື່ອໄປເບິ່ງການລ້ຽງສັດ ແລະ ເຮັດສ່ວນປູກຫຍ້າ ຢູ່ສະນໍາຂອງປະຊາຊົນກຸ່ມຫາດຮວາຍ,ບ້ານຫາດຮວາຍ ເຊິ່ງໄລຍະທາງໄປຫາສະນໍາປະມານ 3-4 ກິໂລແມັດ ໃຊ້ເວລາ 1 ຊົ່ວໂມງກວ່າ. ພ້ອມນີ້ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ກໍໄດ້ຊີ້ນໍາໃຫ້ປະຊາຊົນຜູ້ທີ່ເຮັດສ່ວນປູກຫຍ້າ ເພື່ອເປັນອາຫານສັດ ແລະ ລ້ຽງງົວ-ແບ້ ໃຫ້ເອົາໃຈໃສ່ຕິດຕາມເບີ່ງແຍງ,ບົວລະບັດຮັກສາບໍ່ໃຫ້ເກີດພະຍາດ ພ້ອມກັນນັ້ນຕ້ອງຂະຫຍາຍພັນໃຫ້ຫຼາຍຂື້ນ ເພື່ອສົ່ງອອກຂາຍທັງພາຍໃນ ແລະ ຕ່າງປະເທດ ແກ້ໄຂ້ຊີວິດການເປັນຢູ່ຂອງຄອບຄົວໃຫ້ພົ້ນທຸກເທື່ອລະກ້າວ.

ຂ່າວ: ເພັດສາຄອນ ສິມມະວົງ (ມີເດຍລາວ)
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.