Header Ads

ເດືອນຕຸລາ ທົ່ວປະເທດ ຄົນເສຍຊີວິດຈາກອຸບັດຕິເຫດເພີ່ມຂຶ້ນ 13 ຄົນ



ໃນເດືອນຕຸລາ 2017 ຜູ້ຂັບຂີ່ໃນຂອບເຂດທົ່ວປະເທດ ຍັງມີການລະເມີດກົດລະບຽບການສັນຈອນທີ່ວາງອອກ ເປັນຕົ້ນດື່ມສິ່ງມຶນເມົາ, ຂັບຂີ່ລົດໄວ ແລະອື່ນໆ ເຮັດໃຫ້ມີອຸບັດຕິເຫດເກີດຂຶ້ນທັງໝົດ 459 ຄັ້ງ, ພາຫະນະເປ່ເພທັງໝົດ 875 ຄັນ. ໃນນີ້, ເລັກໜ້ອຍ 425 ຄັນ, ສົມຄວນ 421 ຄັນ, ໃຊ້ການບໍ່ໄດ້ 29 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 770 ຄົນ, ບາດເຈັບເລັກໜ້ອຍ 332 ຄົນ, ສົມຄວນ 326 ຄົນ, ສາຫັດ 112 ຄົນ ແລະ ເສຍຊີວິດ 76 ຄົນ. ໃນນີ້, ນະຄອນຫຼວງວຽງຈັນ ເກີດຂຶ້ນ 120 ຄັ້ງ, ເສຍຊີວິດ 14 ຄົນ, ທຽບໃສ່ເດືອນຜ່ານມາເພີ່ມຂຶ້ນ 13 ຄົນ.


ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃຫ້ຮູ້ວ່າ: ໃນເດືອນຕຸລາຜ່ານມາ, ສະພາບການສັນຈອນໃນທົ່ວປະເທດ ເຫັນວ່າມີຄວາມສະດວກ ແລະ ຄ່ອງຕົວດີ ແຕ່ກໍຍັງມີບາງເສັ້ນທາງສະພາບແວດລ້ອມບໍ່ເອື້ອອໍານວຍ, ໜອກຕົກ ແລະອື່ນໆ. ນອກນັ້ນ, ການເພີ່ມຂຶ້ນຂອງພາຫະນະຍັງແມ່ນສາເຫດໜຶ່ງທີ່ເຮັດໃຫ້ການສັນຈອນຢູ່ເທດສະບານເມືອງໃຫຍ່ໃນເວລາຮີບດ່ວນ ແລະ ວັນບຸນສໍາຄັນຕ່າງໆຂອງຊາດ ມີການແອອັດ, ຄຽງຄູ່ກັນນັ້ນ ບວກໃສ່ສະຕິເຄົາລົບກົດລະບຽບຈະລາຈອນບໍ່ທັນສູງເຊັ່ນ: ດື່ມສິ່ງມຶນເມົາ, ຂັບຂີ່ລົດໄວເກີນກໍານົດ, ລ່ວງປ້າຍຫ້າມ, ໄຟອໍານາດ, ຈອດລົດຊະຊາຍ ແລະອື່ນໆ. ການກໍ່ສ້າງເສັ້ນທາງຄົມມະນາຄົມຍັງບໍ່ຮອງຮັບກັບພາຫະນະເພີ່ມຂຶ້ນ ຕະຫຼອດຮອດການກໍ່ສ້າງຕຶກອາຄານ, ສະຖານທີ່ພັກເຊົາ, ຫ້ອງການສໍານັກງານ, ຕະຫຼາດຕ່າງໆ ຍັງບໍ່ມີບ່ອນຈອດລົດ ບາງບ່ອນກໍານົດເອົາເສັ້ນທາງ ຫຼື ເປັນບ່ອນຂາຍເຄື່ອງ. ສະນັ້ນ, ໃນເທດສະບານຕົວເມືອງ ຈຶ່ງເກີດມີສະພາບການສັນຈອນແອອັດ ເຊິ່ງສາເຫດທັງໝົດເຮັດໃຫ້ມີອຸບັດຕິເຫດ ແລະ ຄົນເສຍຊີວິດເພີ່ມຂຶ້ນຈາກເດືອນທີ່ແລ້ວ ເປັນຈໍານວນຫຼວງຫຼາຍ.


ໃນການແກ້ໄຂບັນຫາອຸບັດຕິເຫດ, ກົມຕໍາຫຼວດຈະລາຈອນ ກໍຄືພະແນກຕໍາຫຼວດຈະລາຈອນບັນດາແຂວງ ໄດ້ສຸມໃສ່ເຮັດວຽກງານຕາມພາລະບົດບາດ ຊີ້ນໍາວຽກງານວິຊາສະເພາະຕາມສາຍຕັ້ງວິຊາສະເພາະ ໂດຍຫັນເອົາທິດທາງແຜນການຂອງຂັ້ນເທິງມາເປັນແຜນອັນລະອຽດ ໂດຍໄດ້ຊີ້ນໍາມະຫາພາກພະແນກຕໍາຫຼວດຈະລາຈອນ ແຂວງ-ນະຄອນຫຼວງ ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ, ສຸມໃສ່ວຽກງານໂຄສະນາເຜີຍແຜ່ລະບຽບການສັນຈອນ, ລະບຽບກົດໝາຍຢ່າງກວ້າງຂວາງລົງເຖິງທ້ອງຖິ່ນ, ຊຸມຊົນ ເຮັດໃຫ້ຜູ້ໃຊ້ລົດ-ໃຊ້ໜົນຮັບຮູ້ ແລະ ເຂົ້າໃຈຕໍ່ການປະຕິບັດກົດລະບຽບການສັນຈອນ ແລະ ຮູ້ໄດ້ຜົນເສຍຫາຍທີ່ເກີດຈາກອຸບັດຕິເຫດ. ພ້ອມນັ້ນ, ໄດ້ຖືເອົາວຽກງານໂຄສະນາເປັນວຽກງານໜຶ່ງທີ່ເພີ່ມທະວີຢ່າງແຂງແຮງ, ສ້າງເປັນໂຄງການ, ກິດຈະກໍາຄວາມປອດໄພທາງຖະໜົນຕ່າງໆ. ນອກນັ້ນ, ຍັງມີປ້າຍໂຄສະນາຜ່ານສື່ມວນຊົນ, ປ້າຍໂຄສະນາອື່ນໆ ທັງຊຸກຍູ້ແນະນໍາທ້ອງຖິ່ນເຮັດໜ້າທີ່ໂຄສະນາຢ່າງປົກກະຕິ ນໍາໃຊ້ລົດໂມໂຕເຄື່ອນໄຫວໂຄສະນາຕາມເສັ້ນທາງ 3 ແຍກ, 4 ແຍກ, ສະຖານທີ່ຊຸມນຸມຊົນ, ສໍານັກງານອົງການຕ່າງໆ. ສຸມໃສ່ວຽກງານປ້ອງກັນ-ເປີດທາງໃຫ້ຜູ້ນໍາພັກລັດແຂກພາຍໃນ, ຕ່າງປະທດ, ປ້ອງກັນຈັດລະບຽບກອງປະຊຸມສາກົນ, ກອງປະຊຸມຕ່າງໆ ຕະຫຼອດຮອດບຸນສໍາຄັນຂອງຊາດ ມີຄວາມສະດວກ ແລະ ປອດໄພ 100%.



ນອກນັ້ນ, ໄດ້ສຸມໃສ່ປັບປຸງແບບແຜນການລົງກວດກາ, ນໍາພາທ້ອງຖິ່ນເຮັດໜ້າທີ່ປ້ອງກັນ, ສະກັດກັ້ນການບັນທຸກສິນຄ້າ-ຂົນສົ່ງໂດຍສານເກີນກໍານົດ, ຄວາມໄວ, ນໍ້າໜັກເກີນ, ກວດກາທາດເຫຼົ້າໃນຮ່າງກາຍຜູ້ຂັບຂີ່ ແລະ ສະພາບເຕັກນິກຂອງພາຫະນະຕາມເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຍຸດທະສາດ, ເສັ້ນທາງຫຼວງຂອງແຂວງ-ນະຄອນຫຼວງວຽງຈັນ ເພື່ອຫຼຸດຜ່ອນອຸບັດຕິເຫດ ແລະ ຕ້ານອາຊະຍາກໍາທາງຖະໜົນ ທັງເຮັດໜ້າທີ່ສຶກສາອົບຮົມ, ແນະນໍາຜູ້ໃຊ້ລົດ-ໃຊ້ຖະໜົນ, ຍົກສູງສະຕິເຄົາລົບກົດລະບຽບຈະລາຈອນຢ່າງເຂັ້ມງວດ, ກວດກາເສັ້ນທາງ, ສິ່ງອໍານວຍຄວາມສະດວກ ແລະ ເຄື່ອງໝາຍຈະລາຈອນຕາມເສັ້ນທາງບົກທີ່ບໍ່ມີຄວາມບໍ່ປອດໄພ ນໍາສະເໜີພາກສ່ວນກ່ຽວຂ້ອງປັບປຸງແກ້ໄຂ.


ໃນເດືອນພະຈິກ, ສະພາບການສັນຈອນຍັງສືບຕໍ່ແອອັດຢູ່ຕົວເມືອງໃຫຍ່, ຜູ້ຂັບຂີ່ຈໍານວນໜຶ່ງຍັງຈະສືບຕໍ່ລະເມີດກົດລະບຽບການສັນຈອນວາງອອກ ເປັນຕົ້ນແມ່ນການດື່ມສິ່ມຶນເມົາ ແລະອື່ນໆ. ຕໍ່ກັບບັນຫາທີ່ຈະເກີດຂຶ້ນນັ້ນ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ກໍໄດ້ວາງແຜນເພື່ອສະກັດກັ້ນບັນຫາດັ່ງກ່າວໃຫ້ຫຼຸດຜ່ອນອຸບັດຕິເຫດ ໂດຍສະເພາະແມ່ນວຽນກງານໂຄສະນາເຜີຍແຜ່ລະບຽບການສັນຈອນ ແລະ ວຽກງານອື່ນໆ ແລະ ເຈົ້າໜ້າທີ່ກໍໄດ້ຮຽກຮ້ອງມາຍັງຜູ້ຂັບຂີ່ທຸກຄົນໃຫ້ເປັນເຈົ້າການໃນການປະຕິບັດລະບຽບກົດໝາຍທີ່ວາງອອກຢ່າງເຂັ້ມງວດ ເພື່ອເຮັດໃຫ້ບັນຫາອຸບັດຕິເຫດຫຼຸດລົງ.

ແຫຼ່ງຂ່າວ: ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.