Header Ads

ພິທີວາງສີລາລຶກການກໍ່ສ້າງໂຄງການສະຖານີ 115 ກິໂລໂວນ ນາໄຫ-ດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ



ໃນວັນທີ 21 ພະຈິກ 2015 ຢູ່ທີ່ບ້ານ ນາໄຫ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ໄດ້ມີພິທີວາງສີລາລຶກ ໂຄງການກໍ່ສ້າງໂຄງການສະຖານີ115ກິໂລໂວນ ນາໄຫ-ດົງໂພສີ ເມືອງຫາດຊາຍຟອງ ນະຄອນ ຫຼວງວຽງຈັນ ຂື້ນຢ່າງເປັນທາງການ ໃຫ້ກຽດເປັນປະທານໂດຍ ທ່ານ ດຣ ຄຳມະນີ ອິນທິລາດກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ,  ທ່ານ ຫວັງເວີນ ທຽນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສປຈີນ ປະຈຳ ສປປລາວ, ທ່ານ ສິລະວົງ   ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຜູ້ຕ່າງໜ້າຈາກບັນດາກະຊວງ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.




ໃນພິທີ ທ່ານ ດຣ ຄຳມະນີ ອິນທິລາດ ກຳມະການສູນກາງພັກ,ເລຂາຄະນະພັກ,ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ວ່າ: ແມ່ນໂຄງການໜຶ່ງທີ່ສໍາຄັນນອນ​ຢູ່ໃນ​ແຜນ​ແມ່​ບົດ​ເພື່ອ​​ພັດທະນາ​ລະບົບໄຟຟ້າຢູ່​ ສປປລາວ ​ແຕ່​ນີ້ຮອດ​ປີ 2020, ໂຄງການກໍ່ສ້າງ​ໂຄງການສະຖານີ 115 ກິໂລໂວນ ນາໄຫ-ດົງໂພສີ ແມ່ນໂຄງການໜື່ງທີ່ຈະປະກອບສ່ວນສຳຄັນເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຫຼວງວຽງຈັນ, ໄລຍະຍາວຂອງສາຍສົ່ງດັ່ງກ່າວ ຈະເນັ່ງຜ່ານ ເຂດຊຸມຊົນ ຊຶ່ງແມ່ນເຂດທີ່ພວມພັດທະນາໃນທຸກດ້ານຂອງເຂດເມືອງຫາດຊາຍຟອງ ເພື່ອຮອງຮັບການພັດທະນາທາງດ້ານກະສິກຳແບບຄົບວົງຈອນ, ດ້ານອຸດສາຫະກຳ, ການຂົນສົ່ງ, ການປັງແຕ່ງ, ການບໍການ ແລະ ດ້ານອື່ນໆ ທີ່ພວມຂະຫຍາຍຕົວຢ່າງວ່ອງ ຢູ່ໃນປັດຈຸບັນ ຊຶ່ງຈະເປັນການສ້າງເງື່ອນໄຂທີ່ສະດວກ ເປັນຕົ້ນແມ່ນ ການສະໜອງພະລັງງານໄຟຟ້າໃຫ້ແກ່ການພັດທະນາ ຊຶ່ງລັດຖະບານໄດ້ມອບ ໃຫ້ລັດວິສາຫະກິດໄຟຟ້າລາວ ເປັນຜູ້ພັດທະນາໂດຍກົງ, ໄລຍະເວລາກໍ່ສ້າງປະມານ 2 ປີ, ຄາດວ່າປີ 2019 ຈະສໍາເລັດ ໂດຍແມ່ນບໍລິສັດ  TBEA ຂອງ ສປ.ຈີນ ເປັນ​ຜູ້​ຮັບ​ເໝົາກໍ່ສ້າງ, ໂຄງການດັ່ງກາວແມ່ນຈະ​ສ້າງຜົນກະທົບທາງດ້ານສິ່ງແວດລ້ອມໃຫ້ໜ້ອຍທີ່ສຸດ ແລະ ຈະ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ​ຈຳນວນ​ 1,500 ຄົນ, ແລະ ພາຍຫຼັງການກໍ່ສ້າງສໍາເລັດກະແສໄຟຟ້າຈະສົ່ງເຂົ້າລະບົບໄຟຂອງລັດວິສາຫະກິດໄຟຟ້າລາວ.

ທີ່ມາ: EDL
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.