Header Ads

19 ປະໂຫຍດ​ຂອງ​ຫວ້ານຫາງແຂ້



ມື້ນີ້ພາມາຮູ້ຈັກ ປະໂຫຍດ​ຂອງ​ຫວ້ານຫາງແຂ້ ທີ່ຫຼາຍຄຸນຄຸ້ນເຄີຍ ແຕ່ອາດຍັງບໍ່ທັນຮູ້ວ່າຫວ້ານຫາງແຂ້ ນັ້ນມີປະໂຫຍດຫຼາຍກວ່າທີ່ເຮົາຄິດ ທັງເປັນພືດທີ່ຫາໄດ້ງ່າຍ ແລະ ຍັງປູກງ່າຍພ້ອມ. ນີ້ແມ່ນ19 ປະໂຫຍດ​ຂອງ​ຫວ້ານຫາງແຂ້:   



1. ນໍ້າຫວ້ານຫາງແຂ້ ສາມາດຊ່ວຍຕໍ່ຕ້ານະນຸມູນອິດສະຫລະມີສ່ວນຊ່ວຍຊະລໍຄວາມແກ່ ແລະຊ່ວຍເສີມສ້າງພູມິຄຸ້ມກັນພະຍາດໄດ້ອີກດ້ວຍ
2. ຫວ້ານຫາງແຂ້ອຸດົມໄປດ້ວຍວິຕາມິນແລະແຮ່ທາດທັງຫມົດໄປເຖິງກົດອະມິໂນອີກຫຼາຍຊະນິດທີ່ຈຳເປັນແລະມີປະໂຫຍດຕໍ່ຮ່າງກາຍເຊັ່ນທາດແມກນີຊຽມ,​ ທາດໂພແທດຊຽມ,​ ທາດທອງແດງ,​ ທາດແມງການີກ,ທາດຊີລີນຽມ,​ ທາດໂຄຣມຽມ,​ ວິຕາມິນເອ,​ ວິຕາມິນຊີ,​ ວິຕາມິອີ,​ ວິຕາມິນບີ​ 1, ວິຕາມິນບີ​ 2, ວິຕາມິນບີ​ 3, ວິຕາມິນບີ​ 6, ວິຕາມິນບີ​ 9, ໂຄລີນແລະຍັງເປັນພືດພຽງບໍ່ຈັກຊະນິດທີ່ມີວິຕາມິນບີ​ 12 ນຳອີກ



3. ຊ່ວຍໃນການຍ່ອຍອາຫານເຮັດຄວາມສະອາດລຳໄສ້ໃຫຍ່ຊ່ວຍໃນການດີທັອກລ້າງສານພິດໃນຮ່າງກາຍຊ່ວຍໃນການເຮັດວຽກງານຂອງລະບົບກະເພາະອາຫານແລະຊ່ວຍຫຼຸດປະລິມານຂອງເຊື້ອແບັດທີເຣຍໃນລຳໄສ້
4. ຈາກວາລະສານແພດອັງກິດພິມໃນປີ​ 2000 (British medical journal) ລະບຸວ່າສານສະກັດຈາກຫວ້ານຫາງແຂ້ສາມາດຊ່ວຍຫຼຸດລະດັບຄໍເລດເຕີຣອນ​ 
5. ຊ່ວຍຄວບຄຸມຄວາມດັນເລືອດແລະເພີ່ມການໄຫຼວຽນຂອງເລືອດແລະອາດຈະມີຄວາມເປັນໄປໄດ້ວ່າມັນສາມາດຊ່ວຍຫຼຸດຄວາມສ່ຽງຂອງການເກີດພະຍາດຫັວໃຈໄດ້ອີກ
6. ຊ່ວຍປ້ອງກັນແລະແກ້ອາການເມົາລົດດ້ວຍການຮັບປະທານຕ່ອນວຸ້ນຫວ້ານຫາງແຂ້ຫລືນໍ້າຫວ້ານຫາງແຂ້ເຢັນກໍຈະຊ່ວຍບັນເທົາອາການດັ່ງກ່າວໄດ້
ການໃຊ້ວຸ້ນຫວ້ານຫາງແຂ້ທາເປັນປະຈຳວັນລະ​ 2-4 ເທື່ອຈະຊ່ວຍປ້ອງກັນແລະຫຼຸດຄວາມສ່ຽງຂອງການເກີດພະຍາດມະເຮັງຜິວໜັງ



7. ຊ່ວຍບຳລຸງຜິວພັນຊ່ວຍເຮັດໃຫ້ຜິວພັນນຽນນຸ່ມເບິ່ງຊຸ່ມຊື່ນແກ້ບັນຫາຜິວແຫ້ງ​​ຕາມຫົວເຂົ່າ​, ແຂນສອກຫລືສົ້ນຕີນໄດ້ພຽງແຕ່ໃຊ້ວຸ້ນຈາກໃບຫວ້ານຫາງແຂ້ແຊ່ໃນອ່າງອາບນໍ້າໃນລະຫວ່າງອາບໃຫ້ໃຊ້ຕ່ອນວຸ້ນຖູຕາມສ່ວນຕ່າງຂອງຮ່າງກາຍທີ່ຕ້ອງການຫາກເຮັດເປັນປະຈຳກໍຈະຊ່ວຍເຮັດໃຫ້ຜິວພັນຂອງທ່ານນຽນນຸ່ມຊື່ນຊືນແລະເຕັ່ງຕຶງໄດ້
8. ຊ່ວຍເຕີມນໍ້າໃຫ້ຜິວເຮັດໃຫ້ຜິວໜ້າແລະຜິວກາຍຊຸ່ມຊື່ນແລະປ້ອງກັນການເກີດຮອຍແຮ່ວ ພຽງແຕ່ໃຊ້ວຸ້ນຈາກໃບຫວ້ານຫາງແຂ້ນ
ນໍາມາແປະໃຫ້ທົ່ວບໍລິເວນໃບໜ້າຫລືບໍລິເວນຜິວທີ່ຕ້ອງການຖິ້ມໄວ້ປະມານ​ 15 ນາທີແລ້ວລ້າງອອກຈະຊ່ວຍເຮັດໃຫ້ຜິວພັນຊຸ່ມຊື່ນສົດໃສແລະເບິ່ງເຕັງຕຶງຂຶ້ນ
9. ຫວ້ານຫາງແຂ້ຮັກສາສິວຢັບຢັ້ງການຕິດເຊື້ອທີ່ເປັນສາເຫດຂອງສິວຊ່ວຍຫຼຸດຮອຍດຳຈາກສິວແລະຊ່ວຍຫຼຸດຄວາມມັນເທິງໃບໜ້າເພາະໃນໃບຫວ້ານຫາງແຂ້ຈະມີລິດເປັນກົດອ່ອນ​ (ບໍ່ແນະໃຫ້ໃຊ້ກັບສິວອັກເສບເພາະຈະເຮັດໃຫ້ເກີດການຕິດເຊື້ອໄດ້ງ່າຍ​)



10. ຊ່ວຍຮັກສາຈຸດດ່າງດຳຕາມຜິວໜັງອັນເນື່ອງມາຈາກແສງແດດຫລືຈາກອາຍຸທີ່ຫລາຍຂຶ້ນດ້ວຍການໃຊ້ວຸ້ນຈາກໃບສົດນຳທາທີ່ຜິວມື້ລະ​ 2 ເທື່ອຫຼັງອາບນ້ຳແລະຕ້ອງເຮັດຢ່າງຕໍ່ເນື່ອງະໝໍ່າສະເໝີຈຶ່ງຈະເຫັນຜົນ
11. ຊ່ວຍປ້ອງກັນການເກີດຝ້າຫາກໃຊ້ຫວ້ານຫາງແຂ້ເປັນປະຈຳກໍຈະຊ່ວຍປ້ອງກັນການເກີດຝ້າໄດ້ເປັນຢ່າງດີ​ (ບໍ່ແມ່ນການຮັກສາແຕ່ເປັນການປ້ອງກັນ​)
12. ວຸ້ນຈາກໃບສົດໃຊ້ທາເທິງເສັ້ນຜົມຈະຊ່ວຍເຮັດໃຫ້ເສັ້ນຜົມງາມຜົມດົກເປັນເງົາງາມຊ່ວຍປ້ອງກັນແລະກຳຈັດລັງແຄຊ່ວຍບຳລຸງຕ່ອມທີ່ຮາກຜົມໃຫ້ມີສຸກຂະພາບດີແລະຍັງຊ່ວຍຮັກສາບາດແຜ່ເທິງໜັງຫົວໄດ້ອີກນຳ




13. ໃນຟິລິບປິນ​​ ໃຊ້ວຸ້ນຈາກຫວ້ານຫາງແຂ້ຮ່ວມກັບຕ່ອນໃນຂອງເມັດສະບ້າໃນການຮັກສາຜົມຫຼົ່ນຫລືໜັງຫົວລ້ານ
14. ປະຈຸບັນໄດ້ມີການທົດລອງໃຊ້ວຸ້ນຈາກໃບເພື່ອຮັກສາຄົນໄຂ້ທີ່ເປັນບາດແຜ່ກົທັບ​ (Bedsore)
15. ຊ່ວຍລົບທ້ອງລາຍຫຼັງເກີດລູກດ້ວຍການໃຊ້ວຸ້ນຂອງຫວ້ານຫາງແຂ້ມາທາບໍລິເວນທ້ອງເປັນປະຈຳທັງໃນຂະນະຖືພາແລະຫຼັງເກີດ



16. ຊ່ວຍແກ້ເສັ້ນເລືອດດຳຂອດບໍລິເວນຂາດ້ວຍການໃຊ້ວຸ້ນຫວ້ານຫາງແຂ້ມາທາບໍລິເວນທີ່ເປັນເສັ້ນເລືອດຂອດເປັນປະຈຳ
17. ສານ​ Aloctin A ພົບວ່າມັນສາມາດຊ່ວຍປິ່ນປົວພະຍາດຕ່າງໄດ້ຫຼາຍພະຍາດເຊັ່ນພະຍາດມະເຮັງຊ່ວຍແກ້ອາການແພ້ປິ່ນປົວພະຍາດຜິວໜັງເປັນຕົ້ນ
18. ໃນປະຈຸບັນມີຜະລິດຕະພັນຕ່າງຫຼາຍຮູບແບບທີ່ຜະລິດມາຈາກຫວ້ານຫາງແຂ້ ເຊັ່ນເຄື່ອງສຳອາງໂລຊັນສະບູ່ຢາສະຜົມ ຄຣີມບຳລຸງຜິວຄຣີມທາໃຕ້ຕາຄຣີມຮັກສາຝ້າກະຈຸດດ່າງດຳຄຣີມທາບາດແຜ່​, ​ບາດແຜ່ພອງເຈວຫວ້ານຫາງແຂ້ ເຈວບຳຣຸງຜິວໜ້າແລະ ອື່ນ

19. ນອກຈາກນີ້ຫວ້ານຫາງແຂ້ຍັງສາມາດນຳມາເຮັດເປັນອາຫານຈຳພວກຂອງຫວານໄດ້ອີກດ້ວຍ 



© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.