Header Ads

ໂຄງການພັດທະນາປູກໄມ້ປ່ອງ ປະຕິບັດກິດຈະກຳໄປແລ້ວ 10 ກິດຈະກໍາ ມູນຄ່າເກືອບ 400 ລ້ານກີບ




ຕາມແຫຼ່ງຂ່າວຈາກຫ້ອງການກະສິກຳ ແລະປ່າໄມ້ເມືອງວາປີໃຫ້ຮູ້ວ່າ: ໂຄງການພັດທະນາປູກໄມ້ປ່ອງ ເພື່ອເພີ່ມຄວາມໝັ້ນຄົງທາງດ້ານສະບຽງອາຫານ,ສ້າງລາຍຮັບແລະປັບຕົວເຂົ້າຂອງຊຸມຊົນຕໍ່ການປ່ຽນແປງຂອງດິນຟ້າອາກາດ, ໄດ້ມີການສະຫຼຸບການຈັດຕັ້ງປະຕິບັດວຽກງານໄລຍະ 1 ປີ 2017





ເຊິ່ງໂຄງການດັງກ່າວແມ່ນໄດ້ມີການຈັດຕັ້ງປະຕິບັດມາແຕ່ຕົ້ນປີປະກອບມີສອງເມືອງທີ່ນອນຢູ່ໃນໂຄງການຄື: ເມືອງວາປີ ແລະເມືອງສາລະວັນ ເຊິງໄດ້ລົງ ປະຕິບັດກິດຈະກໍາໄປແລ້ວ 47 ພັນກວ່າໂດລາສະຫາລັດຫຼືເທົ່າກັບປະມານເກືອບ 400 ລ້ານກີບ, ໂດຍໄດ້ຮັບທືນຈາກກອງທືນສິງແວດລ້ອມໂລກ, ແຜນງານໂຄງການຂະນາດນ້ອຍຂອງຢູເອັນດີພີ(UNDP), ເຊິ່ງປະກອບມີ 10 ກິດຈະກຳໃນນີ້ໄດ້ມີການປະຕິບັດແລ້ວ 2 ບ້ານຄືບ້ານນາຫວ້າ ແລະນາໂພນຕານເປັນຕົ້ນກິດຈະກຳສ້າງອ່າງເກັບນໍ້າບ້ານລະ 1 ແຫ່ງ,ປູກຫນໍໄມ້ລືມແລ້ງ ໄດ້ 2ບ້ານ,ມີ 1,800 ກວ່າເບ້ຍ, ກິດຈະກຳກອງທືນລ້ຽງປາໝູນວຽນ 24 ລ້ານກວ່າກີບ, ກິດຈຳກຳເຝິກອົບຮົມ, ຜະລິດເຄື່ອງຈັກສານ

ໂດຍເນັ້ນຈຸດປະສົງລວມແມ່ນການພັດທະນາແບບມີສວ່ນຮ່ວມໃນການປູກໄມ້ໃຜ່ ແລະຮູບແບບການພັດທະນາການບໍລິຫານປ່າໄມ້ຍືນຍົງ ພ້ອມທັງສະໜອງແຫຼ່ງທືນໂດຍຜ່ານກອງທືນໝູນວຽນທີ່ມີການບໍລິຫານດວ້ຍຄວາມໂປ່ງໃສ່ເພື່ອໃຫ້ໂອກາດຊຸມຊົນເປົ້າໝາຍມີການຂະຫຍາຍຮູບແບບໂຄງການໃນອານາຄົດ, ຕະຫຼອດໄລຍະຂອງການຈັດຕັ້ງປະຕິບັດທັງໂຄງການແມ່ນໄດ້ສຸມໃສ່ສາມບັນຫາສະເພາະຄື:ໃຫ້ປະຊາຊົນຢູ່ທ້ອງຖິ່ນໄດ້ມີຄວາມຮູ້ເພີ່ມຂື້ນກ່ຽວກັບກົດຫມາຍທີ່ກ່ຽວຂ້ອງກັບບັນດາສິງແວ້ດລ້ອມ ການຮູ້ຈັກບໍລິຫານປ່າໄມ້ແລະກຸ່ມຜູ່ຜະລິດຖືກສ້າງຕັ້ງຂືນຢ່າງເປັນລະບົບແະເຄືຶອນໄຫວເປັນປົກກະຕິ,ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ ແລະ ສ້າງໂອກາດໃຫ້ເຂົາເຈົ້າເຂົ້າເຖິງກອງທືນພ້ອມທັງສ້າງຊຸມຊົນຕົວແບບອະນຸລັກສິງແວ້ດລ້ອມ ເຊິງການດຳເນິນການສະຫຼຸບແມ່ນໄດ້ຈັດຂື້ນທີ່ບ້ານນາໂພນຕານເມືອງວາປີແຂວງສາລະວັນ  ໂດຍມີທ່ານ ສຸກສາຄອນ ລາດຊາພົນ ຫົວໜ້າຫ້ອງການກະສິກຳແລະປ່າໄມ້ເມືອງວາປີແລະເຂົ້້າຮວ່ມຂອງທ່ານພັນໂທ ລັງສີຈັນທະມາລີ ເລຂາພັກ ເຈົ້າເມືອງວາປີ ,ບັນຜູ່ປະສານງານໂຄງການປະຊາຊົນບ້ານນາຫວາແລະນາໂພນຕານເຂົ້າຮວ່ມ.

ພາບ ແລະ ຂ່າວ: ມີເດຍລາວ/ຫ້ອງການກະສິກຳ ແລະປ່າໄມ້ເມືອງວາປີ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.