Header Ads

ທ່ານຮອງນາຍົກລັດຖະມົນຕີ ຮ່ວມສະຫຼອງ 35 ປີ ການຮ່ວມມືສອງກະຊວງຍຸຕິທໍາ ລາວ-ຫວຽດນາມ



​ພິທີສະເຫຼີມສະຫຼອງ ຄົບຮອບ 35 ປີ (1982-2017) ແຫ່ງການຮ່ວມມືມິດຕະພາບ ລະຫວ່າງ ກະຊວງຍຸຕິທໍາແຫ່ງ ສປປ ລາວ ແລະ ກະຊວງຍຸຕິທໍາແຫ່ງ ສສ ຫວຽດນາມ, ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ພະຈິກ 2017 ທີ່ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ເຊິ່ງມີທ່ານລັດຖະມົນຕີກະຊວງຍຸຕິທໍາ ໄຊສີ ສັນຕິວົງ ແລະ ທ່ານ ເລ ແທັງ ລອງ ລັດຖະມົນຕີກະຊວງຍຸຕິທໍາ ສສ. ຫວຽດນາມ, ພ້ອມດ້ວຍການນຳຂັ້ນສູງຂອງສອງພັກ-ສອງລັດ ກໍ່ຄືຂອງສອງກະຊວງຍຸຕິທຳ ລາວ-ຫວຽດນາມ ແລະ ບັນດານັກສຶກສາ ໃນຂົງເຂດຍຸຕິທຳ ເຂົ້າຮ່ວມ.



​ໃນພິທີ, ທ່ານ ໄຊສີ ສັນຕິວົງ ໄດ້ກ່າວວ່າ: ພາຍຫຼັງການເຊັນສັນຍາຮ່ວມມືກັນ ລະຫວ່າງສອງກະຊວງຍຸຕິທຳ ລາວ-ຫວຽດນາມ ມາແຕ່ຕົ້ນປີ 1982 ກະຊວງຍຸຕິທຳແຫ່ງ ສສ ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອດ້ານວິຊາການກົດໝາຍ-ຍຸຕິທຳ ແລະ ດ້ານວັດຖຸອຸປະກອນ ຢ່າງຫຼວງຫຼາຍ ເປັນຕົ້ນ ໄດ້ສົ່ງຊ່ຽວຊານ-ວິຊາການ ມາຊ່ວຍສ້າງຫຼັກສູດການຮຽນ-ການສອນ, ຊ່ວຍສ້າງຊັບພະຍາກອນມະນຸດ ໃນຂົງເຂດກົດໝາຍ ແລະ ຍຸຕິທຳ ຢຸ່ ສສ ຫວຽດນາມ ໃຫ້ແກ່ ສປປ ລາວ ເຊິ່ງຕະຫຼອດ 35 ປີທີ່ຜ່ານມາ ສາມາດສ້າງນັກກົດໝາຍ ນັບແຕ່ຊັ້ນກາງຂຶ້ນໄປໄດ້ກວ່າ 600 ຄົນ ລວມເຖິງການຊ່ວຍເຫຼືອດ້ານວັດຖຸ, ເຕັກນິກ ແລະ ພື້ນຖານໂຄງລ່າງອັນຈຳເປັນ ໃຫ້ແກ່ບັນດາສະຖາບັນ ແລະ ກະຊວງຍຸຕິທຳ ຂອງ ສປປ ລາວ ເປັນຈຳນວນຫຼວງຫຼາຍໃນແຕ່ລະປີ. 


ນອກຈາກນີ້, ໃນຕະລອດ 35 ປີທີ່ຜ່ານມາ ກະຊວງຍຸຕິທຳ ລາວ ແລະ ຫວຽດນາມ ຍັງໄດ້ຮ່ວມກັນປຶກສາຫາລື, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ໄດ້ຮ່ວມກັນເປັນເຈົ້າພາບຈັດກອງປະຊຸມວຽກງານຍຸຕິທຳ ບັນດາແຂວງຊາຍແດນ ລາວ-ຫວຽດນາມ ອັນເປັນພື້ນຖານ ໃນການພົວພັນ ແລະ ຮ່ວມມື ລະຫວ່າງສອງກະຊວງຍູຕິທຳ ລາວ-ຫວຽດນາມ ເຮັດໃຫ້ວຽກງານໃນຂະແໜງຍຸຕິທຳ ຂອງສອງປະເທດ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ໃນຂົງເຂດວຽກງານຍຸຕິທຳຂອງສອງປະເທດ ນັບມື້ນັບກ້າວເຂົ້າສູ່ລວງເລິກຕົວຈິງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.

​ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍການນຳຂອງສອງກະຊວງຍຸຕິທຳ ລາວ ແລະ ຫວຽດນາມ ກໍ່ໄດ້ໃຫ້ກຽດຂຶ້ນປະດັບຫຼຽນ ແລະ ມອບການຍ້ອງຍໍ ຈາກສອງພັກ-ສອງລັດຖະບານ ໃຫ້ແກ່ກົມກອງ, ສະຖາບັນ ແລະ ບຸກຄົນ ທັງຝ່າຍລາວ ແລະ ຫວຽດນາມ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຂົງເຂດວຽກງານກົດໝາຍ ແລະ ຍຸຕິທຳ ຂອງ ສປປ ລາວ ແລະ ສສ ຫວຽດນາມ ໃນຕະຫຼອດ 35 ປີທີ່ຜ່ານມາ.


ແຫລ່ງ: ກົມປະຊາສຳພັນ, ຫສນຍ
© ຈໍາປາໂພສ |  www.champapost.com
_________ 

No comments

Powered by Blogger.