Header Ads

ລາວ-ໄທຫາລືຂະແໜງ ຍທຂ ເພື່ອຍົກລະດັບການຂົນສົ່ງຮ່ວມກັນ


ກອງປະຊຸມລະດັບລັດຖະມົນຕີລະຫວ່າງລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງຂອງລາວກັບລັດຖະມົນຕີກະຊວງ ຄົມມະນາຄົມຂອງໄທໄດ້ຈັດຂຶ້ນໃນວັນທີ 5 ຕຸລາຜ່ານມາທີ່ລີສອດສັນຕິ, ແຂວງຫຼວງພະບາງ,ໂດຍເປັນປະທານຮ່ວມຝ່າຍລາວມີ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ແລະຝ່າຍໄທມີທ່ານ ອາຄົມ ເຕີມພິດທະຍາໄພສິດ ລັດຖະມົນຕີກະຊວງຄົມມະນາຄົມ, ມີຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ບຸນຈັນ ສິນທະວົງ ກ່າວວ່າ: ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອທົບທວນຄືນໜ້າບົດບັນທືກກອງປະຊຸມສອງຝ່າຍຄັ້ງວັນທີ 13 ກໍລະກົດ 2016 ຜ່ານມາ, ພ້ອມນີ້ ຍັງຈະໄດ້ມີການປຶກສາຫາລືກັນດ້ວຍ ຫຼາຍບັນຫາທີ່ສຳຄັນ ໂດຍສະເພາະແມ່ນ: ການເຊື່ອມໂຍງຜ່ານຂົວມິດຕະພາບລາວ-ໄທ, ການເຊື່ອມໂຍງທາງລົດໄຟ, ການເຊື່ອມໂຍງດ້ານການຂົນສົ່ງທາງລົດໂອໂຕ, ການເຊື່ອມໂຍງດ້ານການຂົນສົ່ງທາງອາກາດ, ການພັດທະນາພື້ນຖານໂຄງລ່າງ ແລະການພັດທະນາດ້ານບຸກຄະລາກອນ.

ໃນໄລຍະຜ່ານມາສອງປະເທດລາວ ແລະໄທ ໂດຍສະເພາະແມ່ນກະຊວງໂຍທາທິການ ແລະຂົນສົ່ງຂອງລາວກັບກະຊວງຄົມມະນາຄົມຂອງໄທໄດ້ມີການພົວພັນຊ່ວຍເຫຼືອເຊິ່ງກັນ ແລະກັນມາມີຫຼາຍໂຄງການທີ່ເປັນສິ່ງຢັ້ງຢືນເຖິງຜົນສຳເລັດຂອງການພົວພັນຮ່ວມມືຂອງ ທັງສອງຝ່າຍເຊັ່ນ: ບັນດາຂົວຂ້າມນ້ຳ ຂອງມິດຕະພາບລາວ-ໄທ ແຫ່ງທີ 1-2-3-4 ທີ່ໄດ້ສຳເລັດແລ້ວ ແລະຍັງມີ ແຫ່ງ ທີ 5-6 ແລະແຫ່ງຕໍ່ໆໄປທີ່ຈະຕາມມາ, ນອກນັ້ນຍັງມີເສັ້ນທາງເລກທີ 11, ເສັ້ນທາງລົດໄຟທ່ານາແລ້ງ-ໜອງຄາຍໄລຍະ 1, ໄລຍະ 2 ແລະເສັ້ນທາງອື່ນໆ, ບັນດາໂຄງການນ້ຳປະປາ, ການຂົນສົ່ງທາງບົກ, ທາງນ້ຳ ແລະທາງອາກາດ ລ້ວນແຕ່ແມ່ນສັກຂີພິຍານທີ່ຢັ້ງຢືນເຖິງ ການຮ່ວມມື ແລະຊ່ວຍເຫຼືອກັນອັນດີລະຫວ່າງສອງກະຊວງລາວ-ໄທ.

ຜົນສຳເລັດດັ່ງກ່າວ ໄດ້ອຳນວຍຄວາມສະດວກເຮັດໃຫ້ການໄປມາຫາສູ່ແລກປ່ຽນຄ້າຂາຍ, ການທ່ອງທ່ຽວ, ຢ້ຽມຢາມ-ຖາມຂ່າວ ເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງຊາດນັບມື້ນັບດີຂຶ້ນ, ອັນເປັນການປະກອບສ່ວນເຂົ້າໃນການສ້າງສາເສດຖະກິດ ແລະຊີວິດການເປັນຢູ່ຂອງປະຊາຊົນຢູ່ໃນອະນຸພາກພື້ນ ແລະພາກພື້ນອາຊີຕາເວັນອອກສ່ຽງໃຕ້ກໍ່ຄືອາຊຽນໃຫ້ນັບມື້ນັບເຂັ້ມແຂງຂຶ້ນ.

ຂ່າວຈາກ: ເສດຖະກິດ-ສັງຄົມ

No comments

Powered by Blogger.