Header Ads

ຄະນະຊ້ຽວຊານຍີ່ປຸ່ນຢ້ຽມຢາມແຂວງຈຳປາສັກ ພ້ອມຮ່ວມການຢອດຢາ ແລະ ສັກຢາກັນພະຍາດໃຫ້ເດັກນ້ອຍຢູ່ສຸກສາລາເມືອງ




ຄະນະຜູ້ແທນຄະນະກຳມະການແຫ່ງປະເທດຍີ່ປຸ່ນ ເພື່ອສະໜອງວັກແຊງໃຫ້ເດັກນ້ອຍໃນທົ່ວໂລກ ຫລື ເຈຊີວີ ນຳໂດຍທ່ານ ນາງ ມິດຊຸໂກະ ອິໂຕະ ຫົວໜ້າຫ້ອງການເຈຊີວີ ພ້ອມດ້ວຍຄະ ນະ ໄດ້ເດີນທາງໄປຢ້ຽມຢາມແຂວງຈຳປາສັກລະຫວ່າງວັນທີ 10 ຫາ 12 ຕຸລານີ້ ໂອກາດທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອດ້ານຢາວັກແຊງໃຫ້ເດັກນ້ອຍລາວ ຄົບຮອບ 10 ປີ.



ໃນໄລຍະຢ້ຽມຢາມແຂວງຈຳປາສັກຄະນະຜູ້ແທນເຈຊີວີ ໄດ້ພົບປະປຶກສາຫາລືກັບ ດຣ ສົມກຽດ ວໍລະລາດ, ຫົວໜ້າພະແນກສາທາລະນະສຸກແຂວງຈຳປະສັກ ເພື່ອຮັບຟັງກ່ຽວກັບສະພາບການຂະ ຫຍາຍຕາໜ່າງດ້ານສາທາລະນະສຸກພາຍໃນແຂວງ ໂດຍສະເພາະວຽກງານການສັກຢາ ແລະຢອດຢາກັນພະຍາດໃຫ້ເດັກນ້ອຍກຸ່ມເປົ້າໝາຍອາຍຸລຸ່ມ 5 ປີ,ພາຍຫລັງທີ່ໄດ້ຮັບທຶນສະໜັບສະໜູນດ້ານງົບປະມານຈາກເຈຊີວີຜ່ານອົງການຢູນີເຊບປະຈຳລາວ. ສ່ວນທ່ານນາງ ມິດຊຸໂກະ ອິໂຕະ ພ້ອມດ້ວຍຄະນະ ຍັງໄດ້ແຈ້ງສະພາບການຂົນຂວາຍແຫລ່ງທຶນຈາກພາກສ່ວນຕ່າງໆຂອງລັດຖະບານຍີ່ປຸ່ນ ເພື່ອສະໜອງໃຫ້ແກ່ໂຄງການສັກຢາກັນພະຍາດໃນລາວໃຫ້ພະແນກສາທາລະນະສຸກແຂວງຈຳປາສັກໄດ້ຮັບຊາບ.
ໂອກາດນີ້ດຣ ສົມກຽດ ວໍລະລາດ, ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ສະແດງຄວາມຂອບໃຈຕໍ່ຄະນະຜູ້ແທນຄະນະກຳມະການແຫ່ງປະເທດຍີ່ປຸ່ນ ເພື່ອສະໜອງວັກແຊງໃຫ້ເດັກນ້ອຍ ຊື່ງເປັນການປະກອບສ່ວນສຳຄັນເຮັດໃຫ້ການບໍລິການວັກແຊງແກ່ເດັກກຸ່ມເປົ້າໜາຍບັນລຸຕາມຄາດໜາຍ.


ການຢ້ຽມຢາມແຂວງຈຳປາສັກໃນຄັ້ງນີ້, ທ່ານ ນາງ ມິດຊຸໂກະ ອິໂຕະ ພ້ອມຄະນະ ໄດ້ເຂົ້າຮ່ວມ ແລະ ຕິດຕາມຂະບວນການຢອດຢາ ແລະ ສັກຢາກັນພະຍາດໃຫ້ເດັກນ້ອຍກຸ່ມເປົ້າໝາຍອາ ຍຸລຸ່ມ 5 ປີ ຢູ່ສຸກສາລາບ້ານໜອງວຽນ ເມືອງຈຳປາສັກ ແລະ ບ້ານຄົດໃຫຍ່ ເມືອງປາກຊ່ອງ, ພ້ອມທັງຢ້ຽມຢາມໂຮງໝໍແຂວງຈຳປາສັກ, ໂຮງໝໍເມືອງປາກຊ່ອງ ແລະ ທ່ຽວຊົມສະຖານທີ່ທ່ອງສຳຄັນຂອງແຂວງຈຳປາສັກເຊັ່ນ: ວັດພູຈຳປາສັກ ແລະ ນໍ້າຕົກຕາດຟານ.

ຂ່າວ-ພາບ: ຈັນທະສອນ ສີຫານາດ/Lao National Radio

No comments

Powered by Blogger.