Header Ads

ພະແນກກວດກາ ແລະ ຄວບຢາເສບຕິດ ປກສ ແຂວງບໍ່ແກ້ວ ເປີດກອງປະຊຸມວຽກງານກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ



ໃນວັນທີ່ 13 ຕຸລາ 2017 ຜ່ານມານີ້ ພະແນກຄວບຄຸມຢາເສບຕິດ ປກສ ແຂວງບໍ່ແກ້ວໄດ້ເປີດກອງປະຊຸມວຽກງານກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດຂຶ້ນ ຢູ່ທີ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງບໍ່ແກ້ວ ໂດຍການເປັນປະທານຂອງ ທ່ານ ຈອມສີ ລັດຕະນະປັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ແຂວງບໍ່ແກ້ວ ປະທານກວດກາ ແລະ ຄວບຄຸມຢາເສບຕິດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ພັອ ລຳໄພ ຍົດປະໄພ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ, ມີບັນດາຫົວໜ້າຫ້ອງ, ຫົວໜ້າພະແນກຮອງພະແນກ ຕະຫຼອດຮອດພະນັກງານວິຊາການເຂົ້າຮ່ວມ.



ໃນພິທີ ທ່ານ ພັຕ ສົມລີ ວິໄລສານ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດແຂວງ ກໍ່ໄດ້ຂຶ້ນຜ່ານເອກະສານເລກທີ່ 401/ຈຂ-ບກ ລົງວັນທີ່ 7 ເມສາ 2016 ວ່າດ້ວຍກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງບໍ່ແກ້ວ ລວມມີທັງໝົດ 6 ໝວດ 32 ມາດຕາ, ເຊີ່ງກົດລະບຽບສະບັບນີ້ກຳນົດຫຼັກການ, ລະບຽບການໃນການສ້າງຕັ້ງ, ການຄຸ້ມຄອງບໍລິຫານ, ການນຳໃຊ້ ແລະ ການກວດກາເຄື່ອນໄຫວຂອງກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ທັງນີ້ກໍເພື່ອລະດົມຂົນຂວາຍທຶນຈາກທຸກພາກສ່ວນໃນສັງຄົມທັງພາຍໃນ ແລະ ຕ່າງປະເທດເຂົ້າມາຮັບໃຊ້ວຽກງານກວດກາ ແລະ ຄວບຄຸມຢາເສບຕິດລວມທັງການປິ່ນປົວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບໃນເບື້ອງຕົ້ນໃຫ້ແກ່ຜູ້ອອກຢາເສບຕິດ ແນໃສ່ເຮັດໃຫ້ສັງຄົມລາວປອດຈາກຢາເສບຕິດໂດຍສະເພາະຊາວໜຸ່ມ-ເຍົາວະຊົນໃຫ້ມີສຸຂະພາບແຂງແຮງ ປະກອບສ່ວນເປັນກຳລັງແຮງເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງບໍ່ແກ້ວ







                     


ໃນກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆບໍ່ແກ້ວ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບສະພາບໍລິຫານກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດຂັ້ນແຂວງ ປະກອບມີ 11 ທ່ານ ແລະ ໄດ້ແຕ່ງຕັ້ງກອງເລຂາຊ່ວຍວຽກກອງທຶນຄວບຄຸມ ສະກັດກັ້ນ ແລະ ຕ້ານຢາເສບຕິດຂັ້ນແຂວງປະກອບມີ 13 ທ່ານ ໃນທ້າຍພິທີກໍຍັງໄດ້ມີການປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມຢ່າງກົງໄປກົງມາ ແລະ ໄດ້ຮັບຟັງຄຳໂອ້ລົມຂອງທ່ານປະທານ.



ແຫຼ່ງຂ່າວ/ຂໍ້ມູນ: ປກສ ແຂວງບໍ່ແກ້ວ
© ຈໍາປາໂພສ |  www.champapost.com
_________

 




No comments

Powered by Blogger.